ວັນຈັນ:ການງານ ຊ່ວງນີ້ມີຄວາມຮີບຮ້ອນກ່ຽວກັບເລື່ອງຂອງການງານທີ່ທ່ານຕ້ອງຕັດສິນໃຈ ຫລືມີການວາງແຜນເພື່ອຕຽມຮັບການປ່ຽນແປງບາງຢ່າງ ການເງິນ ຫາເງິນໄດ້ຢ່າງຕໍ່ເນື່ອງໃນຊ່ວງນີ້ ເມື່ອມີເລື່ອງທີ່ຕ້ອງຈ່າຍອອກໄປ ຫຼັງຈາກນັ້ນກໍຈະໄດ້ເຂົ້າມາແທນໃນຈຳນວນທີ່ຫລາຍກວ່າເກົ່າ ຄວາມຮັກ ຈະສຸກສົມຫວັງ ແລະລົງຕົວ ຫລືໄດ້ຂ່າວຄາວກ່ຽວກັບເລື່ອງຄວາມຮັກ ຫລືມີຄົນອາຍຸນ້ອຍກວ່າເຂົ້າມາ ແຕ່ທ່ານຍັງບໍ່ຖືກໃຈປານໃດ
ວັນຄານ:ການງານ ຊ່ວງນີ້ການເຮັດວຽກງານ ຫລືການສ້າງຜົນງານມີອຸປະສັກ ຫລືເກີດຄວາມລ່າຊ້າ ຈຶ່ງຕ້ອງມີການຕັດສິນໃຈຢ່າງອ້ອມຄອບ ການເງິນ ໄລຍະນີ້ມີແຕ່ເລື່ອງຈ່າຍ ເມື່ອຫາເຂົ້າມາໄດ້ເພິ່ມເຕິມກໍຕ້ອງຈ່າຍອອກໄປຢ່າງວ່ອງໄວດ້ວຍເຊັ່ນກັນ ຄວາມຮັກ ຍັງບໍ່ລົງຕົວດ້ານຄວາມສຳພັນດ້ານຄວາມຮັກ ແຕ່ຖ້າປັບຕັວເຂົ້າຫາກັນໄດ້ກໍຈະສາມາດພັດທະນາຄວາມສຳພັນກັນໄປໄດ້
ວັນພຸດ:ການງານ ຊ່ວງນີ້ການງານມີອຸປະສັກ ມີຄວາມລ່າຊ້າທີ່ຈະເກີດຂຶ້ນ ຈຶ່ງຕ້ອງມີການປັບປ່ຽນຫລືແນວທາງການເຮັດວຽກງານໃນຮູບແບບໃໝ່ ປ່ຽນວິກິດໃຫ້ເປັນໂອກາດໃຫ້ໄດ້ ການເງິນ ຍັງຢູ່ໃນເກນຊົງຕົວໃນຊ່ວງນີ້ ແຕ່ກໍໃຫ້ພະຍາຍາມບໍລິຫານການໃຊ້ຈ່າຍ ຫລືວາງແຜນການໃຊ້ເງິນໃຫ້ສົມດຸນກັບລາຍຮັບ ຄວາມຮັກ ຍັງບໍ່ມີເວລາເທົ່າໃດທີ່ຈະທຸ້ມເທເລື່ອງຄວາມຮັກໃນຊ່ວງນີ້ ເພາະມີຫຼາຍສິ່ງຫຼາຍຢ່າງທີ່ຕ້ອງໄປຈັດການ
ວັນພະຫັດ:ການງານ ຕ້ອງຕິດຕາມຂໍ້ມູນຂ່າວສານທາງດ້ານການງານ ການຕິດຕໍ່ເຈລະຈາກັບຫຸ້ນສ່ວນຈະຕ້ອງມີຄວາມຊັດເຈນ ໃນເລື່ອງຂອງວາງລະບົບ ລະບຽບແຜນງານ ແລະແບ່ງຫນ້າທີ່ກັນຢ່າງຊັດເຈນ ການເງິນ ລະມັດລະວັງກ່ຽວກັບການໃຊ້ຈ່າຍ ໃນຊ່ວງນີ້ໃຊ້ຈ່າຍຢ່າງເປັນເຫດເປັນຜົນໄວ້ຈະດີທີ່ສຸດ ຄວາມຮັກ ຈະພົບຄົນເກັ່ງ ມີຄວາມສາມາດ ທ່ານເປັນຄົນກ້າໄດ້ກ້າເສຍ ໄດ້ພົບກັນ ຫລືສົນທະນາກັນໃນມື້ນີ້ນັ້ນເອງ
ວັນສຸກ:ການງານ ເຮັດວຽກໄດ້ຢ່າງລະອຽດອ້ອມຄອບຫລາຍຂຶ້ນ ງານທີ່ເໝາະກັບທ່ານໃນຊ່ວງນີ້ ຄືງານດ້ານແຟຊັ່ນ ຄວາມສວຍງາມ ດ້ານເສດຖະສາດ ການບັນຊີ ການເງິນ ມີຄວາມກັງວົນໃນການໃຊ້ຈ່າຍໃນຊ່ວງນີ້ ຕ້ອງວາງແຜນການໃຊ້ຈ່າຍໃຫ້ອ້ອມຄອບ ຄວາມຮັກ ມີໂອກາດພົບຄົນເກັ່ງ ມີຄວາມສາມາດ ແຕ່ເວລາທີ່ມີໃຫ້ກັນຍັງບໍ່ຄ່ອຍຫລາຍປານໃດເພາະຕ່າງຄົນກໍຕ່າງມີວຽກງານ
ວັນເສົາ:ການງານ ຍັງເຮັດວຽກກັບຫຸ້ນສ່ວນໄດ້ຢ່າງມີປະສິດທິພາບ ພົບອຸປະສັກດ້ວຍ ແຕ່ກໍຈະໃຊ້ປະສົບການ ແລະຄວາມສາມາດແກ້ໄຂບັນຫາໃຫ້ຜ່ານພົ້ນໄປໄດ້ຢ່າງເປັນຜົນດີີ ການເງິນ ມີໂຊກຈະໄດ້ເງິນເຂົ້າມາໃນຊ່ວງນີ້ ຈະສັງເກດໄດ້ວ່າດວົງດີຫລາຍຂຶ້ນກວ່າແຕ່ກ່ອນ ຄວາມຮັກ ຍັງບໍ່ຕັດສິນໃຈໃນເລື່ອງຄວາມຮັກ ເພາະທ່ານຍັງມຸ້ງເນັ້ນໃນເລື່ອງຂອງການເຮັດວຽກງານຫລາຍກວ່າ
ວັນອາທິດ:ການງານ ທຸລະກິດການງານທີ່ເໝາະສົມກັບທ່ານໃນຊ່ວງນີ້ ຄືງານດ້ານທີ່ດິນ ດ້ານອາສັງຫາລິມມະຊັບ ຫລືການຕິດຕໍ່ເຈລະຈາດ້ານທີ່ປຶກສາ ການເງິນ ມີຄວາມກັງວົນໃຈກ່ຽວກັບການໃຊ້ຈ່າຍ ແລະການໃຊ້ເງິນໃນຊ່ວງນີ້ ຕ້ອງວາງແຜນການໃຊ້ຈ່າຍ ຫລືເຮັດບັນຊີລາຍຮັບລາຍຈ່າຍ ຄວາມຮັກ ຍັງບໍ່ລົງຕົວທາງດ້ານຄວາມສຳພັນດ້ານຄວາມຮັກ ເພາະໃນເລື່ອງຂອງໄລຍະທາງ ແລະເວລາທີ່ບໍ່ກົງກັນນັ້ນເອງ