ຄົນເກີດວັນອາທິດ:ການງານຂາຍເຄື່ອງອອນລາຍຈະປະສົບຄວາມສຳເລັດ ການເງິນເດີນທາງໄກແລ້ວຈະໄດ້ເງິນເຂົ້າມາໃຊ້ຈ່າຍ ຄວາມຮັກໄດ້ພົບຄົນສະຫຼຽວສະຫຼາດມີສະເໜ່ເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີແດງ ເລກນຳໂຊກ6
ຄົນເກີດວັນຈັນ:ການງານໃຊ້ຄວາມສາມາດພິເສດແກ້ໄຂບັນຫາສະເພາະໜ້າໃຫ້ຜ່ານພົ້ນໄປໄດ້ ການເງິນມີບໍລິວານຢາກຈະເຂົ້າມາລົບກວນຊ່ວຍເຫລືອ ຫລືຂໍຢິບຢືມເງິນກັບທ່ານ ຄວາມຮັກ:ເກີດຄວາມຂັດແຍ້ງກັບຄົນຮັກ ມັກຜິດໃຈກັນໃນເລື່ອງເລັກນ້ອຍ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີແດງ ເລກນຳໂຊກ9
ຄົນເກີດວັນອັງຄານ:ການງານ ເຈລະຈາຕໍ່ລອງຈະປະສົບຄວາມສຳເລັດໃນເລື່ອງວຽກງານ ການເງິນເກີດການປ່ຽນແປງຍົກຍ້າຍວຽກແລ້ວຈະໄດ້ເງິນຫລາຍ ຄວາມຮັກມີຄົນເຂົ້າມາໃຫ້ທ່ານເລືອກຫລາຍກວ່າ 1 ຄົນ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີນໍ້າຕານເລກນຳໂຊກ6
ຄົນເກີດວັນພຸດ:ການງານ ເຈລະຈາຕໍ່ລອງກັບຫຸ້ນສ່ວນ ຫຼື ລູກຄ້າຈະສົມຫວັງ ການເງິນໃຊ້ຈ່າຍຫລາຍເປັນພິເສດ ຄວາມຮັກພົບຄວາມຫ່າງເຫີນເພາະບໍ່ມີເວລາໃຫ້ຄົນຮັກຄືແຕ່ກ່ອນ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນສີດໍາ ເລກນຳໂຊກ9
ຄົນເກີດວັນພະຫັດ:ການງານໄດ້ພົບຫຸ້ນສ່ວນທີ່ດີ ຊ່ວຍກັນສ້າງທຸລະກິດຈະປະສົບຄວາມສຳເລັດ ການເງິນອາດຈະມີບໍລິວານເຂົ້າມາຢິບຢືມຂໍຄວາມຊ່ວຍເຫລືອດ້ານການເງິນກັບທ່ານ ຄວາມຮັກຢູ່ໃນສະຖານະການຄຽດໃນເລື່ອງຄວາມສໍາຜັດທີ່ບໍ່ຊັດເຈນ ເຄື່ອງມຸງຄຸນເງິນ ສີມຸງຄຸນສີນໍ້າຕານ ເລກນຳໂຊກ7
ຄົນເກີດວັນສຸກ:ການງານເຮັດທຸລະກິດແບບສາຍດ່ຽວຕ້ອງໃຫ້ມີຄວາມລະອຽດຮອບຄອບ ການເງິນມີໂຊກ ຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກຢູ່ໃນສະຖານະການຄຽດບໍ່ມີເວລາໃຫ້ຄົນຮັກ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນສີເຫຼືອງ ເລກນຳໂຊກ 9
ຄົນເກີດວັນເສົາ:ການງານພົບການປ່ຽນແປງໃນຫນ້າວຽກ ອາດເຮັດໃຫ້ທ່ານບໍ່ສະບາຍໃຈ ການເງິນໂຊກດີຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ທ່ານ ຄວາມຮັກໄດ້ພົບຮັກກັບຄົນທີ່ມີຄວາມສາມາດ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີດໍາ ເລກນຳໂຊກ4