ພາຍຫຼັງທີ່ເກີດມີຝົນຕົກຕິດຕໍ່ກັນເປັນເວລາຫຼາຍຊົວໂມງ ເລີ່ມຕັ້ງແຕ່ເວລາ 3 ໂມງເຊົ້າ ຈົນເຖິງຕອນບ່າຍ ວັນທີ 26 ສິງຫາ 2022 ເຮັດໃຫ້ລະດັບນ້ຳກໍ, ນ້ຳມາວ ມີລະດັບປະລິມານນ້ຳສູງຂຶ້ນ
ພ້ອມທັງເກີດມີນ້ຳປ່າໄຫຼຊຸແຮງ ເຮັດໃຫ້ເກີດມີນ້ຳອັ່ງຖ້ວມ ຖະໜົນຫົນທາງ ໂດຍສະເພາະແມ່ນເສັ້ນທາງເລກ2ຕາເວັນອອກ ທາງໄປເມືອງຫຼາ, ທາງເລກ13ເໜືອ ທາງໄປເມືອງນາໝໍ້, ນອກຈາກນີ້ກໍຍັງຍືງຖ້ວມບ້ານເຮືອນຂອງປະຊາຊົນ ຢູ່ຕາມແຄມນ້ຳກໍ ແລະ ເຂດພື້ນທີ່ຕ່ຳ.
ຕໍ່ກັບສະພາບການດັ່ງກ່າວດ້ວຍຄວາມເປັນຫ່ວງເປັນໄຍຂອງຄະນະພັກ,ຄະນະນຳ ຂອງແຂວງອຸດົມໄຊ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ກໍໄດ້ລົງເຄື່ອນໄຫວຕິດຕາມ
ສະພາບການຢ່າງໄກ້ຊິດ ພ້ອມທັງລົງຕິດຕາມກວດກາຜົນກະທົບຢູ່ເຂດຕ່າງໆພາຍໃນເທດສະບານແຂວງ ແລະ ເສັ້ນທາງ ໃນນີ້ເສັ້ນທາງເລກ2ຕາເວັນອອກຫຼື(2E)ເຫັນວ່າເສັ້ນທາງສາຍດັ່ງກ່າວເກີດມີ
ດິນເຈື່ອນຖົມທາງ, ຕົ້ນໄມ້ຫັກລົ້ມທັບຕາມເສັ້ນທາງຫຼາຍຈຸດ ເສົາໄຟຟ້າຫັກລົ້ມ ຈຳນວນໜື່ງເຮັດໃຫ້ໄຟ້າ ສັນຍານໂທລະສັບບໍ່ສາມາດໃຊ້ໄດ້ ແລະ ສຳລັບເຂດບ້ານໂຮມໄຊ(ຫຼັກ 15 ) ເມືອງຫຼາ
ແຂວງອຸດົມໄຊ ເກີດມີນ້ຳປ່າໄຫຼສຸແຮງ ພັດເຂົ້າບ້ານເຮືອນຂອງປະຊາຊົນ ເຮັດໃຫ້ມີເຮືອນຖືກພັດໄຫຼນ້ຳຈຳນວນ ໜຶ່ງ ແລະ ມີດິນເຊາະເຈື່ອນບໍລິເວນຂົວ ພົບຄວາມຫຍຸ້ງຍາກໃນການສັນຈອນ ຕໍ່
ເຫດການດັ່ງກ່າວນີ້ທ່ານເຈົ້າແຂວງ ກໍໄດ້ແນະນຳໃຫ້ອົງການປົກຄອງບ້ານໂຮມໄຊ ໃຫ້ເອົາໃຈໃສ່ຊ່ວຍເຫຼືອເຊິງກັນ ແລະ ກັນ ໂດຍສະເພາະແມ່ນໃຫ້ການຊ່ວຍເຫຼືອ ຈັດສັນບ່ອນຢູ່ ແລະ ອາຫານ
ຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບໃນເບື້ອງຕົ້ນ ພ້ອມທັງແນະນຳໃຫ້ຕິດຕາມຕໍ່ກັບສະພາບການທີ່ເກີດຂຶ້ນຢ່າງມີສະຕິ.ປັດຈຸບັນທາງແຂວງອຸດົມໄຊໄດ້ລະດົມກຳລັງຊາວໜຸ່ມ,ສອງກຳລັງ ປກຊ-ປກສ
ລົງຊ່ວຍພື້ນທີ່ທີຖືກນໍ້າຖວ້ມ ພ້ອມທັງປະເມີນ ແລະ ກຳເກັບຂໍ້ມູນຄວາມເສຍຫາຍ ສ່ວນລາຍລະອຽດນັ້ນຈະລາຍງານໃຫ້ຊາບເປັນແຕ່ລະໄລຍະ.
ລາຍງາຍໂດຍ: ສະຖານີວິທະຍຸ ແລະ ໂທລະພາບແຂວງອຸດົມໄຊ