ແຂວງໄຊຍະບູລີ ອອກແຈ້ງການໃຫ້ປະຊາຊົນລະວັງບໍ່ໃຫ້ເຊື່ອກົນອຸບາຍຂອງກຸ່ມຫວຍອອນລາຍ

    0
    219

    ໃນປະຈຸບັນ ໄດ້ມີບຸກຄົນ ແລະ ກຸ່ມຄົນຈໍານວນຫນຶ່ງ ທີ່ນໍາໃຊ້ລະບົບອອນລາຍ (ທາງໂທລະສັບ) ເພື່ອໂຄສະນາຕົວະຍົວະຫລອກລວງສັງຄົມ (ໂດຍຮູບແບບ ເຂົ້າຫວຍອອນລາຍ) ຊຶ່ງຕັ້ງເປັນແມ່ຫວຍຂຶ້ນ ແລະ ໃຫ້ລູກຫວຍໂອນເງິນເຂົ້າ ແລະ ຈະໃຫ້ດອກເບ້ຍລູກຫວຍໃນອັດຕາສູງ, ຊຶ່ງຜ່ານມາໄດ້ເຮັດໃຫ້ບໍ່ ແມ່ປະຊາຊົນຈໍານວນຫນຶ່ງ ຜູ້ຮູ້ເທົ່າບໍ່ເຖິງການ ຫລົງເຊື່ອຈາກການໂຄສະນາຕົວະຍົວະ

    ຫຼອກລວງຂອງກຸ່ມ ຄົນດັ່ງກ່າວ, ຈິ່ງໄດ້ໂອນເງິນເຂົ້າໃຫ້ແມ່ຫວຍ ຫວັງຈະໄດ້ດອກເບຍ, ແຕ່ສຸດທ້າຍແມ່ນຖຶກແມ່ຫວຍ, ຫຼອກລວງເອົາຊັບສິນ, ຊຶ່ງມັນກໍ່ເກີດຄວາມບໍ່ສະຫງົບໃນສັງຄົມພວກເຮົາ ແລະ ສ້າງຄວາມເສຍຫາຍ ວັດ ຖຸ ເງິນຄໍາ ຂອງພໍ່ແມ່ປະຊາຊົນຢ່າງຫຼວງຫຼາຍ.

    ເພື່ອແກ້ໄຂບັນຫາດັ່ງກ່າວນັ້ນ, ໃນນາມຄະນະຮັບຜິດຊອບຂັ້ນແຂວງ ຈົ່ງອອກແຈ້ງການມາຍັງ ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ຈົ່ງພ້ອມກັນມີສະຕິຕໍ່ກົນອຸ ບາຍຕົວະຍົວະ, ຫລອກລວງ ຂອງກຸ່ມຄົນບໍ່ດີເລົ່ານີ້, ສ່ວນບັນຫາທີ່ເກີດຂຶ້ນປະຈຸບັນ ທາງຄະນະຮັບຜິດ ຊອບ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງ ພວມດໍາເນີນກວດກາ ເກັບຂໍ້ມູນ, ສືບສວນ-ສອບສວນ ບຸກຄົນທີ່ກະທໍາ ຜິດ ແລະ ແກ້ໄຂຕາມລະບຽບກົດຫມາຍ.

    ດັ່ງນັ້ນ ຈິ່ງມອບໃຫ້ອົງການປົກຄອງທຸກຂັ້ນ, ສື່ມວນຊົນ, ພາກສ່ວນທີ່ກ່ຽວຂ້ອງ ຮີບຮ້ອນໂຄ ສະນາ ເຜີຍແຜ່ສະພາບການຕົວະຍົວະນິໃຫ້ສັງຄົມ ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ ຢ່າງກວ້າງຂວາງ ແລະ ພ້ອມ ກັນມີສະຕິຢ່າໄດ້ຫລົງເຊື່ອ, ຖ້າຫາກເຫັນບຸກຄົນໃດເຄື່ອນໄຫວ (ຫວຍອອນລາຍ) ທີ່ບໍ່ຖືກຕ້ອງນີ້, ແມ່ນ ໃຫ້ເຈົ້າຫນ້າທີ່ ປະຕິບັດມາດຕະການ, ດໍາເນີນຄະດີ ຕາມກົດຫມາຍ ຢ່າງເຂັ້ມງວດ ແລະ ເດັດຂາດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.