ຈາກສະພາບນໍ້າຖ້ວມທີ່ເກີດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນໄລຍະລະດູຝົນປີນີ້ ເຮັດໃຫ້ທາງຫລາຍເສັ້ນທັງໃນຕົວເມືອງ ແລະ ຊົນນະບົດ ເປ່ເພ ສົ່ງຜົນກະທົບໂດຍກົງຕໍ່ພາຫະນະທີ່ສັນຈອນໄປ-ມາຫຍຸ້ງຍາກສັບສົນ ຈິ່ງເກີດມີຫາງສຽງຈົ່ມວ່າໃນທາງທີ່ບໍ່ສ້າງສັນຈໍານວນບໍ່ໜ້ອຍຈາກສັງຄົມ !
ຕໍ່ບັນຫານີ້, ທ່ານ ສຸລິວັນ ພົມມະຫາໄຊ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ການສ້ອມແປງເສັ້ນທາງໃນລະດູຝົນແມ່ນນອນຢູ່ໃນ 1 ແຜນວຽກປະຈໍາປີຂອງພະແນກ, ແຕ່ຍ້ອນໄລຍະນີ້ມີຝົນຕົກໜັກເປັນປະຈໍາຈິ່ງບໍ່ສາມາດສ້ອມແປງໃຫ້ໄດ້ມາດຕະຖານເທົ່າທີ່ຄວນ, ເຮັດໄດ້ພຽງແຕ່ສ້ອມແປງສຸກເສີນພໍໃຫ້ສາມາດໄປມາໄດ້ ໂດຍ
ສະເພາະ 3 ຈຸດຢູ່ເມືອງສີໂຄດຕະບອງທີ່ເກີດນໍ້າຖ້ວມເປັນປະຈໍາ ຄື: ເຂດບ້ານສີໄຄ, ໜອງໜ້ຽວ ແລະ ໜ້າຕະຫລາດລາວ-ອົດຊີ ໄດ້ແກ້ໄຂໜ້າທາງດ້ວຍການເອົາຫີນ ແລະ ວັດສະດຸທີ່ດີມາຖົມ ແຕ່ບໍ່ສາມາດປູຢາງໄດ້ຈົນກວ່າຈະສໍາເລັດລະດູຝົນຈິ່ງຈະປັບປຸງໃຫ້ໄດ້ມາດຕະຖານ ເພາະຖ້າລົງຢາງຕອນນີ້ແມ່ນຈະເສຍຫາຍລ້າ.
ສໍາລັບເສັ້ນທາງຫລວງແຫ່ງຊາດ ໂດຍສະເພາະເສັ້ນທາງ 13 ເໜືອ ໄດ້ປະມູນເອົົາບໍລິສັດມາແກ້ໄຂເສັ້ນທາງທີ່ເປ່ເພ, ສ່ວນບັນດາເສັ້ນທາງໃນຕົວເມືອງ ແມ່ນມີກອງສ້ອມແປງທາງນະຄອນຫລວງວຽງຈັນຮັບຜິດຊອບ ໂດຍນໍາໃຊ້ວັດສະດຸສໍາເລັດຮູບເພື່ອຄາບຂຸມຕ່າງໆ. ສ່ວນບັນດາເສັ້ນທາງຍ່ອຍຢູ່ອ້ອມຮອບຕົວເມືອງ ແລະ ເຂດອື່ນໆ ໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະເມືອງຢ່າງລະອຽດ, ແຕ່
ຖ້າເຫັນວ່າເສັ້ນທາງໃດທີ່ມີຄວາມຈໍາເປັນຕ້ອງສ້ອມແປງຮີບດ່ວນໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງຫາວິທີແກ້ໄຂເພື່ອໃຫ້ສາມາດສັນຈອນໄປມາໄດ້.
ທ່ານ ສຸລິວັນ ພົມມະຫາໄຊ ກ່າວຢໍ້າວ່າ: ການສ້ອມແປງບັນດາເສັ້ນທາງທີ່ເປ່ເພຢູ່ນະຄອນຫລວງວຽງຈັນ ໃນໄລຍະນີ້ ແມ່ນການສ້ອມແປງສຸກເສີນເທົ່ານັ້ນ ໂດຍອີງຕາມງົບປະມານທີ່ມີເພື່ອໃຫ້ສາມາດສັນຈອນໄປມາໄດ້ ເພາະຈະສ້ອມແປງໃຫ້ໄດ້ມາດຕະຖານແທ້ຕ້ອງຫລັງຈາກລະດູຝົນ, ດັ່ງນັ້ນ ຈິ່ງຮຽກຮ້ອງມາຜູ້ຊົມໃຊ້ລົດໃຊ້ຖະໜົນ ກໍຄື ຊາວນະຄອນຫລວງວຽງຈັນ ທຸກຄົນໃຫ້ການຮ່ວມມືກັບ
ພາກສ່ວນກ່ຽວຂ້ອງໃນການອະນາໄມຫ້ອງລະບາຍນໍ້າຢູ່ເຂດໜ້າເຮືອນຂອງຕົນບໍ່ໃຫ້ອຸດຕັນ ເພື່ອໃຫ້ນໍ້າໄຫລໄດ້ສະດວກໃນເວລາມີຝົນຕົກ. ຂະນະດຽວກັນ ຖ້າຫາກບຸກຄົນ ຫລື ນິຕິ ບຸກຄົນໃດ ທີ່ມີເງື່ອນໄຂຢາກປະກອບສ່ວນດ້ານວັດຖຸອຸປະກອນ ແລະ ອື່ນໆ ຊ່ວຍແກ້ໄຂເສັ້ນທາງທີ່ເປ່ເພ ທາງພະແນກມີຄວາມຍິນດີຮັບເອົາ ເພື່ອແນໃສ່ເຮັດໃຫ້ການສັນຈອນໄປມາຢູ່ນະຄອນຫລວງວຽງຈັນ ມີຄວາມສະດວກສະບາຍກວ່າເກົ່າ.
FM 90 ລາຍງານ