ຄົນເກີດວັນອາທິດ:ການງານທ່ານເໝາະແກ່ການເຮັດອາຊີບການຄ້າຈະໄດ້ຜົນກຳໄລດີ ການເງິນເກີດເລື່ອງຄຽດແລ້ວຈະໄດ້ເງິນເຂົ້າມາໃນການໃຊ້ຈ່າຍ ຄວາມຮັກໄດ້ພົບຮັກກັບຄົນທີ່ທ່ານບໍ່ຮູ້ຈັກພົບກັນແບບບັງເອີນ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີບົວ ເລກນຳໂຊກ4
ຄົນເກີດວັນຈັນ:ການງານເຮັດທຸລະກິດຈະການຄ້າອາຫານຫລືຂະໜົມຈະໄດ້ຜົນກຳໄລທີ່ດີ ການເງິນມື້ນີ້ຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃນການໃຊ້ຈ່າຍ ຄວາມຮັກ ໝູ່ເພື່ອນຈະແນະນຳໃຫ້ຮູ້ຈັກຄົົນທີ່ມີຄວາມສາມາດ ເຄື່ອງມຸງຄຸນເງິນ ສີມຸງຄຸນສີມ້ວງ ເລກນຳໂຊກ3
ຄົນເກີດວັນອັງຄານ:ການງານເຮັດທຸລະກິດຈະການຄ້າຂອງແຟຊັ່ນຈະປະສົບຄວາມສຳເລັດ ການເງິນການເງິນຢູ່ໃນຊ່ວງທີ່ດີເພາະລາຍຈ່າຍຄົງທີ່ ຄວາມຮັກໄດ້ພົບຄົນສ້າງສັນ ເກັ່ງ ມີຄວາມສາມາດ
ເຄື່ອງມຸງຄຸນຫີນນໍາໂຊກສີແດງສີມຸງຄຸນສີນໍ້າຕານ ເລກນຳໂຊກ1
ຄົນເກີດວັນພຸດ:ການງານລົງທຶນເຮັດທຸລະກິດຈະປະສົບຄວາມສຳເລັດ ການເງິນໄດ້ພົບຜູ້ອຸປະຖຳທາງການເງິນ ຄວາມຮັກ ໄດ້ພົບຄົນເກ່ັງ ແຕ່ທ່ານອາດຍັງມີບາງຢ່າງທີ່ບໍ່ມັກໃນໂຕລາວ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີຂຽວ ເລກນຳໂຊກ6
ຄົນເກີດວັນພະຫັດ:ການງານການຄ້າອາຫານເສີມຈະປະສົບຄວາມສຳເລັດ ການເງິນເກີດການຕໍ່ລອງເຈລະຈາແລ້ວຈະສຳເລັດ ຄວາມຮັກໄດ້ພົບຮັກກັບຄົນໃກ້ໂຕ ເປັນທີ່ທ່ານເອງກໍຮູ້ສຶກດີນໍາ ເຄື່ອງມຸງຄຸນຫີນນໍາໂຊກສີເຫຼືອງອ່ອນ ສີມຸງຄຸນສີແດງ ເລກນຳໂຊກ8
ຄົນເກີດວັນສຸກ:ການງານມີໂອກາດເລື່ອນຂັ້ນ ເລື່ອນຕຳແໜ່ງ ການເງິນມີໂຊກເພາະຜູ້ໃຫຍ່ຈະໃຫ້ການຊ່ວຍເຫຼືອ ຄວາມຮັກໄດ້ຄູ່ຄອງຮັກແທ້ເຂົ້າມາໃຫ້ທ່ານໄດ້ຮູ້ຈັກ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີຂາວ
ເລກນຳໂຊກ9
ຄົນເກີດວັນເສົາ:ການງານເກີດການປ່ຽນແປງຍົກຍ້າຍວຽກງານແລ້ວຈະເກີດຄວາມໂຊກດີ ການເງິນຈະພົບເລື່ອງເສຍເງິນຈໍານວນຫຼາຍໃນສິ່ງທີ່ຈໍາເປັນ ຄວາມຮັກປະຕິເສດໃນເລື່ອງຮັກທຸກກໍລະນີເພາະຍັງບໍ່ຢາກຄິດເລື່ອງນີ້ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີຟ້າອ່ອນ ເລກນຳໂຊກ1