ຜົນການສັງເກດການເບື້ອງຕົ້ນ ກ່ຽວກັບຜົນກະທົບຈາກເຂື່ອນໄຟຟ້າ

    0
    107

    ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 22 ສິງຫາ 2022 – ອີງຕາມຜົນໄດ້ຮັບເບື້ອງຕົ້ນ ຂອງບົດລາຍງານສະບັບໜຶ່ງຂອງ ຄະນະກໍາມາທິການແມ່ນໍ້າຂອງສາກົນ (ຄມສ) ທີ່ໄດ້ເຜີຍແຜ່ໃນທ້າຍອາທິດຜ່ານມາ ໄດ້ໃຫ້ຮູ້ວ່າ ໂຄງການພະລັງງານທາງນໍ້າ 2 ໂຄງການ ລຽບຕາມແມ່ນໍ້າທີ່ມີຄວາມສໍາຄັນທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ມີຜົນກະທົບຕໍ່ກັບ ການໄຫຼຂອງນໍ້າ, ການຕົກຕະກອນ ແລະ ການປະມົງ ເຊິ່ງສາມາດວັດແທກໄດ້ ຢູ່ໃນລະດັບປານກາງ.

    ທີມງານນານາຊາດ ທີ່ເຮັດວຽກໃຫ້ ແຜນງານຕິດຕາມສິ່ງແວດລ້ອມຮ່ວມ (JEM) ຂອງ ຄມສ ໄດ້ທົດສອບ ຂະບວນການຕິດຕາມສະພາບທາງດ້ານສິ່ງແວດລ້ອມຂອງແມ່ນໍ້າຂອງ ໂດຍການວັດແທກ 5 ຕົວຊີ້ວັດຕົ້ນຕໍຂອງ ຄື: ອຸທົກກະສາດ, ຕະກອນ, ຄຸນນະພາບນໍ້າ, ນິເວດວິທະຍາທາງນໍ້າ ແລະ ການປະມົງ ໃນໄລຍະຫນຶ່ງປີທີ່ຜ່ານມາ. ຈາກຂໍ້ມູນຕິດຕາມສິ່ງແວດລ້ອມ ທີ່ໄດ້ຮັບຈາກການຕິດຕາມດັ່ງກ່າວ ໃນໄລຍະຫນຶ່ງປີ ຖືວ່າຍັງໄວຫຼາຍໂພດ ທີ່ຈະສະຫຼຸບຜົນຕ່າງໆໄດ້.

    ໂດຍການທົດສອບສິ່ງດັ່ງກ່າວມານີ້ ຢູ່ໂຄງການພະລັງງານທາງນໍ້າ 2 ແຫ່ງ ທີ່ຂ້ອນຂ້າງໃໝ່ ກໍ່ຄື ໂຄງການດອນສະໂຮງ ແລະ ໂຄງການໄຊຍະບູລີ ນັ້ນ, ຄມສ ມີເປົ້າໝາຍເພື່ອສ້າງ ວິທີການຕິດຕາມ ແລະ ມາດຕະຖານການຕິດຕາມຜົນກະທົບຕໍ່ສິ່ງແວດລ້ອມ ໃຫ້ແກ່ບັນດາຜູ້ພະລິດພະລັງງານທາງນໍ້າ ລຽບຕາມລໍາແມ່ນໍ້າຂອງ ໄດ້ປະຕິບັດຕາມ ໃນອະນາຄົດ.

    ໃນຈໍານວນ ຜົນໄດ້ຮັບ ທີ່ພົ້ນເດັ່ນທີ່ສຸດນັ້ນ, ທີມງານຕິດຕາມ ໄດ້ສັງເກດເຫັນວ່າ ລັກສະນະຂອງປະລິມານນໍ້າໄຫຼ ໂດຍລວມແລ້ວ ບໍ່ມີການປ່ຽນແປງ. ສຸຂະພາບດ້ານນິເວດວິທະຍາຂອງແມ່ນໍ້າແຫ່ງນີ້ ແມ່ນຢູ່ໃນລະດັບ “ດີ” ຢູ່ເຂດເທິງເຂື່ອນ, ຢູ່ໃນລະດັບ “ປານກາງ” ໃນເຂດກັກຂັງນໍ້າຂອງເຂື່ອນ ແລະ ຢູ່ໃນລະດັບ “ປານກາງ” ຢູ່ເຂດລຸ່ມເຂື່ອນຂອງທັງສອງເຂື່ອນນັ້ນ. ຄຸນນະພາບນໍ້າ ຍັງຄົງຢູ່ໃນ

    “ເກນທີ່ເປັນມິດຕໍ່ສຸຂະພາບຂອງມະນຸດ”. ໃນເຂດກັກຂັງນໍ້າຂອງເຂື່ອນນັ້ນ ບໍ່ປາກົດມີຫຼັກຖານສະແດງເຖິງ ຊັ້ນນໍ້າ ເຊິ່ງສາມາດກະທົບຕໍ່ກັບ ຄຸນນະພາບນໍ້າ ແລະ ການປະມົງ. ຫຼັງຈາກທີ່ ນໍ້າໄຫຼຜ່ານເຂື່ອນເລົ່ານັ້ນແລ້ວ, “ມັນມີຫຼັກຖານໜ້ອຍດຽວ ທີ່ສະແດງໃຫ້ເຫັນເຖິງ ການປ່ຽນແປງໃນທາງດ້ານ ຄຸນນະພາບນໍ້າຢູ່ເຂດລຸ່ມເຂື່ອນ”.

    ບັນດາຜູ້ຕິດຕາມ ຍັງໄດ້ກວດພົບ ລະດັບນໍ້າທີ່ຂຶ້ນລົງແຕ່ລະວັນ ຢູ່ເຂດລຸ່ມເຂື່ອນໂຄງການໄຊຍະບູລີ ໃນ ສປປ ລາວ ເຊິ່ງອາດກະທົບກັບ ລະບົບນິເວດວິທະຍາ. ເຖິງຢ່າງໃດກໍ່ຕາມ, ສິ່ງດັ່ງກ່າວມານີ້ ບໍ່ໄດ້ເກີດຂຶ້ນຢູ່ ເຂດລຸ່ມເຂື່ອນດອນສະໂຮງ. ທີມງານຕິດຕາມສິ່ງແວດລ້ອມຮ່ວມ ຍັງໄດ້ສັງເກດເຫັນເຖິງ ລັກສະນະໜຶ່ງ ທີ່ໄດ້ເລີ້ມຂຶ້ນ ໃນປີ 2018 ຄື: ຄວາມໜາແໜ້ນຂອງຕະກອນ ແລະ ປະລິ

    ມານຂອງຕະກອນ ຫຼຸດລົງ ເຊິ່ງເປັນຕະກອນ ທີ່ພັດພາເອົາ ສານອາຫານລໍ່ລ້ຽງຊີວິດ ແລະ ເຮັດໃຫ້ແຄມຝັ່ງແມ່ນໍ້າ ໝັ້ນທ່ຽງ. ນອກຈາກນັ້ນແລ້ວ, ການຫຼຸດລົງ ດັ່ງກ່າວມານີ້ “ຍັງອາດເປັນຍ້ອນ ການກັກເກັບຕະກອນ ຂອງບັນດາໂຄງການພະລັງງານນໍ້າ ທັງຢູ່ລຽບຕາມ ແມ່ນໍ້າສາຂາ ແລະ ແມ່ນໍ້າສາຍຫຼັກ”.

    ທ້າຍສຸດແລ້ວ, ທີມງານນີ້ ຍັງໄດ້ສັງເກດເຫັນເຖິງ ການປ່ຽນແປງບາງອັນ ໃນທາງດ້ານ ຄວາມຫຼາກຫຼາຍຂອງປາ ຢູ່ເຂດເທິງເຂື່ອນໄຊຍະບູລີ ເຊິ່ງມີລະດັບຄົງທີ່ ແຕ່ປີ 2017 ເຖິງປີ 2019 ແຕ່ວ່າ ຫຼຸດລົງ ໃນປີ 2020. ຢູ່ເຂດລຸ່ມອ່າງເກັບນໍ້ານັ້ນ, ຄວາມຫຼາກຫຼາຍຂອງປາ ແມ່ນຍັງຢູ່ໃນລະດັບສູງ. ໃນທາງກົງກັນຂ້າມກັນ, ການຫາປາ ປາກົດວ່າຄົງທີ່ ເຊິ່ງມີມູນຄ່າສູງສຸດ ໃນປີ 2017, ມີມູນ

    ຄ່າຕໍ່າລົງ ໃນລະຫວ່າງປີ 2018-2019 ແລະ ສູງຂຶ້ນອີກເທື່ອໜຶ່ງ ໃນປີ 2020. ເຂດອ້ອມແອ້ມເຂື່ອນດອນສະໂຮງນັ້ນ, ບັນດາຜູ້ຕິດຕາມ ໄດ້ສັງເກດເຫັນ ຜົນໄດ້ຮັບທີ່ເຂົ້າໃຈຍາກ ກໍ່ຄືວ່າ: ໃນໄລຍະເວລາຫຼາຍປີນັ້ນ, ການຫາປາ ໄດ້ຫຼຸດລົງ ໃນເຂດພາກເໜືອຂອງປະເທດກໍາປູເຈຍ ແຕ່ເຫັນວ່າ ມັນເພີ່ມຂຶ້ນ ຢູ່ເຂດທາງລຸ່ມເຂື່ອນ ທີ່ຕິດຈອດກັບເຂື່ອນນັ້ນ.

    ເຖິງຢ່າງນັ້ນກໍ່ຕາມ, ຜົນໄດ້ຮັບເລົ່ານີ້ ແມ່ນໄດ້ມາຈາກ ຮອບວຽນການຕິດຕາມ ຮອບວຽນດຽວ; ສະນັ້ນ ທີມງານຕິດຕາມສິ່ງແວດລ້ອມຮ່ວມ ຈຶ່ງແນະນໍາໃຫ້ຕິດຕາມ ໃນໄລຍະສອງ-ສາມປີຕໍ່ໄປ ເພື່ອໃຫ້ໄດ້ “ບົດສະຫຼຸບທີ່ໜັກແໜ້ນ” ກ່ຽວກັບ ຜົນກະທົບຂອງ ການພັດທະນາພະລັງງານທາງນໍ້າ ແລະ ຄວາມກົດດັນອື່ນໆຈາກມະນຸດ.

    “ພວກເຮົາຕ້ອງເຂົ້າໃຈເຖິງ ຂອບເຂດຂອງບັນຫາທ້າທາຍຂອງພວກເຮົາ ແລະ ຊອກຫາວິທີການທີ່ມີປະສິດທິພາບທີ່ສຸດ ເພື່ອວັດແທກມັນ” ກ່າວໂດຍ ຫົວໜ້າກອງເລຂາ ຄມສ ທ່ານ ດຣ. ອານຸລັກ ກິດຕິຄຸນ. “ເຖິງແມ່ນວ່າ ບົດລາຍງານສະບັບນີ້ ໄດ້ກ່າວເຖິງ ຜົນກະທົບຈໍານວນໜຶ່ງ ຈາກການຜະລິດພະລັງງານທາງນໍ້າ ກໍ່ຕາມ ແຕ່ວ່າ ມັນໄວໂພດທີ່ຈະກ່າວອ້າງວ່າ ຜົນກະທົບທັງໝົດ ເກີດຈາກເຂື່ອນໄຟຟ້າ. ການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາອື່ນໆ ກໍ່ເປັນປັດໄຈໜຶ່ງເຊັ່ນກັນ”.

    ໂດຍລວມແລ້ວ, ບົດລາຍງານ ການຕິດຕາມສິ່ງແວດລ້ອມຮ່ວມ ສະບັບນີ້ ແມ່ນເປັນສ່ວນໜຶ່ງຂອງ ຄວາມພະຍາຍາມລວມຂອງ ຄມສ ເຊິ່ງຕາງໜ້າໃຫ້ ບັນດາປະເທດສະມາຊິກ ກໍ່ຄື ປະເທດກໍາປູເຈຍ, ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ເພື່ອ ຊອກຫາຈຸດສົມດູນ: ລະຫວ່າງ ຜົນປະໂຫຍດທາງເສດຖະກິດ ແລະ ຜົນປະໂຫຍດທາງສັງຄົມ ຈາກພະລັງງານທາງນໍ້າ ແລະ ຜົນກະທົບຂອງອຸດສາຫະກໍານີ້ ຕໍ່ກັບ ບໍ່ສະເພາະແຕ່ດ້ານສິ່ງແວດລ້ອມເທົ່ານັ້ນ ແຕ່ຍັງຕໍ່ກັບ ຄອບຄົວຊາວປະມົງ ແລະ ຊາວກະສິກອນ ຫຼາຍລ້ານຄອບຄົວ ທີ່ເພິ່ງພາແມ່ນໍ້າຂອງ ເພື່ອຫາລ້ຽງຊີວິດຂອງພວກເຂົາ.

    ສໍາລັບ ໂຄງການທົດລອງຕິດຕາມສິ່ງແວດລ້ອມຮ່ວມນີ້, ທີມງານຜູ້ຕິດຕາມທີ່ຫຼາກຫຼາຍ ໄດ້ທົດລອງ ຂະບວນການຂອງພວກເຂົາ ເປັນເວລາປະມານໜຶ່ງປີ ຫຼັງຈາກທີ່ ພະຍາດໂຄວິດ ໄດ້ເຮັດໃຫ້ເກີດຄວາມຊັກຊ້າຫຼາຍ. ບົດລາຍງານຂອງພວກເຂົາ ອາດຈະກາຍມາເປັນ ພື້ນຖານສໍາລັບ ນະໂຍບາຍ ແລະ ວຽກງານຕິດຕາມ ໃນອະນາຄົດ. ດັ່ງທີ່່ບົດລາຍງານເອງ ໄດ້ລະບຸໄວ້ນັ້ນ, ຜົນໄດ້ຮັບຂອງພວກ

    ເຂົາ ສາມາດນໍາໄປປັບໃຊ້ກັບ ບັນດາໂຄງການພະລັງງານທາງນໍ້າ ໃນອະນາຄົດ ໃນທາງດ້ານ “ການກໍານົດຈຸດກໍ່ສ້າງ ແລະ ການອອກແບບ, ການພະຍາກອນ ການປ່ຽນແປງ ທີ່ກ່ຽວຂ້ອງກັບ ການດໍາເນີນງານຂອງໂຄງການ, ການພັດທະນາ, ການນໍາໃຊ້ ແລະ ການປະເມີນ ມາດຕະຖານຫຼຸດຜ່ອນ ແລະ ມາດຕະການຄຸ້ມຄອງ”. ນອກຈາກນັ້ນແລ້ວ, ມັນຍັງສາມາດໃຊ້ເປັນ “ພື້ນຖານສໍາລັບ ການສົນທະນາໃນທາງສ້າງສັນ” ລະຫວ່າງ ບັນດາຊຸມຊົນແຄມຝັ່ງນໍ້າ ແລະ ບັນດາສະມາຊິກຂອງ ຄມສ.

    ໃນຈໍານວນ ບັນດາຄໍາແນະນໍາ ຫຼາຍສິບຂໍ້ ສໍາລັບ ຄມສ, ບັນດາປະເທດສະມາຊິກ ແລະ ບັນດາຜູ້ພະລິດພະລັງງານທາງນໍ້ານັ້ນ, ບົດລາຍງານສະບັບນີ້ ໄດ້ແນະນໍາໃຫ້ຫຼຸດຜ່ອນຜົນກະທົບຕໍ່ກັບດ້ານ ອຸທົກກະສາດ, ຕະກອນ ແລະ ການປະມົງ. ພວກເຂົາຄວນຮ່ວມກັນ ນໍາສະເໜີ “ເປົ້າໝາຍ ຫຼື ຂໍ້ຈໍາກັດ ຕໍ່ກັບ ອັດຕາຂອງການປ່ຽນແປງລະດັບນໍ້າ” ໃນລໍາແມ່ນໍ້າຂອງ; ຈັດຕັ້ງປະຕິບັດ ລະບົບສື່ສານ-ແຈ້ງເຕືອນສູນກາງ; ຮ່ວມກັນເປີດປະຕູປ່ອຍນໍ້າລະດັບຕໍ່າ ສໍາລັບການເຄື່ອນຍ້າຍຂອງຕະກອນ ແລະ ໃນກໍລະນີຂອງດອນສະໂຮງນັ້ນ ໃຫ້ລອກຄອງທາງເຂົ້າຂອງທາງຜ່ານຂອງປາ ໃຫ້ເລິກລົງ ແລະ ປັບປຸງຄອງນໍ້າຂອງມັນ.

    ສໍາລັບໂຄງການໃນອະນາຄົດນັ້ນ, ບົດລາຍງານສະບັບນີ້ ໄດ້ຮຽກຮ້ອງເຖິງ “ການຕິດຕາມນໍ້າ ຢ່າງເປັນລະບົບ ໃນທຸກໆໄລຍະຂອງ ການກໍ່ສ້າງ ແລະ ການດໍາເນີນງານ ຜະລິດພະລັງງານທາງນໍ້າ ເພື່ອວ່າຈະສາມາດດໍາເນີນການ ຢ່າງເໝາະສົມ ຖ້າຫາກວ່າ ສະພາບຄຸນນະພາບນໍ້າ ເກີດບໍ່ດີຂຶ້ນ”.

    ຄມສ ຍັງກໍາລັງສົນທະນາກ່ຽວກັບ ວິທີທີ່ຈະລວມເອົາການຕິດຕາມສິ່ງແວດລ້ອມຮ່ວມ ເຂົ້າເປັນສ່ວນຫນຶ່ງໃນ ຕາໜ່າງຕິດຕາມແມ່ນໍ້າຫຼັກ ທີ່ຫາກໍ່ສ້າງຕັ້ງຂຶ້ນມາໃໝ່ນັ້ນ ເພື່ອຮັບປະກັນດ້ານ ການຕິດຕາມໄລຍະຍາວ, ການລາຍງານ ແລະ ການຄຸ້ມຄອງຮູບແບບໃໝ່ ເຊິ່ງມີຄວາມສໍາຄັນ ເພື່ອປົກປ້ອງແມ່ນໍ້າຂອງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.