ຄົນເກີດວັນອາທິດ:ການງານການເດີນທາງຕິດຕໍ່ທຸລະກິດຈະພົບອຸປະສັກໃນເລື່ອງການງານ ການເງິນເຂົ້າສູ່ໄລຍະທີ່ຕ້ອງປະຢັດລາຍຈ່າຍໃຫ້ຫຼາຍກວ່າທີ່ຜ່ານມາ ຄວາມຮັກເກີດຄວາມເຫີນຫ່າງອາດມີການເລີກລາກັບຄົນຮັກ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ1
ຄົນເກີດວັນຈັນ:ການງານແກ້ບັນຫາສະເພາະໜ້າໄດ້ດີ ເພື່ອຮ່ວມງານຊ່ວຍເຫຼືອໄດ້ດີ ການເງິນພົບເລື່ອງເສຍເງິນໃນການຊື້ສິນຄ້າເຂົ້າມາໃໝ່ຈໍານວນຫຼາຍ ຄວາມຮັກມີໂອກາດໄດ້ພົບຄົນຮັກເກົ່າ ແຕ່ທ່ານກໍບໍ່ໄດ້ຄິດຫຍັງແລ້ວ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີແດງ ເລກນຳໂຊກ7
ຄົນເກີດວັນອັງຄານ:ການງານເຮັດທຸລະກິດຈະການຄ້າໄດ້ຜົນກຳໄລດີເຮັດໃຫ້ທ່ານມີຄວາມສຸກ ການເງິນໄດ້ໂຊກຈາກຄວາມສາມາດຂອງທ່ານເອງ ຄວາມຮັກເກີດຄວາມສຳພັນທີ່ຫ່າງເຫີນຕ້ອງລະວັງເລື່ອງຂອງອາລົມໃຫ້ຫຼາຍ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີດໍາ ເລກນຳໂຊກ7
ຄົນເກີດວັນພຸດ:ການງານ ໃຊ້ຄວາມສາມາດພິເສດໃນການສ້າງຜົນງານໄດ້ດີໃນບ່ອນເຮັດວຽກ ການເງິນມື້ນີ້ໂຊກດີຈະໄດ້ເງິນເຂົ້າມາຊ່ວຍໃຊ້ຈ່າຍ ຄວາມຮັກໄດ້ພົບຮັກກັບຄົນມີເຈົ້າຂອງ ອາດເຮັດໃຫ້ທ່ານບໍ່ສົມຫວັງໃນເລື່ອງຄວາມຮັກ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຂຽວ ເລກນຳໂຊກ2
ຄົນເກີດວັນພະຫັດ:ການງານມີໂອກາດໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງ ດ້ວຍຄວາມສາມາດຂອງທ່ານເອງ ການເງິນມີຜູ້ອຸປະຖຳທາງການເງິນຈະເຂົ້າມາຊ່ວຍທ່ານໃນເລື່ອງຊື້ສິນຄ້າ ຄວາມຮັກໄດ້ພົບຄູ່ຄອງທີ່ດີເຂົ້າມາໃນໄລຍະນີ້ ລາວເປັນຄົນທີ່ມີຄວາມສາມາດ ເຄື່ອງມຸງຄຸນ ໄຂ່ມຸກສີແດງ ສີມຸງຄຸນສີຟ້າອ່ອນ ເລກນຳໂຊກ5
ຄົນເກີດວັນສຸກ:ການງານເຮັດທຸລະກິດຈະການຄ້າໄດ້ຜົນກຳໄລຫຼາຍ ການເງິນມື້ນີ້ໂຊກດີ ຈະໄດ້ໂຊກລາບເຂົ້າມາ ຄວາມຮັກອາດມີບັນຫານໍາຄົນຮັກຕ້ອງລະວັງເລື່ອງຂອງເວົ້າໃຫ້ຫຼາຍ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີດໍາ ເລກນຳໂຊກ3
ຄົນເກີດວັນເສົາ:ການງານເຮັດທຸລະກິດດ້ານແຟຊັ່ນຈະປະສົບຄວາມສຳເລັດ ການເງິນຫາເງິນໄດ້ຈາກຄວາມສາມາດຕົນເອງ ຄວາມຮັກໃຊ້ຊີວິດແບບເປັນອິດສະຫຼະ ບໍ່ຢາກມີໃຜເຂົ້າມາ ເຄື່ອງມຸງຄຸນ ຫິນນໍາໂຊກສີສົ້ມອ່ອນ ສີມຸງຄຸນສີເທົາ ເລກນຳໂຊກ2