ຕອກຍ້ຳຄວາມສຳເລັດ 22 ປີ “ໝົດແຮງໄດ້ ແຕ່ຢ່າໝົດໄຟ ຄວາມພະຍາຍາມບໍ່ເຄີຍທໍລະຍົດໃຜ” ຮັບເພີ່ມອີກ 1 ຕອນ

    0
    161

    ອີກໜຶ່ງສາວງາມ ອາຍຸນ້ອຍ ທີ່ເລີ່ມຫາເງິນຈາກໂລກອອນລາຍ ຈົນໄດ້ຫຼາຍໆຢ່າງຢ່າງທີ່ຫວັງ ຫຼາຍຄົນຄົງຮູ້ຈັກແລ້ວ ສາວງາມຄົນນີ້ ເຈນນີ້ ເຈົ້າຂອງ ແບຣນ ເຈນນີ້ ທັງເປັນ Miss Bueaty skin201, Miss Sinzai 2017 ຫຼ້າສຸດ Jenny Luangvong ເຈົ້າໂຕໂພສອີກໜຶ່ງຄວາມສໍາເລັດໃນໄວ 22 ປີວ່າ

    ຮັບເພີ່ມອີກ 1 ຕອນບ້ານຄຳສະຫວາດ ນັດໂອນຊື່ພ້ອມມັດຈຳ ພ້ອມໃຫ້ຄໍາຄົມ ແລະ ຂໍ້ຄິດທີ່ດີ ແລະ ເປັນກໍາລັງໃຈໃຫ້ທຸກຄົນໄວ້ແບບນີ້ວ່າ:ຜູ້ລົ້ມເລີກບໍ່ເຄີຍຊະນະ ຜູ້ຊະນະບໍ່ເຄີຍລົ້ມເລີກ , ຍິ່ງເປົ້າໝາຍຊັດ ຍິ່ງປະຢັດເວລາການເດີນທາງ

    ໝົດແຮງໄດ້ ແຕ່ຢ່າໝົດໄຟ ຢ່າລົດຂະໜາດຄວາມຝັນແຕ່ຄວນເພີ່ມຂະໜາດຄວາມພະຍາຍາມ ເສັ້ນໄຊບໍ່ໄດ້ແລ່ນມາຫາເຮົາ ເຮົາຕ່າງຫາກທີ່ຕ້ອງແລ່ນເຂົ້າຫາມັນ ຖ້າບໍ່ເລີ່ມແຕ່ມື້ນີ້ ຈະບໍ່ມີທາງສຳເລັດໃນມື້ອື່ນ

    ຄວາມພະຍາຍາມບໍ່ເຄີຍທໍລະຍົດໃຜ ແຮງບັນດານໃຈທີ່ດີເກີດຂຶ້ນໄດ້ຈາກໂຕເຮົາ ຄວາມຝັນຂອງເຮົາ ເຮົາບໍ່ເຮັດ ໃຜຈະເຮັດ..? ຄວາມພູມໃຈຂອງຂ້ອຍ ຕອກຍ້ຳຄວາມສຳເລັດ 22 ປີເກັ່ງສຸດ ຂອບໃຈຄວາມລຳບາກທີ່ສອນໃຫ້ອົດທົນ ສອນໃຫ້ແກຣງທັງກາຍໃຈ ສູ້ຈົນກວ່າຈະໄດ້ດີ

    ຈາກ: Ceojenny

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.