ຂໍ້ຫ້າມໃນໄລຍະ ບຸນຊ່ວງເຮືອຢູ່ຫຼວງພະບາງ ຖ້າລະເມີດລະວັງຖືກປັບໃໝ

    0
    234

    ບັນເທີງ-ຄາຣາໂອເກະ, ຮ້ານນວດ-ສະປາ ພາຍໃນ ແຂວງຫລວງພະບາງ ຊາບວ່າ:

    ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດິນຊ່ວງເຮືອເດືອນເກົ້າ ທີ່ຈະໝູນນວຽນມາປະຈົບຄົບຮອບອີກວາລະໜຶ່ງນັ້ນ,

    ໃຫ້ບັນດາທ່ານຜູ້ປະກອບການທຸລະກິດ ຈົ່ງພ້ອມກັນເພີ່ມຄວາມເອົາໃຈໃສ່ໃນການປະ ຕິບັດລະບຽບການຢ່າງເຂັ້ມງວດ, ໂດຍສະເພາະແມ່ນ ຄວາມເປັນລະບຽບຮຽບຮ້ອຍ ແລະການປະຕິບັດໂມງເວລາເປີດ-ປິດ,

    ຫ້າມມົ້ວສຸມສິ່ງເສບຕິດທຸກປະເພດ ໃນສະຖານທີ່ບັນເທີງ-ຄາຣາໂອເກະ, ຮ້ານອາຫານ-ກິນດື່ມ, ຫ້າມນຸ່ງຖືບໍ່ສຸພາບໂປ້ເປື່ອຍ ແລະອື່ນໆ.ໃນກໍລະນີຜູ້ປະກອບການທຸລະກິດຫາກບໍ່ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ ຈະໄດ້ປະຕິບັດມາດຕະການ ດັ່ງນີ້:

    ລະເມີດ ຄັ້ງທີ 1: ຈະຖືກສຶກສາອົບຮົມ, ເຮັດບົດບັນທຶກພ້ອມທັງ ປັບໃໝ 1.000.000 ກີບ(ໜຶ່ງລ້ານກີບ).–

    ລະເມີດ ຄັ້ງທີ 2: ຈະຖືກສຶກສາອົບຮົມ, ເຮັດບົດບັນທຶກ, ຈະຖືກໂຈະການດໍາເນີນທຸລະກິດເປັນເວລາ 5 ເດືອນ. ພ້ອມທັງປັບໃຫມ 5.000.000 ກີບ (ຫ້າລ້ານກີບ).– .ລະເມີດ ຄັ້ງທີ 3: ຈະຖືກຍົກເລີກການດໍາເນີນທຸລະກິດຖາວອນ, ພ້ອມທັງ ປັບໃໝ 10.000.000 ກີບ (ສິບ-ລ້ານກີບ)

    .ດັ່ງນັ້ນ, ຈຶ່ງຂໍຖືເປັນກຽດ ແຈ້ງມາຍັງບັນດາທ່ານເພື່ອຊາບ ແລະພ້ອມຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະ ບັບນີ້ຢ່າງເຂັ້ມງວດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.