ວັນທີ 23 ສິງຫາ 1945 ແລະ 1975 ແມ່ນວັນທີ່ມີຄວາມໝາຍຄວາມສຳຄັນຂອງປວງຊົນລາວທັງຊາດ ເປັນວັນມະຫາໄຊຊະນະຂອງການປະຕິວັດລາວ.
ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ ທີ່ຍອມເສຍສະຫຼະຊີວິດເລືອດເນື້ອ ຕໍ່ສູ້ກູ້ຊາດເພື່ອນຍຸດທະສາດຂັບໄລຈັກກະພັດອາເມລິ ກາ ອອກຈາກຜືນແຜ່ນດິນລາວ ແລະ ບີບບັງຄັບໃຫ້ທະຫານ ແລະ ລັດຖະບານຫຸ່ນວຽງຈັນ ຕ້ອງຍອມຈຳນົນ ມອບອຳນາດ ອະທິປະໄຕໃຫ້ຄົນລາວເປັນເຈົ້າຂອງປະເທດຊາດທີ່ແທ້ຈິງ
ໃນປີ 1893, ປະຊາຊົນລາວບັນດາເຜົ່າ ໄດ້ຈົມຢູ່ໃນຄວາມເປັນຂ້ອຍຂ້າຂອງພວກລ່າເມືອງຂຶ້ນຕ່າງດ້າວ ແລະ ຖືກກົດຂີ່ຂູດຮີດຢ່າງແສນສາຫັດ, ການຕໍ່ສູ້ກູ້ຊາດຂອງປະຊາຊົນບັນດາເຜົ່າກໍ່ມີຂະບວນກວ້າງຂວາງ ແຕ່ບໍ່ເປັນກຳລັງໜຶ່ງດຽວ ຕ່າງຄົນຕ່າງເຮັດການຕໍ່ສູ້ ເຮັດໃຫ້ການຕໍ່ສູ້ບໍ່ໄດ້ຮັບຄວາມສຳເລັດສູງ. ມາຮອດປີ 1930, ພັກກອມມູນນິດອິນດູຈີນ ໄດ້ກຳເນີດເກີດຂຶ້ນ, ພາຍໃຕ້ການນໍາພາຂອງພັກແຄວ້ນລາວ ຈຶ່ງເຮັດໃຫ້ປະເທດເຮົາກ້າວເຂົ້າສູ່ການຕໍ່ສູ້ແບບໃໝ່ ໂດຍແມ່ນພັກປະຊາຊົນ ປະຕິວັດລາວ ເປັນຜູ້ນຳພາ. ຈາກນັ້ນ, ລັດຖະບານລາວອິດສະຫຼະ ກໍໄດ້ຮັບການສ້າງຕັ້ງຂຶ້ນ ແລະ ປະກາດເປັນເອກະລາດຂອງຊາດ ຕໍ່ໜ້າມວນຊົນ ໃນວັນທີ 12 ຕຸລາ 1954.
ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງ ຖືກລາໄຊ, ຈັກກະພັດອາເມລິກາ ກໍໄດ້ໂດດເຂົ້າມາແທນດຳເນີນການແຊກແຊງ ແລະ ຮຸກຮານປະເທດລາວ ໂດຍຫວັງເຮັດໃຫ້ປະເທດເຮົາເປັນຫົວເມືອງຂຶ້ນແບບໃໝ່ ແລະ ເປັນຖານທັບແນໃສ່ປິດລ້ອມຫວຽດນາມ ແລະ ສປ ຈີນ. ຕໍ່ສະພາບການ ແລະ ຄວາມຮຽກຮ້ອງຕ້ອງການດັ່ງກ່າວ ວັນທີ 22 ມີນາ 1955, ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນ.
ໄລຍະ 1964-1973 ເປັນໄລຍະຕໍ່ສູ້ຜາບແພ້ຍຸດທະສາດ “ສົງຄາມພິເສດເພີ່ມທະວີຂອງຈອນເຊິນ” ແລະ “ຍຸດທະສາດສົງຄາມພິເສດເພີ່ມທະວີ” ແລະ ໄລຍະ1973-1975 ເປັນໄລຍະຕໍສູ້ເພື່ອເຮັດສຳເລັດການປະຕິວັດ, ກອງປະຊຸມສູນກາງພັກ ໃນປີ 1975 ໄດ້ວາງທິດທາງ ແລະ ໜ້າທີ່ລວມໃນການຕໍ່ສູ້ຍາດເອົາໄຊຊະນະຂັ້ນສຸດທ້າຍຂອງການປະຕິວັດ ໂດຍນຳໃຊ້ແນວຄິດຂອງປະທານ ໄກສອນ ພົມວິຫານ ໝູນໃຊ້ 3 ບາດຄ້ອນຍຸດທະ ສາດຄື: ການລຸກຮູ້ຂຶ້ນຂອງມະຫາຊົນ, ການໜຸນໜີບຂອງກຳລັງປະກອບອາວຸດປະຕິວັດ ແລະ ການແຍກຕົວອອກຂອງກຳລັງທະຫານຂອງສັດຕູ ແລ້ວມາຮ່ວມມືກັບກຳລັງຮັກຊາດ, ວັນທີ 23 ສິງຫາ 1975, ຊາວນະຄອນຫຼວງວຽງຈັນ ສອງໝື່ນກວ່າຄົນໄດ້ໂຮມຊຸມນຸມມິດຕິ່ງ ເພື່ອຕ້ອນຮັບການປະກາດສ້າງຕັ້ງອຳນາດການປົກຄອງປະຕິວັດນະຄອນຫຼວງວຽງຈັນ; ເຊິ່ງກໍເປັນອັນວ່າ ລະບົບອຳນາດການປົກຄອງປະຕິວັດທັງໝົດທຸກຂັ້ນ ໄດ້ຮັບການສ້າງຕັງຂຶ້ນໃນທົ່ວເຂດປົກຄອງຂອງສັດຕູ.
ວັນທີ 2 ທັນວາ 1975, ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ນະຄອນຫຼວງວຽງຈັນ ແລະ ເປັນເອກະສັນກັນ ຕົກລົງລົບລ້າງລະບອບລາຊາ ແລະ ສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າລາສີ.
ວັນຢຶດອຳນາດ 23 ສິງຫາ 1945 ແລະ 23 ສິງຫາ 1975, ຈຶ່ງມີຄວາມໝາຍຄາມສຳຄັນສຳລັບປະຊາຊົນລາວທັງຊາດ ເພາະແມ່ນໄຊຊະນະຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນຳພາອັນສະຫຼາດສ່ອງໃສຂອງພັກ, ແມ່ນຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງການນຳໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຍຶດອຳນາດການປົກຄອງທົ່ວປະເທດແບບ “ບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ”ຈັບປາໄດ້ທັງຫມົດ , ມັນແມ່ນໄຊຊະນະຂອງກຳລັງແຮງແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປວງຊົນລາວທັງຊາດ ແລະ ແມ່ນໄຊຊະນະຂອງຄວາມສາມັກຄີຮ່ວມສຳພັນສູ້ຮົມລະຫວ່າງປະຊາຊົນລາວ, ປະຊາຊົນຫວຽດນາມ ແລະ ປະຊາຊົນກຳປູເຈຍ ສາມອ້າຍນ້ອງຢ່າງສົມບູນ
ຂໍ້ມູນ: ແນວລາວສ້າງຊາດ ແຂວງຫຼວງພະບາງ