ເປັນທີ່ແນ່ນອນແລ້ວວ່າ ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ( ຊຽງຂວາງ ເກມ ) ຈະເປີດສາກຂຶ້ນຢ່າງເປັນທາງການໃນເດືອນທັນວາ 2022 ຫຼັງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ອອກແຈ້ງການເລກທີ 1230/ຫສນຍ ລົງວັນທີ 25 ສິງຫາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກໜັງສືແຈ້ງການ ຂໍຕົກລົງ ແລະ ຊີ້ນໍາ ຂອງກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ວ່າ:
1. ເຫັນດີອະນຸມັດໃຫ້ເປີດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ໃນວັນທີ 13-22 ທັນວາ 2022 ຕາມການສະເໜີຂອງຄະນະຮັບຜິດຊອບຈັດງານມະຫາກຳກິລາ ແຫ່ງຊາດ ຄັ້ງທີ XI.
2. ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນໃຈກາງສົມທົບກັບອົງການປົກຄອງ ແຂວງຊຽງຂວາງ ແລະ ພາກສ່ວນກ່ຽວຂ້ອງ ກະກຽມຄວາມພ້ອມ ແລະ ເງື່ອນໄຂສິ່ງອຳນວຍ ຄວາມສະດວກດ້ານຕ່າງໆ ທັງຮັບປະກັນຄວາມປອດໄພຮອບດ້ານ ເພື່ອເຮັດໃຫ້ການຈັດງານກິລາມະຫາກຳກິລາແຫ່ງຊາດ ຄັ້ງທີ XI ດັ່ງກ່າວ ສຳເລັດເປັນຢ່າງດີ.