ວັນຈັນ:ການງານ ເໝາະກັບການເຮັດວຽກງານທຸລະກິດດ້ານການບໍລິການໃນຊ່ວງນີ້ ແລະຕ້ອງລະວັງໃນເລື່ອງຂອງສັນຍາຕ່າງໆ ແລະຄວບຄຸມຕົ້ນທຶນໃນການລົງທຶນຢ່າງອ້ອມຄອບ ການເງິນ ໝຸນຫາໃຊ້ຈ່າຍເງີນໃນຊ່ວງນີ້ກໍຖືວ່າດີ ແຕ່ຍັງບໍ່ລົງຕົວໄດ້ດັ່ງໃຈທ່ານປານໃດ ຄວາມຮັກ ຍັງເບິ່ງໆ ຢູ່ຫລາຍກວ່າ ຍັງບໍ່ຕັດສິນໃຈ ເພາະຍັງມີຫຼາຍຢ່າງທີ່ຕ້ອງຈັດການໃຫ້ຮຽບຮ້ອຍນັ້ນເອງ
ວັນຄານ:ການງານ ຈະເຮັດຫຍັງໃນຊ່ວງນີ້ສົ່ງຜົນເຮັດໃຫ້ເກີດຄວາມລ່າຊ້າ ແລະຕ້ອງລະວັງການຂັດແຍ້ງກັບຜູ້ໃຫຍ່ໃນຊ່ວງນີ້ ຄວນໃຊ້ເຫດຜົນ ແລະໃຈເຢັນໃນການເຮັດວຽກງານ ການເງິນ ມີໂຊກຈະໄດ້ເງີນໃນຊ່ວງນີ້ ຫາເຂົ້າມາໄດ້ກໍຈ່າຍອອກໄປຫຼາຍ ຄວາມຮັກ ຍັງບໍ່ລົງຕົວໃນເລື່ອງຄວາມຮັກຄວາມສຳພັນໃນຊ່ວງນີ້ ຕ້ອງລະມັດລະວັງ ແລະປະຄັບປະຄອງຄວາມສຳພັນໄປກ່ອນ
ວັນພຸດ:ການງານ ຊ່ວງນີ້ຕ້ອງລະວັງໃນເລື່ອງຂອງບໍລິວານຕ່າງໆ ຈະພົບການປ່ຽນແປງໂຍກຍ້າຍທີ່ສົ່ງຜົນທັງທາງກົງ ແລະທາງອ້ອມ ການເງິນ ມີຄວາມກັງວົນໃຈໃນການໃຊ້ເງີນ ແລະການໃຊ້ຈ່າຍໃນຊ່ວງນີ້ ແຕ່ເມື່ອເກີດຄວາມກັງວົນໃຈທີ ຈະໄດ້ເງີນເຂົ້າມາເພິ່ມເຕິມນັ້ນເອງ ຄວາມຮັກ ຈະພົບຄົນເກັ່ງ ມີຄວາມສາມາດ ມີສະເນ່ ລາວຈະມີສ່ວນຊ່ວຍທ່ານໃນຫຼາຍໆ ດ້ານ
ວັນພະຫັດ:ການງານ ການຕັດສິນໃຈ ຄວາມສ້າງສັນ ຈະກໍ່ໃຫ້ເກີດໂອກາດ ເກີດໂຊກດີກ່ຽວກັບການງານ ແຕ່ຕ້ອງພົບອຸປະສັກທີ່ຕ້ອງໃຊ້ຄວາມອົດທົນຜ່ານໄປໃຫ້ໄດ້ກ່ອນ
ການເງິນ ໃນຊ່ວງນີ້ມີແຕ່ເລື່ອງຈ່າຍອອກໄປ ເປັນການໃຊ້ຈ່າຍກ່ຽວກັບການເຂົ້າສັງຄົມຕ່າງໆ ນັ້ນເອງ ຄວາມຮັກ ເປັນສະພາວະຄວາມສຳພັນທີ່ບໍ່ເປີດເຜີຍ ຫລືເປັນຮັກຊ້ອນໃນຊ່ວງນີ້ ແລະຍັງຄິດຄຳນຶງໃນເລື່ອງຕ່າງໆເປັນຢ່າງຫລາຍ
ວັນສຸກ:ການງານ ຈະຈັບງານຫຍັງໃນຊ່ວງນີ້ກໍຖືວ່າຈະເປັນໂຊກດີ ໃນການເຮັດທຸລະກິດ ຫລືຄ້າຂາຍທີ່ຈະເຮັດໃຫ້ຂາຍດີກວ່າເດີມ ການເງິນ ຂໍ້ຕົກລົງຕ່າງໆ ກ່ຽວກັບເລື່ອງຂອງການເງີນ ຫລືການລົງນາມໃນຊ່ວງນີ້ຕ້ອງອ້ອມຄອບ ແລະບໍ່ປະມາດ ຄວາມຮັກ ຈະພົບ ໄດ້ສົນທະນາເວົ້າກັບຄົົນທີ່ຖືກໃຈ ລາວຈະນຳໂຊກດີ ຂ່າວດີບາງຢ່າງ ຫລືຄວາມສຸກໃຈມາສູ່ທ່ານນັ້ນເອງ
ວັນເສົາ:ການງານ ເຮັດຕາມຫນ້າທີ່ຂອງທ່ານໃຫ້ດີທີ່ສຸດກໍພຽງພໍແລ້ວ ຄວາມສຳເລັດ ແລະຄວາມໂຊກດີກໍຈະຕາມເຂົ້າມາເອງ ການເງິນ ຈະພົບຄວາມບໍ່ຊັດເຈນ ຫລືສະຖານນະການບໍ່ແນ່ນອນ ແຕ່ສຸດທ້າຍກໍຈະໄດ້ໂຊກທາງດ້ານການເງີນເຂົ້າມາເພິ່ມເຕິມ ຄວາມຮັກ ຍັງບໍ່ສົນໃຈໃນເລື່ອງເຫຼົ່ານີ້ ແລະຍັງບໍ່ຕັດສິນໃຈເລືອກໃຜ ເພາະມີຫຼາຍເລື່ອງທີ່ຕ້ອງຈັດການໃຫ້ສຳເລັດ ນັ້ນເອງ
ວັນອາທິດ:ການງານ ຈະມີການປ່ຽນແປງໂຍກຍ້າຍທີ່ຈະເກີດຂຶ້ນກ່ຽວກັບການງານໃນຊ່ວງນີ້ ຫລືຈະຕ້ອງແກ້ໄຂບັນຫາສະເພາະໜ້າຢ່າງເລັ່ງດ່ວນ ການເງິນ ຫາເຂົ້າມາໄດ້ກໍຕ້ອງຈ່າຍອອກໄປເຊັ່ນກັນ ເປັນການໝຸນເງີນໃຫ້ຜ່ານພົ້ນໄປນັ້ນເອງ ຄວາມຮັກ ການງານນຳພາໄປໃຫ້ໄດ້ພົບໃຜບາງຄົນຮູບຮ່າງສັນທັດ ມີສະເນ່ ເປັນຄວາມສຳພັນຈາກການທີ່ເປັນໝູ່ກັນມາກ່ອນ