ສຶກສາອົບຮົມຜູ້ລະເມີດ 7 ຄົນ ທີ່ບໍ່ປະຕິບັດຕາມແຈ້ງການ 40/ສພກ. ນວ ໃນວັນທີ 6 ພະຈິກ 2021 ເວລາ 02:00 ໂມງ ພະແນກສັນຕິບານ ປກສ ເມືອງສີສັດຕະນາກ ໄດ້ລົງສົມທົບ ປກສ ກຸ່ມວັດນາກ ແລະ ອໍານາດການປົກຄອງບ້ານໂພນປ່າເປົ້າ ໄດ້ສຶກສາອົບຮົມກຸ່ມມົ້ວສຸມ, ຊຸມແຊວ, ດື່ມເຫຼົ້າ, ເບຍ ຈໍານວນ 7 ຄົນ ຢູ່ຫ້ອງການບໍລິສັດໄຟຟ້າແຫ່ງໜຶ່ງ ຕັ້ງຢູ່ບ້ານໂພນປ່າເປົ້າ ໜ່ວຍ 68 ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລະເມີດຕໍ່ແຈ້ງການ ເລກທີ 40/ສພກ. ນວ ລົງວັນທີ 30 ຕຸລາ 2021 ວ່າດ້ວຍການສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19.ຜ່ານການກວດກາຂອງເຈົ້າໜ້າທີ່ ພົບເຫັນພວກກ່ຽວມີການຊຸມແຊວເຫຼົ້າ-ເບຍແທ້ ຈົນຮອດເວລາ 01:55 ໂມງ ຂອງວັນທີ 6 ພະຈິກ 2021 ເຊິ່ງການກະທໍາດັ່ງກ່າວ ເປັນການລະເມີດແຈ້ງການ ເລກທີ 40/ສພກ. ນວ ຂໍ້ 3.5 ຫ້າມຈັດງານລ້ຽງ ຫຼື ຊຸມແຊວທຸກຮູບແບບຢູ່ຕາມສະຖານທີ່ຕ່າງໆ.
ຮຸນແຮງ..!! ແຜ່ນດິນໄຫວທີ່ ອັຟການິສະຖານ ຂະໜາດ 5.6 ຣິກເຕີ່ ເສຍຊີວິດແລ້ວຢ່າງໜ້ອຍ 22 ຄົນ.
ມື້ນີ້ (18 ມັງກອນ 2022) ເກີດເຫດແຜ່ນດິນໄຫວຮຸນແຮງຂະໜາດ 5.6 ຣິກເຕີ ໃນແຂວງແບດກີສ ທາງພາກຕາເວັນຕົກຂອງອັຟການິສະຖານ ເຮັດໃຫ້ບ້ານເຮືອນຖະຫຼົ່ມລົງເຫຼືອແຕ່ຊາກ ເຊິ່ງເຈົ້າໜ້າທີ່ທ້ອງຖິ່ນໄດ້ເຜີຍພາບຄວາມເສຍຫາຍທີ່ເກີດຂື້ນ.
ແບຊ ໂມຮາມັສ ຊາຣ໌ວາຣີ ຜູ້ອຳນວຍການສຳນັກງານຂໍ້ມູນ ແລະ ວັດທະນະທຳຂອງແຂວງແບດກີສ ກວ່າວ່າ: ລາຍງານເບື້ອງຕົ້ນພົບວ່າ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 26 ຄົນ ເຊິ່ງລວມທັງຜູ້ຍິງ ແລະ ເດັກນ້ອຍ...