ພັທ ຄໍາເຕ ທັກຂິນ ຮອງຫົວໜ້າ ປກສ ກຸ່ມສີຖານເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 31 ສິງຫາ 2022, ຈັບຕົວຜູ້ຖືກສົງໄສ ຄ້າຂາຍຢ າ ເ ສ ບ ຕ ິດ 1 ຄົນ ຊື່ທ້າວ ພອນສະຫວັດ ອາຍຸ 39 ປີ ຫວ່າງງານ ຢູ່ບ້ານ ຫ້ວຍເຕີຍ ເມືອງໄຊທານີ ພ້ອມຂອງກາງຢາບ້າ 1.111 ເມັດ ມາດໍາເນີນຄະດີ.
ຜ່ານການສອບສວນເບື້ອງຕົ້ນ ຮັບສາລະພາບວ່າ: ຢາບ້າ ເຈົ້າໜ້າທີ່ກວດພົບເວລາເຂົ້າຈັບກຸມ ແມ່ນຂອງຜູ້ກ່ຽວ ເຊິ່ງຕົນເອງ ໄດ້ລັກມາແຕ່ເຮືອນພັກແຫ່ງໜຶ່ງ ຢູ່ເຂດບ້ານດອນແດງ ເມືອງຈັນທະບູລີ ພາຍຫຼັງລັກມາແລ້ວ ພໍຮອດວັນທີ 28 ສິງຫາ 2022, ຕົນເອງໄດ້ໄປຮ້ານອິນເຕີເນັດກາເຟ ເຂດບ້ານຫ້ວຍຫົງ ແລະ ບ້ານໜອງທາ ເພື່ອເອົາຢາບ້າໄປຂາຍໃຫ້ກຸ່ມທີ່ຕ້ອງການ, ຕົກມາຮອດວັນທີ 31 ສິງຫາ 2022 ກໍ່ຖືກເຈົ້າໜ້າທີ່ຈັບຕົວ ພ້ອມຂອງກາງຢ າ ບ້ າ 1.111 ເມັດ.
ປັດຈຸບັນ, ປກສ ກຸ່ມສີຖານເໜືອ ໄດ້ນໍາສົ່ງຜູ້ກ່ຽວ ໃຫ້ກອງບັນຊາການ ປກສ ເມືອງສີໂຄດຕະບອງດໍາເນີນການສືບສວນ-ສອບສວນ ຂະຫຍາຍຜົນຊອກຫາກຸ່ມແກ້ງທີ່ຮ່ວມຂະບວນການ ມາດໍາເນີນຄະດີຕາມຂັ້ນຕອນກົດໝາຍ.
ແຫຼ່ງຂ່າວຈາກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ