ແຂວງຄຳມ່ວນ ຍັງມີໜີ້ເກືອບ 500 ຕື້ກີບ ຄາດວ່າອີກ 10 ປີ ຈຶ່ງຈະໃຊ້ໜີ້ໝົດ

    0
    172

    ທ່ານ ເດດສັກດາ ມະນີຄໍາຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນ ໄດ້ກ່າວໃນກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ເມື່ອບໍ່ດົນຜ່ານມານີ້ວ່າ: ການປະຕິບັດວຽກງານການລົງທຶນ ໃນ 6 ເດືອນ ຂອງແຜນປີ 2022 ຢູ່ແຂວງຄຳມ່ວນ ໄດ້ວາງຄາດໝາຍການລົງທຶນມີປະສິດທິຜົນ, ໜີ້ສິນ ຫລຸດລົງ, ການຟຸມເຟືອຍໄດ້ຮັບການ

    ແກ້ໄຂເປັນຮູບປະທໍາ ເຊິ່ງການລົງທຶນຂອງລັດ ໄດ້ຈຳກັດໂຄງການລົງທຶນຂອງລັດ ທີ່ມີມູນຄ່າສູງ, ຜົນຕອບແທນທາງເສດຖະກິດໜ້ອຍແຕ່ການຈັດສັນທຶນໃສ່ແບບກະແຈກກະຈາຍ ທີ່ຈະພາໃຫ້ເກີດມີໜີ້ສິນໃໝ່ເພີ່ມຂຶ້ນ ເປັນຕົ້ນແມ່ນການກໍ່ສ້າງພື້ນຖານໂຄງລ່າງ ແລະ ສຳນັກງານຫ້ອງການບາງບ່ອນ ທີ່ເຫັນວ່າຍັງບໍ່ມີຄວາມຈຳເປັນແທ້ໆ.

    ຂະນະທີ່ການແກ້ໄຂໜີ້ສິນໂຄງການພື້ນຖານໂຄງລ່າງ ຈ່າຍອະນຸມັດ ປີ 2022 ແມ່ນ 53,15 ຕື້ກີບ ແກ້ໄຂໄດ້ທັງໝົດ 54 ໂຄງການ. ມາຮອດປັດຈຸບັນ, ໜີ້ຍັງຄ້າງຈຳນວນ 478,95 ຕື້ກີບ ໂດຍລວມແລ້ວຖ້າຄວາມສາມາດໃນການສໍາລະໜີ້ ລະດັບນີ້ໃນແຕ່ລະປີ ອີກ 10 ປີ ຂ້າງໜ້າແຂວງຄໍາມ່ວນ ຈະສາມາດແກ້ໄຂໜີ້ສິນໄດ້.

    ສຳລັບໂຄງການສະເໜີໃໝ່ ແມ່ນໃຫ້ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ເປັນໂຄງການສາມາດຊຳລະໄດ້ຕາມກົດໝາຍ (ຈັດໃນສັດສ່ວນ ສະເໜີໃໝ່ 10%, ສືບຕໍ່ 40% ແລະ ໜີ້ສິນ 50%) ໄດ້ເຂັ້ມງວດໃນການກວດກາຄືນບັນດາໂຄງການທີ່ປະຕິບັດສຳເລັດ 100%.

    ພ້ອມທັງ ໄດ້ສະເໜີໂຈະບັນດາໂຄງການທີ່ປະຕິບັດຊັກຊ້າ ຫລື ບໍ່ມີປະສິດທິຜົນ ແລະ ບໍ່ບັນຈຸບັນດາໂຄງການລົງທຶນຂອງລັດ ທີ່ບໍ່ໄດ້ຜ່ານການປະເມີນ ເພື່ອບໍ່ສ້າງໜີ້ສິນໃໝ່.

    ຂໍ້ມູນຈາກ:Media Laos

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.