ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮຽກຮ້ອງສັງຄົມຢ່າຫຼົງເຊື່ອ ການຊັກຊວນໄປເຮັດວຽກຢູ່ ສ.ເກົາຫຼີ ແບບຜິດກົດຫມາຍ; ເພື່ອເຕືອນປະຊາຊົນລາວ ບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າ
ມະນຸດ ແລະ ຖືກເອົາປຽບຈາກນາຍໜ້າຮັບຈ້າງແລ່ນໄປເຮັດວຽກຢູ່ຕ່າງປະເທດ, ພາຍຫຼັງທີ່່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ )ໄດ້ມີການກວດພົບບາງ ບໍລິສັດ ແລະ ນິຕິບຸກຄົນທີ່ເຄື່ອນໄຫວ ຊັກຊວນແຮງງານລາວໄປເຮັດວຽກຢູ່ ສ. ເກົາຫລີ ໂດຍບໍ່ໄດ້ຮັບອະນຸຍາດ ຈາກກະຊວງ ຮສສ.
ຈາກສື່ສັງຄົມອອນລາຍເຫັນວ່າ ມີຫຼາຍໆບໍລິສັດ ແລະ ມີບາງບຸກຄົນ ທີ່ມີການເຄື່ອນໄຫວລັກສະນະດຽວກັນ ແບບບໍ່ຖືກຕ້ອງ, ສຳລັບບຸກຄົນ ຫຼື ນິຕິບຸກຄົນ ຫາກເຄື່ອນໄຫວ ຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ໂດຍບໍ່ຜ່ານການອານຸຍາດຈາກລັດຖະບານ, ກໍຄືກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ແມ່ນຜິດຕໍ່ດຳລັດ ເລກທີ 245/ລບ ລົງວັນທີ 22 ພຶດສະພາ 2020 ວ່າ
ດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ມາດຕາທີ 12 ແລະ ການກະທຳດັ່ງກ່າວ ຍັງຜິດຕໍ່ກັບຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງວິສາຫະກິດ ບໍລິການຈັດຫາງານສະບັບເລກທີ 1050/ຮສສ, ລົງວັນທີ 25 ມີນາ 2022 ມາດຕາທີ 51 ຈະຖືກກ່າວເຕືອນປັບໃໝ ແລະ ຖອນທະບຽນວິສະຫະກິດຫຼື ຮ້າຍແຮງແມ່ນຈະໄດ້ດຳເນີນຕາມລະບຽບກົດໝາຍ.
ເຊິ່ງປັດຈຸບັນ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ແລະ ໜ່ວຍງານທີ່ກ່ຽວຂ້ອງກຳລັງຂຸ້ນຂ້ຽວແກ້ໄຂ ເພື່ອໃຫ້ເຂົ້າສູ່ລະບົບ ແລະ ເຄື່ອນໄຫວແບບຖືກຕາມກົດໝາຍຂອງປະເທດ.
ສຳລັບຜູ້ໃດມີຄວາມສົນໃຈຢາກໄປເຮັດວຽກ ຢູ່ ສ ເກົາຫລີ ຫລື ຢູ່ພາຍໃນປະເທດ. ສາມາດເຂົ້າມາພົວພັນກັບ ກົມການຈັດຫາງານ ກະຊວງ ຮສສ ຫຼື ບໍລິສັດຈັດຫາງານ ທີ່ໄດ້ຮັບການອະນຸຍາດໃຫ້ເຄືີອນໄຫວບໍລິການຈັດຫາງານ ຈາກກະຊວງ ຮສສ ໃນໂມງລັດຖະການ.
ທີ່ມາ: ຂ່າວສານຮສສ