ໄລຍະວັນທີ 25-26 ສິງຫາ 2022 ຝົນຈະຕົກໜັກ ຟ້າຮ້ອງ ຟ້າເຫລື້ອມ ນໍ້າຖ້ວມ ແລະ ດິນເຈື່ອນ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະຕົ້ນອາທິດ ວັນທີ 22-26 ສິງຫາ 2022 ຮ່ອງຄວາມກົດດັນອາກາດຕໍ່າ ຈະພາດຜ່ານຢູ່ແຂວງພາກເໜືອ ດ້ານຕາເວັນອອກຂອງ ປະເທດລາວ ສົມທົບກັບລົມຕາເວັນຕົກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກໜັກຢູ່ບາງ
ທ້ອງ ຖິ່ນແຂວງພາກເໜືອ. ຈາກນັ້ນໃນໄລຍະກາງ ຫາທ້າຍອາທິດ ວັນທີ 24-28 ສິງຫາ 2022 ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອ ແລະ ພາກກາງຂອງປະເທດລາວ ປ່ອງເຂົ້າສູ່ລົມພາຍຸເຂດຮ້ອນທີ່ກໍາລັງກໍໂຕ ຢູ່ເຂດທະເລຈີນໃຕ້ ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະເພີ່ມ ກໍາລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະພາກກາງ.
ຈາກສະພາບຝົນຕົກໜັກ ຟ້າຮ້ອງ ຟ້າເຫລື້ອມ ນໍ້າຖ້ວມ ແລະ ດິນເຈື່ອນ ເນື່ອງຈາກວ່າ ໃນໄລຍະວັນທີ 25-26 ສິງຫາ 2022 ລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ຈະເພີ່ມກໍາລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ໃນແຂວງພາກເໜືອ ດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້.
ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບ ຝົນຕົກໜັກ ນໍ້າຖ້ວມຊຸ ນໍ້າຖ້ວມຍຶ່ງ ແລະ ດິນເຈື່ອນ ເນື່ອງຈາກຈະມີ ຝົນຕົກໜັກຕິດຕໍ່ກັນຫລາຍວັນ. ພ້ອມໃຫ້ຕິດຕາມຂ່າວພະຍາກອນ ອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.