ຄົນເກີດວັນອາທິດ:ການງານໃຊ້ຄວາມສາມາດໃນການປະສົບການໃນຫນ້າວຽກໄດ້ດີ ການເງິນຈະໄດ້ເງິນຢ່າງວ່ອງໄວໃນຄົນທີ່ຢືມທ່ານໄປ ຄວາມຮັກຍັງຢາກໃຊ້ຊີວິດສັນໂດດຫລາຍກວ່າເພາະບໍ່ຄ່ອຍມີເວລາໃຫ້ຄົນຮັກ ເຄື່ອງມຸງຄຸນເງິນ ສີມຸງຄຸນສີເຫຼືອງ ເລກນຳໂຊກ8
ຄົນເກີດວັນຈັນ:ການງານປະສົບຄວາມສຳເລັດຈະເລີນຮຸ່ງເຮືອງກ້າວໜ້າໃນເລື່ອງຂອງຫນ້າວຍກທີ່ຖືກມອບໝາຍ ການເງິນພົບເລື່ອງຄຽດໃນເລື່ອງຂອງການເງິນ ຄວາມຮັກໄດ້ພົບຮັກຈາກຄົນທີ່ໝູ່ເນາະນໍາໃຫ້ຮູ້ຈັກ ໃນຊ່ວງນີ້ຄວາມຮັກມີຄວາມສຸກດີ ເຄື່ອງມຸງຄຸນເງິນ ສີມຸງຄຸນສີສົ້ມ ເລກນຳໂຊກ7
ຄົນເກີດວັນອັງຄານ:ການງານສ້າງຜົນງານໄດ້ດີ ແລະ ຕໍ່ເນື່ອງໃນເລື່ອງຂອງເອກະສານສັນຍາ ການເງິນຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍຈໍານວນຫຼາຍ ຄວາມຮັກສຸກສົມຫວັງໃນເລື່ອງຄວາມຮັກເພາະຄົນຮັກເປັນຄົນທີ່ເອົາໃຈເກັ່ງ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີຟ້າ ເລກນຳໂຊກ8
ຄົນເກີດວັນພຸດ:ການງານແກ້ໄຂບັນຫາສະເພາະໜ້າໃຫ້ຜ່ານພົ້ນໄປໄດ້ດີ ບໍ່ວ່າຈະເປັນເລື່ອງໃຫຍ່ຫຼືນ້ອຍ ການເງິນຊ່ວງນີ້ໂຊກດີຈະໄດ້ເງິນ ແຕ່ລະວັງຈະໄດ້ໃຊ້ຈ່າຍເງິນຈໍານວນທີ່ຈໍາເປັນອອກໄປ ຄວາມຮັກຜູ້ໃຫຍ່ຈະແນະນຳໃຫ້ຮູ້ຈັກໃຜບາງຄົົນທີ່ມີໂອກາດສານຄວາມສຳພັນດ້ານຄວາມຮັກ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ6
ຄົນເກີດວັນພະຫັດ:ການງານເຮັດວຽກຮ່ວມກັບບໍລິວານຄົນໝູ່ຫລາຍມີໂອກາດເກີດການຂັດແຍ້ງກັນໄດ້ ການເງິນມື້ນີ້ຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກຄົນຮັກຢູ່ໃນເກນທີ່ເອົາໃຈໃສ່ເກັ່ງ ບໍ່ວ່າຈະເປັນເລື່ອງໃດກໍເອົາໃຈເປັນພິເສດ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີແດງ ເລກນຳໂຊກ6
ຄົນເກີດວັນສຸກ:ການງານສ້າງສັນຜົນງານໄດ້ປະສົບຄວາມສຳເລັດໃນເລື່ອງຂອງການງານ ການເງິນ ລາຍຈ່າຍຍັງບໍ່ຄົງທີ່ຕ້ອງລະວັງເລື່ອງຂອງເງິນຄໍາໃຫ້ຫຼາຍ ຄວາມຮັກພະຍາຍາມລົມກັນດ້ວຍເຫດຜົນໃຫ້ຫຼາຍ ເພາະທ່ານທັງສອງເປັນຄົນທີ່ໃຈຮ້ອນ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີບົວ ເລກນຳໂຊກ7
ຄົນເກີດວັນເສົາ:ການງານສ້າງສັນຜົນງານໄດ້ຢ່າງມີປະສິດທິພາບ ມີຄວາມກ້າຫານໃນເລື່ອງການຫາເງິນ ການເງິນໂຊກດີຈະໄດ້ຮັບເງິນຈາກຜູ້ໃຫຍ່ຊ່ວຍຊັບພອດ ຄວາມຮັກພົບສະຖານນະການທີ່ບໍ່ຊັດເຈນໃນເລື່ອງຄວາມຮັກ ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ ສີມຸງຄຸນສີນໍ້າຕານ ເລກນຳໂຊກ3