ຕັ້ງວົງຊຸມແຊວ…ຖືເບົາຕໍ່ການແຜ່ລະບາດພະຍາດໂຄວິດ-19 ເວລາ 20 ໂມງ 00 ນາທີ ວັນທີ 14 ກັນຍາ 2021 ປກສ ນວ ໄດ້ຮັບແຈ້ງຂໍ້ມູນຜ່ານ ເບີວອດແອັບ ປກສ ນວ 020 28899774 ຈຶ່ງໄດ້ແຕ່ງຕັ້ງວິຊາສະເພາະລົງກວດກາພົບເຫັນ ກຸ່ມຄົນຈຳນວນໜຶ່ງຢູ່ຮ່ອມ 6 ບ້ານດົງປ່າລານ ເມືອງສີສັດຕະນາກ ນວ ຖືເບົາຕັ້ງວົງຊຸມແຊວ ບໍ່ຢ້ານກົວຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19ເຈົ້າໜ້າທີ່ ຈຶ່ງໄດ້ສຶກສາອົບຮົມກ່າວເຕືອນພ້ອມທັງເຮັດບົດບັນທຶກໄວ້ ແລະ ມອບໃຫ້ບ້ານຕິດຕາມຖ້າຍັງລະເມີດຈະ ດຳເນີນຕາມລະບຽບກົດໝາຍ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ບີວອດແອັບ 020 28899774 ຮັບແຈ້ງຂໍ້ມູນ ແລະ ຄຳສະເໜີຂອງສັງຄົມ
ຮຸນແຮງ..!! ແຜ່ນດິນໄຫວທີ່ ອັຟການິສະຖານ ຂະໜາດ 5.6 ຣິກເຕີ່ ເສຍຊີວິດແລ້ວຢ່າງໜ້ອຍ 22 ຄົນ.
ມື້ນີ້ (18 ມັງກອນ 2022) ເກີດເຫດແຜ່ນດິນໄຫວຮຸນແຮງຂະໜາດ 5.6 ຣິກເຕີ ໃນແຂວງແບດກີສ ທາງພາກຕາເວັນຕົກຂອງອັຟການິສະຖານ ເຮັດໃຫ້ບ້ານເຮືອນຖະຫຼົ່ມລົງເຫຼືອແຕ່ຊາກ ເຊິ່ງເຈົ້າໜ້າທີ່ທ້ອງຖິ່ນໄດ້ເຜີຍພາບຄວາມເສຍຫາຍທີ່ເກີດຂື້ນ.
ແບຊ ໂມຮາມັສ ຊາຣ໌ວາຣີ ຜູ້ອຳນວຍການສຳນັກງານຂໍ້ມູນ ແລະ ວັດທະນະທຳຂອງແຂວງແບດກີສ ກວ່າວ່າ: ລາຍງານເບື້ອງຕົ້ນພົບວ່າ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 26 ຄົນ ເຊິ່ງລວມທັງຜູ້ຍິງ ແລະ ເດັກນ້ອຍ...