ວາງກຳລັງເກືອບ 500 ສະຫາຍ ເພື່ອຄວາມສະດວກໃນການສັນຈອນມື້ເປີດສົກຮຽນໃໝ່

    0
    189

    ເພື່ອອຳນວຍຄວາມສະດວກໃຫ້ແກ່ການສັນຈອນ ໃນມື້ເປີດສົກຮຽນໃໝ່ ໃນວັນທີ 1 ກັນຍາ 2022 ນີ້, ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ພະແນກຕຳຫຼວດຈະລາຈອນ ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ບັນດາກອງຕໍາຫຼວດຈະລາຈອນເມືອງ ວາງແຜນຈັດກໍາລັງຕຳ ຫຼວດຈະລາຈອນເກືອບ 500 ສະຫາຍ ລົງປະຈຳຢູ່ຕາມສາຍທາງຕ່າງໆ ຈຳນວນ 212 ຈຸດ.

    ພັທ ສັງຄົມ ຍົມມະລາດ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກ່າວຕໍ່ນັກຂ່າວໜັງສືພິມຄວາມສະຫງົບ ໃນວັນທີ 30 ສິງຫາ 2022 ວ່າ:

    ມື້ເປີດສົກຮຽນໃໝ່ປີນີ້ ພະແນກຕໍາຫຼວດຈະລາຈອນ ສົມທົບກັບ ບັນດາກອງຕໍາຫຼວດຈະລາຈອນເມືອງ ຈັດກໍາລັງຕຳຫຼວດຈະລາຈອນ ທັງໝົດ 491 ສະຫາຍ ລົງປະຈຳຢູ່ຕາມສາຍທາງຕ່າງໆ ຈຳນວນ 212 ຈຸດ; ໃນນີ້, ຈຸດໂຮງຮຽນ ມີ 40 ຈຸດ, ຈຸດທາງ 3 ແຍກ-4 ແຍກ ມີ 107 ຈຸດ, ປ້ອມຍາມ ມີ 65 ປ້ອມ; ນອກຈາກນີ້, ຍັງມີໜ່ວຍສາຍກວດສໍາລັບເລາະຈັດລະບຽບສາຍທາງຕື່ມອີກ.

    ການລົງປະຕິບັດໜ້າທີ່ຂອງກໍາລັງຕໍາຫຼວດຈະລາຈອນໃນແຕ່ລະວັນ ຈະເນັ້ນໃສ່ 3 ໜ້າວຽກໃຫຍ່ ຄື: ວຽກໂຄສະນາ ແລະ ແນະນໍານັກຂັບຂີ່, ວຽກລະບາຍການສັນຈອນ ແລະ ວຽກບັງຄັບໃຊ້ກົດໝາຍ; ທັງໝົດນີ້ກໍເພື່ອແນໃສ່ອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ລົດໃຊ້ຖະໜົນ ສັນຈອນໄປມາຢ່າງມີຄວາມສະດວກ ແລະ ປອດໄພ.

    ໂອກາດດຽວກັນ, ພັທ ສັງຄົມ ຍົມມະລາດ ກໍໄດ້ຮຽກຮ້ອງມາຍັງບັນດາທ່ານ ພໍ່ແມ່-ຜູ້ປົກຄອງ, ຄູ-ອາຈານ, ນ້ອງນັກຮຽນ, ນັກສຶກສາ ຂໍໃຫ້ຕື່ນແຕ່ເຊົ້າອອກເດີນທາງກ່ອນເວລາລົດແອອັດ ເພື່ອຮັບປະກັນໃຫ້ໄປຮອດໂຮງຮຽນຂອງຕົນ ແລະ ລູກຫຼານທັນກັບເວລາ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.