ສານລົງໂທດຈຳຄຸກຊາຍສັນຊາດຫວຽດນາມ 2 ປີກວ່າ ຖານຊໍ້ໂກງຊັບ

    0
    173

    ຈໍາເລີຍຊື່ ທ້າວ ຟາມຫິວຮຸຍ ອາຍຸ 34 ປີ ສັນຊາດຫວຽດນາມ, ອາຊີບຄ້າຂາຍ, ພັກເຊົາຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ຈັບຕົວໄປດໍາເນີນຄະດີໃນຂໍ້ຫາການສໍ້ໂກງຊັບພົນລະເມືອງ ຍ້ອນຈໍາເລີຍໄປເກັບເງິນຫວຍແທນແຟນສາວ ແຕ່ແຟນສາວບໍ່ນໍາເງິນດັ່ງກ່າວໄປຈ່າຍລູກຫວຍຕາມກໍານົດ, ຜູ້ກ່ຽວຖືກຄະນະສານອາຍາ ສານປະຊາຊົນ ນະຄອນຫຼວງວຽງຈັນ ຕັດສິນລົງໂທດຈໍາຄຸກ 2 ປີກວ່າ ພ້ອມທັງປັບໃໝ ແລະ ໃຫ້ໃຊ້ແທນຄ່າເສຍຫາຍຄືນໂຈດທາງແພ່ງ ເຊິ່ງຄະດີດັ່ງກ່າວຕັດສິນ ໃນວັນທີ 16 ສິງຫາ 2022.

    ຕາງໜ້າອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ເປີດເຜີຍຄໍາສາລະພາບຂອງຈໍາເລີຍຕໍ່ຄະນະສານອາຍາ ວ່າ:

    ໃນເດືອນກັນຍາ 2016, ນາງ ເລທິໝີເຟືອງ ໄດ້ເຂົ້າມາປະເທດລາວ ແລ້ວໄດ້ຮູ້ຈັກກັບ ທ້າວ ຟາມຫິວຮຸຍ ໃນນາມບ່າວ-ສາວ ( ຢູ່ກິນຮ່ວມກັນ ). ຕົກມາເດືອນເມສາ 2019, ນາງ ເລທິໝີເຟືອງ ໄດ້ຕັ້ງຫວຍຂຶ້ນ 2 ສາຍ (ຫວຍມື້ ແລະ ຫວຍເດືອນ) ຄື: ສາຍທີ 1 ຫວຍເດືອນ ມີລູກຫວຍຫຼິ້ນນໍາກັນຈໍານວນ 10 ມື ( ລວມທັງມືແມ່ ) ມູນຄ່າ 60.000.000 ກີບ ເຊິ່ງກຳນົດເວລາແມ່ນ 10 ເດືອນ ແລະ ຈ່າຍເດືອນລະ 6.000.000 ກີບ ຕໍ່ 1 ມື.

    ລູກຫວຍທີ່ຫຼິ້ນຮ່ວມກັນມີຄື: ນາງ ເລທິໝີເຟືອງ ( ແມ່ຫວຍ ) , ນາງ ລິ່ງ , ນາງ ນຸ່ , ນາງ ເທືອງ , ນາງ ບີ່ , ນາງ ແຊງ , ນາງ ໂຈນີ , ນາງ ທີ , ນາງ ມາຍ , ນາງ ຫງວຽນທິລານຢຸ

    ໃນນັ້ນ, ນາງ ເລທິໝີເຟືອງ ໄດ້ເລີ່ມຕັ້ງຫວຍຂຶ້ນ ໃນວັນທີ 1 ເມສາ 2019 ພາຍຫຼັງຕັ້ງຫວຍເດືອນທຳອິດ ຜູ້ກ່ຽວໄດ້ເກັບເອົາເງິນນຳລູກຫວຍກ່ອນ ຈຳນວນ 54.000.000 ກີບ ເປັນເງິນຄ່າມືແມ່.

    ຈາກນັ້ນຕໍ່ມາ, ໄດ້ມີລູກຫວຍເອົາເງິນຫວຍ ຈຳນວນ 3 ມື ຄື: ມື 2, 3, 4 ເຊິ່ງຜູ້ກ່ຽວກໍໄດ້ຊໍາລະເງິນໃຫ້ລູກຫວຍແຕ່ລະຄົນຄົບຕາມຈຳນວນ, ພໍມາຮອດມືທີ 5 ນາງ ຫງວຽນທິລານຢຸງ ເປຍເອົາເງິນຫວຍດັ່ງກ່າວ ຈຳນວນ 60.000.000 ກີບ ແຕ່ຜູ້ກ່ຽວຈ່າຍເງິນໃຫ້ ນາງ ຫງວຽນທິລານຢຸງ ພຽງແຕ່ 42.000.000 ກີບ ສ່ວນທີ່ເຫຼືອແມ່ນໄດ້ຫັກໄວ້ຈ່າຍຫວຍ ຈຳນວນ 3 ມື ( ມືທີ 6, 7 ແລະ 8 ) ເປັນເງິນ ຈຳນວນ 18.000.000 ກີບ ແລະ ນາງ ຫງວຽນທິລານຢຸງ ບໍ່ໄດ້ຈ່າຍເງິນຫວຍມືທີ 9 ແລະ 10 ລວມເປັນເງິນ ຈຳນວນ 12.000.000 ກີບ. ນອກນັ້ນ, ພາຍຫຼັງເອົາຫວຍແລ້ວ ນາງ ຫງວຽນທິລານຢຸງ ຍັງໄດ້ຊື້ເອົາຫວຍຂອງ ນາງ ມາຍ ທີ່ຫຼິ້ນນຳ ນາງ ເລທີໝີເຟືອງ ໃນມູນຄ່າ 30.700.000 ກີບ.

    ສ່ວນຫວຍສາຍທີ 2 ແມ່ນມີລູກຫວຍຫຼິ້ນນຳກັນ ຈໍານວນ 8 ມື ມູນຄ່າ 72.000.000 ກີບ ກໍານົດເວລາ 240 ວັນ, ຈ່າຍມື້ລະ 300.000 ກີບ ແລະ 30 ມື້ ເປຍເທື່ອໜຶ່ງ.

    ລູກຫວຍທີ່ຫຼິ້ນຮ່ວມກັນມີຄື:

    ນາງ ເລທີໝີເຟືອງ ( ແມ່ຫວຍ )ນາງ ບີ , ນາງ ທີ , ນາງ ມາຍ , ນາງ ນ້ອຍ , ນາງ ລັນ , ນາງ ຫວັງ , ນາງ ຫງວຽນທິລານຢຸງ ເມື່ອຕັ້ງຫວຍແລ້ວ ນາງ ເລທິໝີເຟືອງ ໄດ້ເອົາເງິນຫວຍກ່ອນເປັນມືທຳອິດ ຈຳນວນ 63.000.000 ກີບ.

    ຈາກນັ້ນ, ກໍເກັບເງິນນໍາລູກຫວຍເພື່ອຈ່າຍໃຫ້ລູກຫວຍແຕ່ລະຄົນເປັນປົກກະຕິ. ຕົກມາຮອດມືສຸດທ້າຍ ເຊິ່ງເປັນມືທີ ນາງ ຫງວຽນທິລານຢຸງ ເອົາ ຫວຍ ເຊິ່ງຕາມຕົວຈິງຕ້ອງໄດ້ເງິນທັງໝົດ ຈຳນວນ 82.500.000 ກີບ; ໃນນັ້ນ, ມີດອກເບ້ຍ ຈຳນວນ 10.500.000 ກີບ ແຕ່ ນາງ ຫງຽນທິລານຢຸງ ຈ່າຍເງິນຫວຍບໍ່ຄົບ 240 ມື້, ຈ່າຍພຽງແຕ່ 104 ມື້ ເປັນເງິນຈຳນວນ 31.200.000 ກີບ ແລະ ຫວຍສາຍດັ່ງກ່າວບາງຄັ້ງກໍແມ່ນ ທ້າວ ຟາມຫິວຮຸຍ ເປັນຄົນໄປເກັບເງິນນຳ ນາງ ຫງວຽນທິລານຢຸງ ແທນ ນາງ ເລທິໝີເຟືອງ ຈຳນວນ 69 ມື້, ມື້ລະ 300.000 ກີບ (ສາມແສນກີບ) ລວມເປັນເງິນຈໍານວນ 20.700.000 ກີບ ແລະ ຕໍ່ກັບເງິນຫວຍສາຍດັ່ງກ່າວ ນາງ ເລທິໝີເຟືອງ ແມ່ນບໍ່ຈ່າຍເງິນຫວຍໃຫ້ແກ່ ນາງ ຫງຽນທິລານຢຸງ ໂດຍອ້າງວ່າ ນາງ ຫງວຽນທິລານຢຸງ ຍັງຄ້າງເງິນຫວຍຜູ້ກ່ຽວ.

    ຜ່ານການຄົ້ນຄວ້າບັນດາເອກະສານ ແລະ ຂໍ້ມູນຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ແມ່ນມີຫຼັກຖານ ຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ທ້າວ ຟາມຫີວຮຸຍ ( ຈໍາເລີຍ ) ໄດ້ກະທໍາຜິດໃນສະຖານການສໍ້ໂກງຊັບ ຕາມປະມວນກົດໝາຍອາຍາ ມາດຕາ 233 ເຊິ່ງແຕະຕ້ອງຕໍ່ກໍາມະສິດຂອງບຸກຄົນອື່ນ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ການກະທໍາຂອງຈຳເລີຍ ຍັງເປັນການກະທໍາຜິດໂດຍເຈດຕະນາ ເນື່ອງຈາກວ່າພວກຈຳເລີຍໄດ້ຕົວະຍົວະຫຼອກລວງ ນາງ ຫງຽນທິລານຢຸງ ( ໂຈດທາງແພ່ງ ) ເຂົ້າຫຼິ້ນຫວຍນຳ ແຕ່ພໍຮອດກໍານົດເວລາໂຈດທາງແພ່ງເອົາຫວຍພວກຈໍາເລີຍ ແມ່ນບໍ່ຊໍາລະໃຫ້ແກ່ໂຈດທາງແພ່ງ.

    ສ່ວນ ນາງ ເລທິໝີເຟືອງ ຫົວໜ້າອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງ ແລະ ສັ່ງຟ້ອງ ນາງ ເລທິໝີເຟືອງ (ຜູ້ຖືກຫາ) ຂຶ້ນສານຕາມຄຳສັ່ງຟ້ອງຜູ້ຖືກຫາຂຶ້ນສານ ສະບັບເລກທີ 1523/ອຍກ.ນວ, ລົງວັນທີ 3 ພະຈິກ 2021 ແຕ່ໃນເວລາອອກໝາຍຮຽກໃຫ້ຜູ້ກ່ຽວເຂົ້າມາຮັບຊາບຄຳສັ່ງຟ້ອງ ຜູ້ຖືກຫາຂຶ້ນສານນັ້ນ ນາງ ເລທິໜີເຟືອງ ໄດ້ເອົາຕົວຫຼົບໜີຕາມການຢັ້ງຢືນຂອງນາຍບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ສະບັບເລກທີ 143/ຫປບ.ພຕສວ, ລົງວັນທີ 23 ກຸມພາ 2022 ຈຶ່ງໄດ້ອອກຄຳສັ່ງຈັບຕົວຜູ້ກ່ຽວຕາມລະບຽບກົດໝາຍ.

    ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ, ຄະນະສານອາຍາ ສານປະຊາຊົນ ນະຄອນຫຼວງວຽງຈັນ ຈຶ່ງເຫັນຄວນຕັດສິນລົງໂທດຕັດອິດສະລະພາບ ທ້າວ ຟາມຫີວຮຸຍ ຈໍາຄຸກ 2 ປີ 2 ເດືອນ ກັບ 27 ວັນ ແລະ ປັບໃໝ 10.000.000 ກີບ ພ້ອມທັງໃຫ້ໃຊ້ແທນເງິນຄືນໃຫ້ແກ່ໂຈດທາງແພ່ງ ຈໍານວນ 20.700.000 ກີບ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.