ມຸ່ນອັບຍັບ ຕຳເອົາເສົາໄຟຟ້າ ຫັກໄປຫຼາຍຕົ້ນ ຢູ່ບ້ານໂພນສີນວນ ແຂວງນະຄອນຫຼວງວຽງຈັນ ສົດໆ! ເກີດເຫດລົດໃຫຍ່ຕຳຫຼັກເສົາໄຟຟ້າ ຢູ່ທີ່ເສັ້ນທາງບ້ານໂພນສີນວນ ແຂວງນະຄອນຫຼວງວຽງຈັນ
ໃນຕອນກາງຄືນຂອງວັນ 31 ກໍລະກົດ ປີ 2021 ໃນເວລາປະມານ 10:40 ເກີດເຫດລົດໃຫຍ່ຕຳເອົາຫຼັກເສົາໄຟຟ້າ ຢູ່ເສັ້ນທາງບ້ານໂພນສີນວນ ແຂວງນະຄອນຫຼວງວຽງຈັນ
ເຊິ່ງຈາກການລາຍງານຂ່າວແມ່ນລົດໃຫຍ່ເສຍຫຼັກເຮັດໃຫ້ໄປຕໍາເອົາແລະເຮັດໃຫ້ເສົາໄຟຟ້າຫັກໄປຫຼາຍເສົາ ແລະເຮັດໃຫ້ສາຍໄຟລົ້ມໄປທັບລົດຈັກ 1 ຄັນ ແລະ ເຮັດໃຫ້ໄຟຟ້າ
ໃນເຂດບໍລິເວນນັ້ນ ດັບເປັນອໍາມະພາດຊົ່ວຄາວ ສ່ວນລົດທີ່ໄປຕຳເອົາຫຼັກເສົາໄຟຟ້ານັ້ນເປັນ ຍີ່ຫໍ້ໂຕໂຢຕາ ຟໍຈູນເນີ້ ສີດຳ ສ່ວນຜູ້ຂັບແມ່ນເພດຊາຍ ເປັນຄົນສັນຊາດຈີນ
ຂັບມາຄົນດຽວ ແລະບາດເຈັບເລັກນ້ອຍ ສ່ວນເຫດການຈະເປັນແນວໃດຕໍ່ຈະແຈ້ງລາຍລະອຽດໃຫ້ຊາບເພີ່ມເຕີມຕາມພາຍຫຼັງ