ຄົນເກີດວັນອາທິດ:ການງານ ຕິດຕໍ່ທຸລະກິດການງານຈະເຮັດໃຫ້ທ່ານປະສົບຄວາມສຳເລັດ ການເງິນມື້ນີ້ຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ໃຊ້ຈ່າຍ ຄວາມຮັກໄດ້ພົບຮັກກັບຄົນຜິວສອງສີ ຄົນທີ່ທ່ານກໍຮູ້ຈັກ
ເຄື່ອງມຸງຄຸນເງິນ ສີມຸງຄຸນສີແດງ ເລກນຳໂຊກ 4
ຄົນເກີດວັນຈັນ ການງານເຮັດທຸລະກິດຈະການຂົນສົ່ງໄດ້ຜົນກຳໄລດີ ການເງິນມື້ນີ້ໂຊກດີຈະໄດ້ເງິນເຂົ້າມາໃຊ້ຈ່າຍ ຄວາມຮັກໄດ້ພົບຮັກແບບບໍ່ໄດ້ຕັ້ງໂຕ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ7
ຄົນເກີດວັນອັງຄານການງານລະວັງເລື່ອງການຄ້າ ອາດເຮັດໃຫ້ທ່ານໝູນເງິນບໍ່ທັນ ການເງິນມື້ນີ້ຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກຈະໄດ້ພົບຄູ່ຄອງທີ່ຖືກໃຈ ແຕ່ບໍ່ມີເວລາໃຫ້ທ່ານ
ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ2
ຄົນເກີດວັນພຸດ:ການງານວາງແຜນເຮັດທຸລະກິດຈະປະສົບຄວາມສຳເລັດ ການເງິນມື້ນີ້ຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກໄດ້ພົບຮັກແບບບໍ່ຄາດຝັນອາດເປັນຄົນໃກ້ໂຕ ເຄື່ອງມຸງຄຸນຫີນນໍາໂຊກສີເຫຼຶອງ ສີມຸງຄຸນ ສີຟ້າ ເລກນຳໂຊກ5
ຄົນເກີດວັນພະຫັດ:ການງານການລົງນາມເອກະສານທຸລະກິດພົບຄວາມຊັກຊ້າ ການເງິນໄດ້ພົບຜູ້ອຸປະຖຳທາງການເງິນ ເຮັດໃຫ້ທ່ານມີເງິນເກັບ ຄວາມຮັກໄດ້ພົບຄົນຜິວສອງສີ ຄົນທີ່ທ່ານຄິດວ່າອາດເປັນໄປບໍ່ໄດ້ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີດໍາ ເລກນຳໂຊກ3
ຄົນເກີດວັນສຸກ:ການງານເຮັດທຸລະກິດຈະການຄ້າໄດ້ກຳໄລດີ ການເງິນພົບເລື່ອງເສຍເງິນບໍ່ຄາດຝັນ ຄວາມຮັກຕົກຢູ່ໃນສະຖານນະການຮັກຊ້ອນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີເທົາ ເລກນຳໂຊກ7
ຄົນເກີດວັນເສົາ:ການງານເຮັດທຸລະກິດຈະການຄ້າຈະດີເປັນພິເສດ ການເງິນຈະໄດ້ໂຊກຈາກຜູ້ໃຫຍ່ ເພະາເພີ່ນນໍາໂຊກມາໃຫ້ ຄວາມຮັກຕ່າງຝ່າຍຄວນປັບໂຕເຂົ້າຫາກັນໃຫ້ຫຼາຍກວ່າທີ່ຜ່ານມາ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີຂຽວ ເລກນຳໂຊກ9