ເພື່ອດໍາເນີນການຈັດຕັ້ງປະຕິບັດການຊໍາລະຫນີ້ສິນໂຄງການລົງທຶນຂອງລັດດ້ວຍຮູບແບບອວ່າຍຫນີ້ສາມແຈ ແລະຮູບແບບພັນທະບັດໂດຍກົງໄລຍະ 2 ປີ 2021 ໃຫ້ສາມາດປະຕິບັດສໍາເລັດຕາມແຜນການພ້ອມທັງເປັນການອໍານວຍຄວາມສະດວກໃຫ້ບັນດາບໍລິສັດ, ຜູ້ປະກອບການ ແລະຜູ້ຮັບເຫມົາມີຄວາມພ້ອມແລະມີເງື່ອນໄຂໃນການປະ ອບເອກະສານລວມເຖິງການມອບພັນທະຕິດພັນກັບການແກ້ໄຂຫນີ້ສິນໃຫ້ຄົບຖ້ວນ,ກະຊວງການເງິນຈຶ່ງແຈ້ງການເລກທີ 5084/ກງ ລົງ ວັນທີ 12 ຕຸລາ 2021 ກ່ຽວກັບໄລຍະເວລາປິດຮັບເອກະສານຊໍາລະຫນີ້ສິນໂຄງການລົງທຶນຂອງລັດ.່ການເລື່ອນໄລຍະເວລາການປິດຮັບເອກະສານສະເຫນີຂໍ້ແກ້ໄຂຫນີ້ສິນການລົງທຶນຂອງລັດໄລຍະ 2 ປີ 2021 ຈາກວັນທີ 30 ກັນຍາ 2001 ມາເປັນວັນທີ 30ພະຈິກ 2021 ສໍາລັບວິທີການປະກອບເອກະສານສະເຫນີຂໍ້ແກ້ໄຂຫນີ້ສິນໂຄງການລົງທຶນຂອງລັດທັງສອງຮູບແບບ (ການອວ່າຍຫນີ້ສາມແຈ ແລະອອກພັນທະບັດໂດຍກົງ) ໃຫ້ສືບຕໍ່ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນແຈ້ງການຂອງກະຊວງການເງິນ ແລະສະບັບເລກທີ 2367/ກງ, ລົງວັນທີ 7 ມິຖຸນາ 2021.ໃຫ້ກະຊວງ, ອົງການ ແລະທ່ອງຖິ່ນໃນນາມເຈົ້າຂອງໂຄງການເປັນເຈົ້າການແນະນໍາປະກອບເອກະສານສະເຫນີແກ້ໄຂຫນີ້ສິນໄລຍະ 2 ໃຫ້ຖືກຕ້ອງ, ຄົບຖ້ວນ ແລະທັນເວລາ, ພ້ອມນັ້ນໃຫ້ຮີບຮ້ອນເປັນເຈົ້າການໃນການແກ້ໄຂບາງໂຄງການທີ່ຂະນະແກ້ໄຂຫນີ້ສິນໄດ້ສະໂນດນໍາສົ່ງຄືນໃຫມ່ ແລະ ຢັ້ງຢືນຄືນສົ່ງໃຫ້ຄະນະ ແກ້ໄຂຫນີ້ສິນ (ກົມງົບປະມານແຫ່ງລັດ) ຊໍຊ້າສຸດບໍ່ໃຫ້ກາຍວັນທີ 30 ທັນວາ 2021.
ຮຸນແຮງ..!! ແຜ່ນດິນໄຫວທີ່ ອັຟການິສະຖານ ຂະໜາດ 5.6 ຣິກເຕີ່ ເສຍຊີວິດແລ້ວຢ່າງໜ້ອຍ 22 ຄົນ.
ມື້ນີ້ (18 ມັງກອນ 2022) ເກີດເຫດແຜ່ນດິນໄຫວຮຸນແຮງຂະໜາດ 5.6 ຣິກເຕີ ໃນແຂວງແບດກີສ ທາງພາກຕາເວັນຕົກຂອງອັຟການິສະຖານ ເຮັດໃຫ້ບ້ານເຮືອນຖະຫຼົ່ມລົງເຫຼືອແຕ່ຊາກ ເຊິ່ງເຈົ້າໜ້າທີ່ທ້ອງຖິ່ນໄດ້ເຜີຍພາບຄວາມເສຍຫາຍທີ່ເກີດຂື້ນ.
ແບຊ ໂມຮາມັສ ຊາຣ໌ວາຣີ ຜູ້ອຳນວຍການສຳນັກງານຂໍ້ມູນ ແລະ ວັດທະນະທຳຂອງແຂວງແບດກີສ ກວ່າວ່າ: ລາຍງານເບື້ອງຕົ້ນພົບວ່າ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 26 ຄົນ ເຊິ່ງລວມທັງຜູ້ຍິງ ແລະ ເດັກນ້ອຍ...