ເຈົ້າໜ້າທີ່ ຈັບກຸ່ມລັກລົດໃຫຍ່ 3 ຄົນ ພ້ອມອາວຸດແລະຢ າ ເ ສ ບ ຕ ິ ດ

    0
    227

    ປກສ ກຸ່ມບ້ານຊ້າງ ສົມທົບຫຼາຍພາກສ່ວນ ແກ້ໄຂຄະດີລັກຊັບ 3 ຄົນ

    ຂ່າວ: ຮອ ນ. ເສົາລຳມອນ ສິນທະວົງ

    26 ສິງຫາ 2022 ປກສ ກຸ່ມບ້ານຊ້າງ ສົມທົບບ້ານນາຄາຍ ເມືອງໄຊທານີ ຈັບຜູ້ຖືກສົງໄສລັກລົດ ໄດ້ 3 ຄົນ

    ຊື່ນາງ ພອນວິໄລ ອາຍຸ 22 ປີ ຫວ່າງງານ ຢູ່ບ້ານຫາດກ້ຽງ ເມືອງໄຊທານີ,

    ທ້າວ ອານຸສອນ ອາຍຸ 24 ປີ ຫວ່າງງານ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ແລະ

    ທ້າວ ສອນວິໄຊ ອາຍຸ 21 ປີ ຢູ່ບ້ານຫາດກ້ຽງ ເມືອງໄຊທານີ

    ພ້ອມຂອງກາງເຄື່ອງຕິດຕົວ ລົດເກັງສີປອນ ໝາຍເລກທະບຽນ ກປ 1280 ກຳແພງນະຄອນ, ປືນສັ້ນຍິງລຸກຈ້ອງ 1 ກະບອກ, ຢາບ້າ 87 ເມັດ ແລະ ເງິນໂດລາ 2 ໂດລາ ຈັບຕົວໄດ້ຢູ່ຕາດຫາດຊາຍຂາວ.ພາຍຫຼັງຈັບໄດ້ແລ້ວ ໄດ້ມອບສົ່ງໃຫ້ ປກສ ເມືອງນາຊາຍທອງ ດຳເນີນຄະດີ ເພາະພວກຖືກສົງໄສດັ່ງກ່າວມີຄຳສັ່ງຈັບຕົວມາກ່ອນ.

    ປັດຈຸບັນ ປກສ ເມືອງນາຊາຍທອງ ພວມເລັ່ງດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.