ສານອາຍາໄທ ບໍ່ໃຫ້ປະກັນຕົວ ດາຣາ ດັງ ແລະ ແມ່, ສົ່ງເຂົ້າຄຸກທັນທີ ຫລັງຈາກພົບເຫັນການສໍ້ໂກງຮ່ວມລົງທຶນແຊຣ Forex ເສຍຫາຍຫລາຍກວ່າ 2,800 ລ້ານບາດ
ສຳນັກງານຂ່າວ The standard ລາຍງານໃຫ້ຮູ້ວ່າ: ໃນວັນທີ 18 ສິງຫາ 2022 ພະນັກງານສຳນັກງານໄອຍະການຄະດີພິເສດ ໄດ້ຍື່ນຟ້ອງ ທ້າວ ກິດຕິເຊດ ໄຊຍະເດດ ຫລື ສາລະຍຸດ ໄຊຍະເດດ ອ້າຍ ຂອງ ນາງ ພິ້ງກີ້ ສາວິກາ ໄຊຍະເດດ ດາຣາ ຊື່ດັງ ພ້ອມພັກພວກ 19 ຄົນ ໃນຂໍ້ຫາທຸຈະລິດ ດ້ວຍການຫລອກລວງຮ່ວມກັນນຳເຂົ້າລະບົບຄອມພີວເຕີທີ່ເປັນຂໍ້ມູນຄອມພີວເຕີບໍ່ຖືກຕ້ອງ ລັກສະນະນ່າຈະເກີດຄວາມເສຍຫາຍໃຫ້ແກ່ປະຊາຊົນ, ຮ່ວມກັນກູ້ຍືມເງິນທີ່ເປັນການສໍ້ໂກງປະຊາຊົນ ແລະ ຮ່ວມກັນສໍ້ໂກງ.
ໃນຄຳຟ້ອງຂໍ້ກ່າວຫາລະບຸວ່າ: ຈຳເລີຍພ້ອມທັງ 19 ຄົນ ມີເຈດຕະນາທຸຈະລິດຫລອກລວງໂດຍນຳເຂົ້າສູ່ລະບົບຄອມພິວເຕີ ເຊິ່ງຂໍ້ມູນທີ່ບໍ່ຖືກຕ້ອງຜ່ານລະບົບເວັບໄຊແຊ Forex ແລະ ຜ່ານລະບົບ Facebook ຊັກຊວນໃຫ້ປະຊາຊົນເອົາເງິນເຂົ້າຮ່ວມລົງທຶນ ໂດຍອ້າງວ່າຈະເອົາເງິນໄປລົງທຶນຊື້ຂາຍແລກປ່ຽນເງິນຕາຕ່າງປະເທດ, ຈຳເລີຍ 19 ຄົນໄດ້ອາໄສໂອກາດຈາກການມີຊື່ສຽງ, ຄວາມໜ້າເຊື່ອຖື
ທັງເປັນນັກສະແດງ, ນັກຮ້ອງ, ເປັນຄົນທີ່ມີຊື່ສຽງໃນວົງການບັນເທີງ ແລະ ລວມເຖິງທີ່ມີຊື່ສຽງໃນປະເທດ, ສ້າງຄວາມໜ້າເຊື່ອຖືໃຫ້ກັບ 19 ຄົນ ໃນລັກສະນະແບ່ງໜ້າທີ່ກັນ, ໂດຍການຫລອກລວງດັ່ງກ່າວມີຜູ້ມີເສຍຫາຍຫລົງເຊື້ອທີ່ນຳເງິນໄປຮ່ວມລົງທຶນທັງໝົດ 9.824 ຄົນ ແລະ ໄດ້ມີການກູ້ຢືມເງິນຮ່ວມກັນ ມີຄວາມເສຍຫາຍທັງໝົດ 2.489.820.321,52 ບາດ.
ຕໍ່ມາ ຈຳເລີຍໄດ້ຍື່ນຄຳຮ້ອງຂໍໃຫ້ປ່ອຍຕົວຊົ່ວຄາວ ໂດຍສານພິຈາລະນາເຖິງຄວາມເສຍຫາຍຂອງຄະດີເຫັນວ່າ: ຂໍ້ກ່າວຫາມີອັດຕາໂທດສູງ ຄ່າເສຍຫາຍຕາມຟ້ອງມີຈຳນວນຫລາຍ ຖ້າທັງສອງໄດ້ຮັບການປ່ອຍຕົວຊົ່ວຄາວຢ້ານຜູ້ກ່ຽວຈະເອົາຕົວຫລົບໜີ ສານຈຶ່ງບໍ່ອະນຸຍາດໃຫ້ປ່ອຍຕົວຊົ່ວຄາວ.
ໃນນີ້, ສານໄດ້ຮັບເອົາສຳນວນຄະດີໄວ້ພິຈາລະນາເປັນຄະດີ ເລກດຳ ອ.2047/25 ພ້ອມກວດສອບຄຳໃຫ້ການຂອງຈຳເລີຍ ເຊິ່ງທັງໝົດປະຕິເສດທີ່ຈະຕໍ່ສູ້ຄະດີ ດັ່ງນັ້ນ, ສານຈຶ່ງໄດ້ນັດຄູ່ຄວາມກວດພະຍານຫລັກຖານໃນວັນທີ 26 ກັນຍາ 2022 ເວລາ 9:00 ໂມງເຊົ້າ