ຍຸບເລີກ​ ມູນນິທິອາສາຊ່ວຍເຫຼືອຜູ້ປະສົບໄພ ແຂວງສະຫວັນນະເຂດ​ ເນື່ອງຈາກເຄື່ອນໄຫວບໍ່ສອດຄ່ອງຕາມດຳລັດມູນນິທິ

    0
    319

    ຂໍ້ຕົກລົງເຈົ້າແຂວງ ແລະ ແຈ້ງການພະແນກພາຍໃນແຂວງສະຫວັນນະເຂດ​ ໃຫ້ຍຸບເລີກ​ ມູນນິທິອາສາຊ່ວຍເຫຼືອຜູ້ປະສົບໄພ ແຂວງສະຫວັນນະເຂດ​ ເນື່ອງຈາກເຄື່ອນໄຫວບໍ່ສອດຄ່ອງຕາມດຳລັດມູນນິທິ,​ ມີການຮຽກຮັບຜົນປະໂຫຍກ (ເງິນ),​ ພາຍຫລັງສຶກສາອົບຮົມຫຼາຍຄັ້ງ​ ແຕ່ມູນນິທິກໍຍັງຝ່າຝືນ ສືບຕໍ່ລະເມີດ.​

    ຂໍ້ຕົກລົງເຈົ້າແຂວງ ແລະ ແຈ້ງການພະແນກພາຍໃນແຂວງ ວ່າດ້ວຍການຍຸບເລີກ ມູນນິທິ ອາສາຊ່ວຍເຫຼືອຜູ້ປະສົບໄພ ແຂວງສະຫວັນນະເຂດ
    ພະແນກພາຍໃນ ຂໍແຈ້ງມາຍັງທ່ານຊາບວ່າ:
    1. ການເຄື່ອນໄຫວຂອງ ມູນນິທິ ອາສາຊ່ວຍເຫຼືອຜູ້ປະສົບໄພ ແຂວງສະຫວັນນະເຂດ ບໍ່ສອດຄ່ອງຕາມດຳລັດມູນນິທິ ສະບັບເລກທີ 149/ນຍ, ລົງວັນທີ 19 ພຶດສະພາ 2011.
    2. ມີການລະເມີດບັນດາລະບຽບກົດໝາຍທີ່ວາງອອກເຊັ່ນ: ພາຍຫຼັງຊ່ວຍເຫຼືອຜູ້ປະສົບໄພແລ້ວ ມູນນິທິແມ່່ນຮຽກຮ້ອງເອົາຜົນປະໂຫຍດຕອບແທນ (ເງິນ) ຊຶ່ງເຫັນວ່າຜິດຕໍ່ລະບຽບການກຳນົດ.
    3. ທາງຄະນະຄຸ້ມຄອງວຽກອົງການຈັດຕັ້ງທາງສັງຄົມຂັ້ນແຂວງ ໄດ້ເຊີນມູນນິທິມາກ່າວເຕືອນ, ສຶກສາອົບຮົມຫຼາຍຄັ້ງແຕ່ມູນນິທິກໍຍັງຝ່າຝືນ ສືບຕໍ່ລະເມີດກົດລະບຽບຂອງຕົນ ແລະ ກົດໝາຍຂອງລັດ ສະນັ້ນ, ໃນເມື່ອມູນນິທິບໍ່ຈິງໃຈຊ່ວຍເຫຼືອສັງຄົມຕາມຈຸດປະສົງ ແລະ ເປົ້າໝາຍຂອງມູນນິທິເອງທີ່ວາງໄວ້ໃນເບື້ອງຕົ້ນຈຶ່ງເຮັດໃຫ້ບໍ່ສາມາດເຄື່ອນໄຫວຕໍ່ໄປໄດ້.

    ສະນັ້ນ, ບັນດາພະແນກການ ກົມກອງອ້ອມຂ້າງແຂວງ, ບັນດາຫ້ອງການພາຍໃນ 14 ເມືອງ, 01 ນະຄອນ ຈົ່ງຮັບຮູ້ ແລະ ລາຍງານຕໍ່ການນຳເມືອງ ແຈ້ງການໃຫ້ສັງຄົມຮັບຊາບ ຖ້າຫາກເຫັນວ່າ ມູນນິທິດັ່ງກ່າວຍັງອອກເຄື່ອນໄຫວຊ່ວຍເຫຼືອຜູ້ປະສົບໄພ ຫຼື ລະດົມວັດຖຸປັດໃຈນຳພາກສ່ວນຕ່າງໆ ແມ່ນມູນນິທິຈົງໃຈຕົວະຍົວະຫຼອກລວງປະຊາຊົນ ເພາະໃນນາມມູນນິທິແມ່ນບໍ່ມີສິດເຄື່ອນໄຫວແລ້ວ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.