ພາຍຫຼັງທີ່ ທ້າວ ເຕ່ ໄດ້ລັກເອົາຄົນເຂົ້າປະເທດ ໃນຄັ້ງວັນທີ 26 ມີຖຸນາ 2021 ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງສັງທອງ ໄດ້ຊອກນຳຕົວ ເພື່ອແນະນຳຜູ້ກ່ຽວເຂົ້າສູນກັກກັນ ແຕ່ຜູ້ກ່ຽວບໍ່ໃຫ້ການຮ່ວມມື.
ຈົນມາຮອດວັນທີ 27 ກໍລະກົດ 2021 ເຈົ້າໜ້າທີ່ຈິ່ງສາມາດກັກຕົວໄດ້ ໃນຂໍ້ກ່າວຫາການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ ທີ່ຜູ້ກ່ຽວໄດ້ລັກລອບໄປເອົາຄົນມາແຕ່ປະເທດໄທ ແລ້ວເອົາຕົວຫຼົບໜີ,ປັດຈຸບັນ ເຈົ້າໜ້າທີ່ພວມທຳການສືບສວນ-ສອບສວນ.
ຜ່ານການສອບສວນຂອງເຈົ້າໜ້າທີ່ ທ້າວ ເຕ່ ໄດ້ຮັບສາລະພາບວ່າ: ໃນຄັ້ງວັນທີ 26 ມິຖຸນາ ຜ່ານມາ ຕົນໄດ້ຮັບຄ່າຈ້າງຈຳນວນ 500.000 ກີບ ຈາກ ທ້າວ ເບີດ ຢູ່ບ້ານຄົກເພີງ ໃຫ້ຕົນຂ້າມໄປຮັບຜູ້ຍິງຄົນ 1 (ບໍ່ຮູ້ຊື່) ຢູ່ທ່ານ້ຳ ບ້ານຜາແດງ ເມືອງສັງຄົມ ແຂວງໜອງຄາຍ (ປະເທດໄທ).
ຈາກນັ້ນຕົນໄດ້ຊວນໝູ່ອີກຄົນ 1 ໄປນຳ ຊື່ ທ້າວ ເຄັງ ອາຍຸ 25 ປີ ຢູ່ບ້ານຄົກເພີງ ໄດ້ພາກັນຂີ່ເຮືອຂ້າມໄປຮັບເອົາຜູ້ຍິງຄົນດັ່ງກ່າວ ໃນເວລາ 5:00 ໂມງເຊົ້າ ຂອງວັນທີ 26 ມິຖຸນາ 2021 ແລ້ວພາມາສົ່ງຂຶ້ນທ່ານ້ຳເຊີ່ງກັບເຮືອນຂອງ ທ້າວ ເບີດ ບ້ານຄົກເພີງ ແລະ ບໍ່ຮູ້ອີກວ່າ ທ້າວ ເບິດ ໄດ້ພາຜູ້ຍິງຄົນນັ້ນໄປໃສ, ສ່ວນພວກຕົນ ກໍ່ໄດ້ເອົາເຮືອໄປຊຸກເຊື່ອງໄວ້ແລ້ວພາກັນກັບເມື່ອເຮືອນ,
ພໍຮອດເຮືອນ ນາງ ບີ ຜູ້ເປັນເມຍຂອງຕົນໄດ້ບອກວ່າມີເຈົ້າໜ້າທີ່ມາຖາມຫາ ຕົນຮູ້ສຶກຢ້ານ ຈິ່ງໄດ້ພາເມຍຫຼົບໜີໄປເຊົ່າຫ້ອງແຖວຢູ່ບ້ານໂພນສະຫວັນ ເມືອງຊະນະຄາມ ແຂວງວຽງຈັນ. ຕົກມາຮອດວັນທີ 27 ກໍລະກົດ 2021 ພວກຕົນໄດ້ພາກັນກັບຄືນມາບ້ານ ຈິ່ງຖືກເຈົ້າໜ້າທີ່ກັກຕົວໄວ້.
ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ ນວ ໃຫ້ຮູ້ວ່າ: ທ້າວ ເບີດ ທີ່ເປັນຄົນວ່າຈ້າງ ທ້າວ ເຕ່ ໃຫ້ຂ້າມໄປເອົາຜູ້ຍິງມາຈາກປະເທດໄທນັ້ນ ຖືກເຈົ້າໜ້າທີ່ໄດ້ກັກຕົວກ່ອນໜ້ານີ້ ໃນວັນທີ 12 ກໍລະກົດ 2021
ໃນຂໍ້ຫາ ຄ້າຂາຍຢາເສບຕິດ ແລ້ວໄດ້ນໍາສົ່ງໃຫ້ ຄ້າຍຄຸມຂັງ-ດັດສ້າງ ປກສ ນວ (ນາໄຫນາໂນ), ພ້ອມດ້ວຍຂອງກາງຢາບ້າ 12.000 ເມັດ, ສ່ວນຜູ້ຍິງທີ່ ທ້າວ ເຕ່ ເອົາຂ້າມມາຈາກປະເທດໄທ ເຈົ້າໜ້າທີ່ ປກສ ເມືອງສັງທອງ ພວມປະສານນຳ ຄ້າຍຄຸມຂັງ-ດັດສ້າງ ປກສ ນວ, ເພື່ອສອບສວນ ທ້າວ ເບີດ ຊອກຫາຜູ້ຍິງຄົນດັ່ງກ່າວ.
ຊົມຄລິບ:
[wpcc-iframe loading=”lazy” style=”border: none; overflow: hidden;” src=”https://www.facebook.com/plugins/video.php?height=409&href=https%3A%2F%2Fwww.facebook.com%2FPoliceVTE%2Fvideos%2F567021301337786%2F&show_text=false&width=560&t=0″ width=”560″ height=”409″ frameborder scrolling=”no” allowfullscreen=”allowfullscreen”]