ຂ່າວ ປກສ ນະຄອນຫລວງວຽງຈັນລາຍງານໃຫ້ຮູ້ວ່າ: ເວລາ 23:00 ໂມງ ຂອງວັນທີ 24 ສິງຫາ 2022 ເຈົ້າໜ້າທີ່ ປກສ ກຸ່ມສີຖານເໜືອ ອອກກວດກາລາດຕະເວນ ພໍໄປຮອດສະຖານທີ່ຮ້ານບັນເທີງດາວຄໍາ ຂ້າງໂຮງແຮມເສສວນ ພົບເຫັນໄວໜຸ່ມ 2 ຄົນ ຂັບຂີ່ລົດຈັກສີຂາວ-ສົ້ມ ເລາະຊີງຊັບ ຈາກນັ້ນ ເຈົ້າໜ້າທີ່ໄດ້ເຂົ້າລັດ ແລະ ສາມາດຈັບຕົວ ທັງ 2 ຄົນ ຄື ທ້າວ ນົບພະກອນ
ວ່າງງານ ຢູ່ບ້ານດອນໜູນ ເມືອງໄຊທານີ ນວ ແລະ ທ້າວ ເອກະລາດ ຢູ່ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫລວງວຽງຈັນ ພ້ອມຂອງກາງ ປືນສັ້ນຫັນລີ 1 ກະບອກ ມີລູກປືນ 4 ລູກ, ປືນຍາວ CP1 ກະບອກ, ໂທລະສັບ 1 ເຄື່ອງ, ລົດຈັກ PCX ສີຂາວ-ສົ້ມ ໝາຍເລກທະບຽນ ດຫ 8372 ກໍາແພງນະຄອນ, ປ້າຍປອມທີ່ເອົາມາປິດບັງ ດດ 9792 ແລະ ມີດຍາວ 80 cm 1 ດວງ.
ພາຍຫລັງເຈົ້າໜ້າທີ່ສອບສວນເບື້ອງຕົ້ນ ທ້າວ ນົບພະກອນ ສາລະພາບວ່າ: ຕົນເອງ ແລະ ທ້າວ ເອກະລາດ ພ້ອມກັນເຄື່ອນໄຫວລົງມືກໍ່ເຫດຍາດຊີງມາແລ້ວ 11 ຄັ້ງ, ແຕ່ຄັ້ງໃນການກໍເຫດ ສົມທົບກັບ ທ້າວ ເອກະລາດ ເປັນຜູ້ຂັບຂີ່ລົດຈັກ ສ່ວນຕົນເປັນຜູ້ລົງຍາດດຶງ.
ໃນໄລຍະເດືອນພຶດສະພາ ຫາ ເດືອນມິຖຸນາ ໄດ້ກໍ່ເຫດຫຼາຍຄັ້ງ ໂດຍນໍາໃຊ້ລົດຈັກ PCX ສີຂາວສົ້ມ ໝາຍເລກທະບຽນ ກມ 3899 ກໍາແພງນະຄອນ ມີ: ຍາດດຶງໂທລະສັບ 1 ໜ່ວຍ ເຂດຕະຫຼາດຊັ່ງຈຽງ, ດຶງກະເປົາຜູ້ຂັບຂີ່ລົດຈັກ ຢູ່ຮ່ອມດາວຄໍາ ໄດ້ເງິນ 1 ລ້ານກີບ, ຍາດດຶງໂທລະສັບ 1 ໜ່ວຍ ຈາກກຸ່ມຜູ້ຍິງ 3-4 ຄົນ ຢູ່ຮ່ອມຮ້ານປີ້ງເບຍ ດາວຄໍາ, ຍາດດຶງໂທລະສັບ 1 ໜ່ວຍ ຈາກຜູ້ຊາຍກໍາລັງຍ່າງ ແລະ ດຶງກະເປົາຜູ້ຍິງທີ່ຍ່າງ ຢູ່ເຂດດາວຄໍາ ໄດ້ເງິນຈໍານວນ 300.000 ກີບ.
ເດືອນສິງຫາ 2022 ເວລາ 2:00 ໂມງເຊົ້າ ໄດ້ລົງມືຈີ້ຄົນຈີນ ໄດ້ເງິນກີບ 1.200.000 ກີບ ແລະ ເງິນສະກຸນຕາຕ່າງປະເທດຈໍານວນໜຶ່ງ ແຕ່ລະຄັ້ງນຳໃຊ້ລົດຈັກ PCX ສີຂາວແດງ ໝາຍເລກທະບຽນ ດຫ 8372 ກໍາແພງນະຄອນ ລົດຈັກຂອງໝູ່ກໍ່ເຫດ; ສ່ວນປ້າຍລົດຈັກ ດດ 9792 ກໍາແພງນະຄອນ ແມ່ນປ້າຍທີ່ຊື້ຈາກກອງເຫຼັກເສດ ໃນໄລຍະເດືອນເມສາ 2022. ສ່ວນປືນສັ້ນ 2
ກະບອກ ແມ່ນຊື້ນໍາຊາຍໄວໜຸ່ມບໍ່ຮູ້ຊື່, ບ້ານ ຊື້ຢູ່ຮ້ານອີນເຕີເນັດກາເຟ ເຊິ່ງເງິນ ແລະ ເຄື່ອງຂອງຕ່າງໆທີ່ໄດ້ມາ ແມ່ນແບ່ງກັນຄົນລະເຄິ່ງ.ປັດຈຸບັນ ປກສ ກຸ່ມສີຖານເໜືອ ນໍາສົ່ງໃຫ້ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ດໍາເນີນຄະດີຕາມກົດໝາຍ.