ວັນທີ 29 ກັນຍາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 547 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 547 ຕົວຢ່າງ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ 174 ຄົນ ( 1 ຄົນ ເປັນກໍລະນີນຳເຂົ້າ) ( 173 ຄົນ ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 66 ຄົນ ( 5 ຄົນ ເປັນກໍລະນີນຳເຂົ້າ)( 61 ຄົນ ໃນຊຸມຊົນ) , ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 53 ຄົນ ( 3 ຄົນ ເປັນກໍລະນີນຳເຂົ້າ) ( 50 ຄົນ ໃນຊຸມຊົນ), ແຂວງສາລະວັນ: 18 ຄົນ ( 3 ຄົນ ເປັນກໍລະນີນຳເຂົ້າ) ( 15 ຄົນ ໃນຊຸມຊົນ) , ແຂວງຄຳມ່ວນ 141 ຄົນ (ໃນຊຸມຊົນ) , ແຂວງຫຼວງພະບາງ 49 ຄົນ (ໃນຊຸມຊົນ) , ແຂວງວຽງຈັນ ( 19 ຄົນ ໃນຊຸມຊົນ) , ຫຼວງນ້ຳທາ 1 ຄົນ (ໃນຊຸມຊົນ) , ແຂວງບໍ່ແກ້ວ 11 ຄົນ (ໃນຊຸມຊົນ) , ແຂວງບໍລິຄຳໄຊ 6 ຄົນ (ໃນຊຸມຊົນ), ແຂວງຊຽງຂວາງ ( 1 ຄົນ ໃນຊຸມຊົນ) , ແຂວງໄຊສົມບູນ ( 4 ຄົນ ໃນຊຸມຊົນ) ແຂວງເຊກອງ 2 ຄົນ (ໃນຊຸມຊົນ) ແຂວງອັດຕະປື ( 2 ຄົນ ໃນຊຸມຊົນ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ