ຄົນເກີດວັນຈັນ:ການງານພະຍາຍາມເຮັດວຽກດ້ວຍຄວາມລະອຽດຮອບຄອບ ແລະ ລະວັງຄວາມກົດດັນຈາກຫົວໜ້າທີ່ຕ້ອງການຜົນງານ ການເງິນມີຄວາມໝັ້ນຄົງທາງດ້ານການເງິນ ເພາະມີຄວາມຂະຫຍັນ ແລະ ຄວາມພະຍາຍາມໃນການທີ່ຈະຫາເງິນເຂົ້າມາໃຫ້ໄດ້ຫຼາຍຂຶ້ນດ້ວຍຄວາມສາມາດຂອງຕົນເອງ ຄວາມຮັກຄວາມທຸກດ້ານຄວາມຮັກກໍຄົງຈະຕ້ອງເກັບໄວ້ໃນອະດີດແລະພະຍາຍາມລືມບັນຫາຕ່າງໆ ເຫຼົ່ານັ້ນທີ່ຜ່ານໄປແລ້ວ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ7
ຄົນເກີດວັນອັງຄານ:ການງານເກີດການປ່ຽນແປງບາງຢ່າງ ຫຼືກຳລັງທົບທວນພິຈາລະນາແຜນງານໃໝ່ ການເງິນມີເຫດຈຳເປັນທີ່ຕ້ອງຈ່າຍເງິນອອກໄປແບບວ່ອງໄວ ບໍ່ທັນຕັ້ງຕົວເລື້ອຍໆ ໃນໄລຍະນີ້ ຄວາມຮັກຈະພົບຄົົນທີ່ມີສະເໜ່ ແຕ່ເລິກໆ ກໍຮູ້ສຶກວ່າຄົນນີ້ຍັງບໍ່ແມ່ນຄູ່ຂອງຕົນເອງ ເຄື່ອງມຸງຄຸນເງິນ ສີມຸງຄຸນສີນໍ້າຕານ ເລກນຳໂຊກ8
ຄົນເກີດວັນພຸດ:ການງານ ຄວາມກ້າສ່ຽງ ກ້າໄດ້ກ້າເສຍຈະເຮັດໃຫ້ຕົນເອງນັ້ນເຕີບໂຕທາງສາຍງານ ແລະ ທຸລະກິດຂອງຕົນເອງຈະເລີນກ້າວໜ້າ ການເງິນໄດ້ເຂົ້າມາສົມດັ່ງໃຈ ແລ້ວຈະນຳເງິນໄປຊື້ຂອງທີ່ຢາກໄດ້ໃຫ້ກັບຕົນເອງ ຄວາມຮັກລະວັງຄຳເວົ້າທີ່ກົງເກີນໄປຈະກະທົບຈິດໃຈຄົນຮັກກໍເປັນໄປໄດ້ ເຄື່ອງມຸງຄຸນຕ່າງຫູຄໍາ ສີມຸງຄຸນສີສົ້ມ ເລກນຳໂຊກ6
ຄົນເກີດວັນພະຫັດ:ການງານລະວັງບັນຫາດ້ານສຸຂະພາບຈະສົ່ງຜົນໂດຍກົງຕໍ່ການເຮັດວຽກງານ ເຮັດໃຫ້ເມື່ອຍ ແລະ ຮູ້ສຶກຢາກຈະຢຸດເພື່ອລາພັກຜ່ອນ ການເງິນຄ່າໃຊ້ຈ່າຍມີຫຼາຍກ່ຽວຂ້ອງກັບຊັບສິນ ຫຼືຊື້ສິ່ງຂອງເພື່ອເປັນການຕອບສໜອງຄວາມສຸກໃຫ້ກັບຕົນເອງ ຄວາມຮັກຢູ່ໃນເກນທີ່ລົງຕົວດີໃນເລື່ອງຄວາມຮັກ ໃນໄລຍະນີ້ມີຄວາມສຸກໃຈເປັນຢ່າງຫຼາຍ ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ ສີມຸງຄຸນສີເຫຼືອງ ເລກນຳໂຊກ 5
ຄົນເກີດວັນສຸກ:ການງານລະວັງຈະມີບັນຫາກັບຜູ້ໃຫຍ່ໃນໄລຍະນີ້ໃນເລື່ອງຂອງການປະຕິບັດງານ ເພາະຜູ້ໃຫຍ່ຕ້ອງການໃຫ້ຢູ່ໃນກົດ ແລະ ລະບຽບ ການເງິນຈ່າຍອອກໄປຫຼາຍໃນໄລຍະນີ້ ບໍ່ຄ່ອຍມີເງິນເຫຼືອເກັບປານໃດ ຄວາມຮັກມີຄົນເຂົ້າມາຢາກເຮັດຄວາມຮູ້ຈັກໃນໄລຍະນີ້ ແຕ່ຕົນເອງກໍຍັງບໍ່ເລືອກໃຜ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີບົວອ່ອນ
ເລກນຳໂຊກ9
ຄົນເກີດວັນເສົາ:ການງານໄລຍະນີ້ຈະວຸ່ນວາຍຫຼາຍເປັນພິເສດ ວຽກຫຼາຍ ທຸລະກິດທີ່ເຮັດເລີ່ມຈະມີຍອດຂາຍເພີ່ມຂຶ້ນ ລູກຄ້າເພີ່ມຂຶ້ນ ການເງິນຈະຫາເຂົ້າມາໄດ້ຢ່າງຕໍ່ເນື່ອງ ແລະ ວ່ອງໄວໃນໄລຍະນີ້ ດວງໂຊກດີຂຶ້ນເປັນຢ່າງຫຼາຍ ຄວາມຮັກບໍ່ມີເວລາ ແລະ ຍັງບໍ່ຕັດສິນໃຈໃນເລື່ອງເຫຼົ່ານີ້ ບໍ່ເປີດໂອກາດໃຫ້ໃຜເຂົ້າມາໃນຊີວິດ ເຄື່ອງມຸງຄຸນຄໍາຝຣັ່ງ
ສີມຸງຄຸນສີດໍາ ເລກນຳໂຊກ2
ຄົນເກີດວັນອາທິດ:ການງານຮູ້ສຶກເມື່ອຍ ບາງເທື່ອກໍທໍ້ໃນເລື່ອງຂອງການງານ ເພາະພົບອຸປະສັກຂ້ອນຂ້າງຫຼາຍໃນໄລຍະນີ້ ການເງິນຫາເຂົ້າມາໄດ້ເລື້ອຍໆ ແຕ່ກໍຮູ້ສຶກວ່າຢາກຈະໄດ້ຫຼາຍກວ່ານີ້ ເພື່ອທີ່ຈະເອົາໄປໃຊ້ຈ່າຍໄດ້ຢ່າງເຕັມທີ່ ຄວາມຮັກຢ່າໃຈຮ້ອນຈົນເກີນໄປໃນໄລຍະນີ້ ຫຼີກລ້ຽງການຂັດແຍ້ງກັບຄົນຮັກຈະດີທີ່ສຸດ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຂຽວ
ເລກນຳໂຊກ0