ໃນຕອນເຊົ້າເວລາ 2:00 ໂມງຂອງ ວັນທີ 30 ກໍລະກົດ 2022, ເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ ໄດ້ອອກກວດກາການສັນຈອນຕາມສາຍທາງລະຫວ່າງ ບ້ານພຽງໃໝ່ ເມືອງຊໍາໃຕ້ ຫາ ບ້ານດ່ານໄຊ ເມືອງວຽງໄຊ ໄດ້ພົບເຫັນຊາຍທີ່ຖືກສົງໄສ 1 ຄົນ ຈຶ່ງໄດ້ຂໍກວດກາ ໃນເບື້ອງຕົ້ນພົບຢ າ ເ ສ ບ ຕ ິ ດ 1 ເມັດ. ຈາກນັ້ນ, ຈຶ່ງຂະຫຍາຍຜົນພົບຢ າ ບ້ າທີ່ຊຸກເຊື່ອງໃນກະຕິບເຂົ້ມຕື່ມ 200 ກວ່າເມັດ.
ເຈົ້າໜ້າທີ່ ປກສ ເມືອງຊໍາເໜືອ ແຂວງຫົວພັນ ໃຫ້ຮູ້ວ່າ:
ໃນຂະນະກວດກາການສັນຈອນຢູ່ນັ້ນ ໄດ້ພົບຊາຍຄົນໜຶ່ງຊາບຊື່ຕາມພາຍຫຼັງ ຄື: ທ້າວ ເສັງມົວ ອາຍຸ 33 ປີ ບ້ານດ່ານໄຊ ເມືອງວຽງໄຊ ແຂວງຫົວພັນ ໄດ້ຂັບຂີ່ລົດຈັກຢີ່ຫໍ່ຮອນດາສີຂຽວດໍາບໍ່ມີທະບຽນມາແຕ່ ບ້ານພຽງໃໝ່ ເມືອງຊໍາໃຕ້ ມຸ່ງໜ້າໄປສູ່ ບ້ານດ່ານໄຊ ເມືອງວຽງໄຊ ແຂວງຫົວພັນ ມາຮອດຈຸດດັ່ງກ່າວເຈົ້າໜ້າທີ່ໄດ້ເຫັນຜູ້ກ່ຽວມີພິລຸດ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ກວດຄົ້ນຕົວຜູ້ກ່ຽວ ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ໃນເບື້້ອງຕົ້ນໄດ້ພົບເຫັນຢາບ້າ ຈໍານວນ 1 ເມັດ ທີ່ຊຸກເຊື່ອງໄວ້ຢູ່ໃນກະເປົາພາຍ. ຕໍ່ມາ, ເຈົ້າໜ້າທີ່ຈຶ່ງໄດ້ຈັບຕົວພ້ອມຂອງກາງຈໍານວນດັ່ງກ່າວ ມາສືບສວນ-ສອບສວນ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.
ມາຮອດເວລາ 8:00 ໂມງຂອງວັນດຽວກັນ, ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ປກສ ເມືອງຊໍາໃຕ້ ຈຶ່ງໄດ້ປະສານສົມທົບກັບ ເຈົ້າໜ້າທີ່ ປກສ ເມືອງວຽງໄຊ, ອໍານາດການປົກຄອງ, ປກສ-ປກຊ ບ້ານດ່ານໄຊ ເຂົ້າໄປກວດຄົ້ນເຮືອນຂອງຜູ້ກ່ຽວຢູ່ທີ່ຄຸ້ມຫ້ວຍທອງ ບ້ານດ່ານໄຊ; ຜ່ານການກວດຄົ້ນພົບເຫັນຂອງກາງ ປະເພດຢ າ ບ້ າຕື່ມອີກ ຈໍານວນ 215 ເມັດ ທີ່ຊຸກເຊື່ອໄວ້ຢູ່ໃນຕິບເຂົ້າຢູ່ໃນເຮືອນຄົວ ແລະ ອຸປະກອນການເສບຈໍານວນໜຶ່ງຢູ່ໃນເຮືອນ ເຈົ້າໜ້າທີ່ຈຶ່ງໄດ້ນໍາເອົາຂອງກາງ ແລະ ອຸປະກອນການເສບມາທີ່ກອງບັນຊາການ ປກສ ເມືອງຊໍາໃຕ້ ເພື່ອສືບສວນ-ສອບສວນຫາຂໍ້ມູນທີ່ໄປທີ່ມາຂອງຢາບ້າຈໍານວນດັ່ງກ່າວ.
ທ້າວ ເສັງມົວ ໄດ້ຮັບສາລະພາບວ່າ: ຢາບ້າຈໍານວນທັງໝົດ 216 ເມັດ ແລະ ອຸປະກອນການເສບ ແມ່ນຂອງຜູ້ກ່ຽວແທ້ ໄດ້ຊື້ນໍາບຸກຄົນທີ່ບໍ່ຮູ້ຊື່ມາໄວ້ເພື່ອເສບ ແລະ ຈໍາໜ່າຍ. ຈາກນັ້ນ, ເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ ຈຶ່ງໄດ້ນໍາສົ່ງຕົວຜູ້ກ່ຽວພ້ອມທັງເຄື່ອງຂອງກາງໃຫ້ ພະແນກສະກັດກັ້ນ ແລະ ຕ້ານຢ າ ເ ສ ບ ຕ ິ ດ ແຂວງຫົວພັນ ດໍາເນີນຄະດີຕໍ່ເພື່ອສືບສວນຫາກຸ່ມແກ້ງຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍ.