ແຈ້ງການມອດໄຟ‼️ເນື່ອງຈາກລັດວິສາຫະກິດໄຟຟ້າລາວ ຝ່າຍລະບົບຈໍາຫນ່າຍ ສາຂາໄຟຟ້ານະຄອນຫຼວງ 1 ຈະໄດ້ມີການມອດໄຟຕາມຄຸ້ມບ້ານ, ໂຮງຈັກໂຮງງານ, ສໍານັກງານຫ້ອງການຂອງລັດ ແລະ ເອກະຊົນ. ເລື່ອງ: ການມອດໄຟ 22kV ສາຍແຈກ MSS 1.5 ເພື່ອບໍາລຸງຮັກສາລະບົບຕາຂ່າຍ 22-0,4 kV.
ສາຂາໄຟຟ້ານະຄອນຫຼວງ1 ຂໍຖືເປັນກຽດແຈ້ງໃຫ້ທ່ານຊາບວ່າ: ໃນວັນທີ 01/09/2022, ເລີ່ມແຕ່ເວລາ 08:30-16:00 ໂມງ. (ໃຊ້ເວລາ 07 ຊົ່ວໂມງ 30 ນາທີ) ຈະໄດ້ມີການມອດໄຟ ລະບົບຕາຂ່າຍ 22kV ສາຍແຈກ MSS1.5, ເພື່ອບໍາລຸງຮັກສາລະບົບຕາຂ່າຍ 22-0, 4KV ແລະ ຕັດຕົ້ນໄມ້ອອກຈາກແລວສາຍຕາຂ່າຍດັ່ງກ່າວ, ມອດເລີມແຕ່ RCS10002-VCB80067 ຕໍ່ເຂດທົ່ງຕ້ອນ. ເຊີ່ງຈະສົ່ງຜົນກະທົບຕໍ່ຜູ້ຊົມໃຊ້ໄຟຟ້າໃນບໍລິເວນດັ່ງລຸ່ມນີ້:
ຮ່ອມ 5 ບ້ານ ດອນກອຍ. ຮ້ານອາຫານຮົ່ມສັກ. HONDA ໂພນພະເນົາ ສາຂາ ດອນກອຍ. ຢູດີ ອາລູງຊີງ. ໂຮງແຮມອີນແປງ. ໂຮງແຮມຈໍາປາ. ໂຮງງານເພດໄລພອນຄອນກີດ ,ເຮືອນພັກມີມີ່. ບ້ານ ດອຍກອຍ ຮ່ອມ7 ແລະ ຮ່ອມ 8. ຮ້ານ ເຟີ ດອນກອຍ. ອູ່ສ້ອມແປງລົດດອນກອຍ. ປ້ໍານ້ໍາມັນ ປຕທ ດອນກອຍ. ຮ້ານ ຕົ້ມໄກ່ຊຽງຂວາງ.