ວັນທີ 18 ສິງຫາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 381 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 381 ຕົວຢ່າງ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ ຈຳນວນ : 33 ຄົນ ( 32 ຄົນ ເປັນກໍລະນີນຳເຂົ້າ) ( 1 ຄົນ ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 45 ຄົນ (ເປັນກໍລະນີນຳເຂົ້າ) ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 152 ຄົນ ( 108 ຄົນ ເປັນກໍລະນີນຳເຂົ້າ) ( 44 ຄົນ ໃນຊຸມຊົນ) , ແຂວງສາລະວັນ: 1 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງບໍ່ແກ້ວ ຕົ້ນເຜິ້ງ 1 ຄົນ (ໃນຊຸມຊົນ) , ແຂວງບໍລິຄຳໄຊ ( 1 ຄົນ ເປັນກໍລະນີນຳເຂົ້າ) , ແຂວງຄຳມ່ວນ 148 ຄົນ ( 146 ຄົນ ເປັນກໍລະນີນຳເຂົ້າ) ( 2 ຄົນ ໃນຊຸມຊົນ)
ຮຸນແຮງ..!! ແຜ່ນດິນໄຫວທີ່ ອັຟການິສະຖານ ຂະໜາດ 5.6 ຣິກເຕີ່ ເສຍຊີວິດແລ້ວຢ່າງໜ້ອຍ 22 ຄົນ.
ມື້ນີ້ (18 ມັງກອນ 2022) ເກີດເຫດແຜ່ນດິນໄຫວຮຸນແຮງຂະໜາດ 5.6 ຣິກເຕີ ໃນແຂວງແບດກີສ ທາງພາກຕາເວັນຕົກຂອງອັຟການິສະຖານ ເຮັດໃຫ້ບ້ານເຮືອນຖະຫຼົ່ມລົງເຫຼືອແຕ່ຊາກ ເຊິ່ງເຈົ້າໜ້າທີ່ທ້ອງຖິ່ນໄດ້ເຜີຍພາບຄວາມເສຍຫາຍທີ່ເກີດຂື້ນ.
ແບຊ ໂມຮາມັສ ຊາຣ໌ວາຣີ ຜູ້ອຳນວຍການສຳນັກງານຂໍ້ມູນ ແລະ ວັດທະນະທຳຂອງແຂວງແບດກີສ ກວ່າວ່າ: ລາຍງານເບື້ອງຕົ້ນພົບວ່າ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 26 ຄົນ ເຊິ່ງລວມທັງຜູ້ຍິງ ແລະ ເດັກນ້ອຍ...