ຮູ້ກັນຫລືຍັງ ປະຫວັດແລະຄວາມເປັນມາຂອງບຸນຫໍ່ເຂົ້າປະດັບດິນ

    0
    103

    ປະຫວັດຄວາມເປັນມາບຸນຫໍ່ເຂົ້າປະດັບດິນ:ການເຮັດບຸນຫໍ່ເຂົ້າປະດັບດິນ ເປັນປະເພນີໜຶ່ງໃນຮີດສິບສອງ ນິຍົມເຮັດໃນມື້ແຮມ 14 ຄ່ຳເດືອນເກົ້າ, ບຸນຫໍ່ເຂົ້າປະດັບດິນເປັນບຸນທີ່ເຮັດຂຶ້ນເພື່ອອຸທິດສ່ວນບຸນກຸສົນໄປຫາ ເຜດ ຫຼື ຍາດພີ່ນ້ອງທີ່ລ່ວງລັບໄປແລ້ວ ເຂົ້າປະດັບດິນໄດ້ແກ່ເຂົ້າແລະອາຫານຫວານຄາວ ພ້ອມໝາກພູ ຢາສູບ ທີ່ຫໍ່ດ້ວຍໃບຕອງກ້ວຍ ເອົາໄປໄວ້ຕາມເຫງົ້າຕົ້ນໄມ້ ແຂວນໄວ້ຕາມງ່າໄມ້ ຕາມບໍລິເວນຕ້າຍວັດ(ກຳແພງວັດ) ຫຼືວາງໄວ້ຕາມພື້ນດິນ “ຫໍ່ເຂົ້ານ້ອຍ” ພ້ອມກັບເຊີນວິນຍານຂອງຍາດພີ່ນ້ອງ ເອົາພັດຕາຫານໄປຖວາຍແດ່ພຣະສົງ ສາມະເນນ ແລ້ວອຸທິດສ່ວນກຸສົນແກ່ຜູ້ຕາຍ ໂດຍຢາດນ້ຳ ອຸທິດສ່ວນກຸສົນໄປຫາ.

    ມູນເຫດຂອງຄວາມເປັນມາ ຂອງເລື່ອງການເຮັດບຸນຫໍ່ເຂົ້າປະດັບດິນນີ້ ເກີດຈາກຄວາມເຊື່ອຕາມນິທານທຳມະບົດວ່າ:ຍາດພີ່ນ້ອງຂອງພະເຈົ້າພິມພິສານໄດ້ຍັກຍອກເງິນວັດ ຂອງສົງຕ່າງໆ ໄປເປັນຂອງຕົນເອງ ໃນສະໄຫມພະກັດສະປະ ພະພຸດທະເຈົ້າ ພວກອະດີດຍາດພີ່ນ້ອງຂອງພະເຈົ້າພິມພິສານເຫຼົ່ານັ້ນ ຄັນຕາຍໄປແລ້ວໄດ້ໄປເກີດເປັນເຜດໃນນະຣົກ ຕະຫຼອດພຸດທະທັນດອນ ເມື່ອພະເຈົ້າພິມພິສານ

    ຖວາຍທານແດ່ ພະສະມະນະໂຄດົມພຸດທະເຈົ້າ ໃນພັດທະກັບນີ້ ລືມຢາດນ້ຳອຸທິດສ່ວນກຸສົນໄປໃຫ້ແກ່ພວກຍາດພີ່ນ້ອງເຫຼົ່ານັ້ນ ພໍຕົກກາງຄືນມາພວກເຜດຍາດພີ່ນ້ອງຂອງພະເຈົ້າພິມພິສານເຫຼົ່ານັ້ນ ໄດ້ມາສົ່ງສຽງຮ້ອງອັນໂຫຍຫວນແລະສະແດງຮູບຮ່າງອັນເປັນຕາຢ້ານໃຫ້ແກ່ພະເຈົ້າພິມພິສານ ໄດ້ຍິນແລະເຫັນ ພໍຮຸ່ງເຊົ້າມື້ໃໝ່ຂຶ້ນມາຈຶ່ງໄດ້ສະເດັດໄປຖາມພະພຸທທະເຈົ້າ ພະພຸດທະອົງຊົງເລົ່າເລື່ອງລາວ ທີ່

    ເປັນມູນເຫດໃຫ້ພະເຈົ້າພິມພິສານໄດ້ຊົງຊາບ ພະເຈົ້າພິມພິສານ ຈຶ່ງໄດ້ເຮັດບຸນຖວາຍທານອີກ ແລ້ວຈື່ງອຸທິດສ່ວນກຸສົນໄປໃຫ້ ພວກຍາດພີ່ນ້ອງທີ່ຕາຍໄປແລ້ວໃຫ້ໄດ້ຮັບສ່ວນກຸສົນແລ້ວ ໄດ້ມາສະແດງຕົນໃຫ້ພະເຈົ້າພິມພິສານເຫັນແລະຊາບວ່າ ຄວາມທຸກທີ່ພວກເຂົາໄດ້ຮັບນັ້ນ ໄດ້ທຸເລົາເບົາບາງລົງແລ້ວ ເພາະການອຸທິດສ່ວນກຸສົນຂອງພະອົງ.ດັ່ງນັ້ນ ຄົນລາວເຮົາຈຶ່ງຖືເອົາມູນເຫດນີ້ ເຮັດບຸນຫໍ່ເຂົ້າປະດັບດິນນັບແຕ່ມື້ນັ້ນຕິດຕໍ່ກັນມາບໍ່ໄດ້ຂາດ ສືບທອດມາຈົນເຖິງປັດຈຸບັນ.

    ບຸນຫໍ່ເຂົ້າປະດັບດິນ ຕ້ອງເຮັດຫຍັງແນ່:ມື້ແຮມ 13 ຄ່ຳ ເດືອນເກົ້າ ຊາວບ້ານຈະຫ້າງຫາກະກຽມອາຫານຫວານຄາວ ໄດ້ແກ່ ຊີ້ນ, ປາ, ເຜືອກ, ມັນ, ກ້ວຍ, ອ້ອຍ, ເຂົ້າຕົ້ມ, ເຂົ້າໜົມ, ນ້ຳອ້ອຍ, ນ້ຳຕານ, ໝາກໄມ້, ໝາກພູ ແລະ ອື່ນໆ

    ເພື່ອຈັດລ້ຽງກັນໃນຄອບຄົວ ແລະ ເຮັດບຸນຖວາຍພະພິກຂຸສົງ ສາມະເນນ ແຕ່ສ່ວນສຳລັບອຸທິດ ໃຫ້ຍາດພີ່ນ້ອງທີ່ຕາຍໄປແລ້ວນັ້ນ ໃຊ້ຫໍ່ດ້ວຍໃບຕອງກ້ວຍ ຫຼືຕອງຈິງ ອາຫານຫວານຫໍ່ໜຶ່ງ ອາຫານຄາວຫໍ່ໜຶ່ງ ແລະ ໝາກພູຫໍ່ໜຶ່ງ ຫຼືບາງຄົນກໍເຮັດໃສ່ກະທົງກໍມີ ຫຼືບາງຄົນກໍເຮັດໃສ່ເຈັຍ ໂຟມສະໂນ ແລ້ວແຕ່ສະດວກ ຫຼືບາງຄົນກໍເອົາອາຫານຫວານຄາວໃສ່ໃນຫໍ່ດຽວ ກັນເລີຍກໍມີ ສິ່ງຂອງເຫຼົ່ານີ້ ຈະໜ້ອຍ ຫຼື ຫຼາຍ ນັ້ນກໍແລ້ວແຕ່ສັດທາ.

    ວັນ-ເວລາທີ່ເອົາຫໍ່ເຂົ້າໄປວາງ ແລະ ຄວນເອົາໄປວາງໄວ້ໃສ:ມື້ແຮມ 14 ຄ່ຳ ເດືອນເກົ້າ ຕອນເຊົ້າມືດ ຄື ເວລາປະມານ 4 ຫາ 6 ໂມງ ປະຊາຊົນຈະນຳເອົາອາຫານທີ່ຫໍ່ໄວ້ມື້ຄືນນີ້ໄປວາງໄວ້ຕາມພື້ນດິນ ວາງແຈກໄວ້ຕາມບໍລິເວນວັດ ຕົ້ນໂພ ຕົ້ນໄມ້ ຕ້າຍວັດ ພ້ອມກັບຈູດທຽນ ແລະບອກກ່າວແກ່ເຜດຜີໃຫ້ມາຮັບເອົາສິ່ງຂອງແລະຜົລບຸນນັ້ນດ້ວຍ.

    ບາງບ້ານ ຈະເອົາອາຫານທີ່ອຸທິດໃຫ້ແກ່ຜູ້ຕາຍຫຼັງເຮັດພິທີແລ້ວ ກໍຝັງໄວ້ໃນດິນກໍມີ ເພື່ອບໍ່ໃຫ້ຜູ້ໃດຜູ້ໜຶ່ງໄດ້ກິນອາຫານທີ່ເປັນຂອງເຫຼືອຂອງເຜດ ເພາະຢ້ານວ່າຈະກາຍເປັນເຜດໄປນຳ, ບາງບ້ານກໍມັກຈະເອົາຫໍ່ອາຫານຫຼັງພິທີນັ້ນໄປຜີຕາແຮກຢູ່ນາ ຫຼືບາງຄັ້ງກໍຫວ່ານລົງນ້ຳບູຊາພຣະຍານາກແລະແມ່ນ້ຳຄົງຄາ.

    ວາງອາຫານໄວ້ຕາມພື້ນດິນ ຫຼືຕາມບ່ອນຕ່າງໆ ເພື່ອຈະໃຫ້ພວກເຜດມາຮັບເອົາຂອງອຸທິດໃຫ້ໄດ້ງ່າຍໆ ໂດຍບໍ່ຕ້ອງມີພິທີ ສຳເລັດພິທີອຸທິດຜົລບຸນສົ່ງໄປໃຫ້ເຜດແລ້ວ ຊາວບ້ານກໍຈະນຳອາຫາຣທີ່ກຽມໄວ້ສ່ວນໜຶ່ງ ໄປຕັກບາດ ແລະ ຖວາຍທານແດ່ພະສົງ ສາມະເນນ ເຊິ່ງຈະມີການໄຫວ້ພະຮັບສິນ, ຖວາຍທານ, ຟັງເທດ ສະຫລອງ 1 ກັນ, ຄາຣະວະ ແລະ ຮັບພອນ ຢາດນ້ຳອຸທິດສ່ວນບຸນກຸສົນໄປຍັງເຜດຜີ ຫຼື ຍາດຕິພີ່ນ້ອງທີ່ລ່ວງລັບໄປແລ້ວ ແລະ ແຜ່ເມດຕາໃຫ້ແດ່ສັບສັດທັງຫຼາຍທັງປວງກໍເປັນອັນສຳເລັດພິທີບຸນຫໍ່ເຂົ້າປະດັບດິນ.

    ຂໍ້ມູນຈາກ ພຣະ ຈັນນ້ອຍ ອິນຮັກສາ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.