ເຕືອນ ! ເດັກນ້ອຍ ຂໍແກ 3 ຊ່າຈາກລົດສິບລໍ້ ສ່ຽງອັນຕະລາຍເຖິງຊີວິດ ແລະ ບໍ່ຄວນຮຽນແບບ
ຕະຫລອດໄລຍະຜ່ານມາ ປະມານ 2-3 ເດືອນກ່ອນໜ້ານີ້ ໃນສັງຄົມອອນລາຍມັກຈະເຫັນຄອນເທັ້ນກ່ຽວກັບເດັກນ້ອຍຂໍແກ 3 ຊ່າຈາກລົດບັນທຸກຕ່າງໆທີ່ແລ່ນຕາມທາງຫລວງ ເຊິ່ງຫລາຍພາກສ່ວນໄດ້ອອກມາເຕືອນເຖິງຄວາມອັນຕະລາຍ ແລະ ເປັນສິ່ງທີ່ຜູ້ໃຫຍ່ຕ້ອງໄດ້ແນະນຳເດັກນ້ອຍຢ່າງໃກ້ຊິດ ແຕ່ເຖິງປານໃດກໍຕາມ ຄອນເທັ້ນດັ່ງກ່າວຍັງບໍ່ຫາຍໄປຈາກອອນລາຍ ຈົນເກີດເຫດບໍ່ຄາດຄິດຂຶ້ນ.
ຄືຫລ້າສຸດໃນວັນທີ 31 ສິງຫາ 2022 ທີ່ຜ່ານມາ ມີຜູ້ໃຊ້ເຟສບຸກທ່ານໜຶ່ງໄດ້ໂພສຂໍ້ຄວາມພ້ອມເລື່ອງລາວອຸບັດເຫດ ລົດ 10 ລໍ້ຢຽບເດັກນ້ອຍ 7 ປີ ທີ່ຂໍແກ 3 ຊ່າ ເສຍຊີວິດ ເຫດເກີດຢູ່ທີ່ແຍກບ້ານສະກາດ ອຳເພີ ສັງຂະ ຈັງຫວັດສຸລິນ ປະເທດໄທ.
ຫລັງຈາກທີ່ໂພສລົງເຟສບຸກເຮັດໃຫ້ຜູ້ຄົນມາຄອມເມັ້ນສະແດງຄວາມເສຍໃຈ ແລະ ວິຈານຕ່າງໆນານາ ລວມເຖິງການຂໍແກ 3 ຊ່າ ທີີ່ກຳລັງເປັນທີ່ນິຍົມໃນກຸ່ມເດັກນ້ອຍເປັນຈຳນວນຫລວງຫລາຍ ແຕ່ແອບແຝງດ້ວຍອັນຕະລາຍ.
ຈາກຄລິບວີດີໂອກ້ອງວົງຈອນປິດ ສາມາດບັນທຶກເຫດການ ເດັກນ້ອຍ 3 ຄົນອາຍຸ 7 ປີ ກຳລັງເລີກຈາກໂຮງຮຽນ ທັນໃດນັ້ນໄດ້ ມີລົດສິບລໍ້ແລ່ນຜ່ານມາ ເດັກນ້ອຍກໍຍົກມືຂຶ້ນຄ້າຍໆ ກຳລັງຂໍແກ 3 ຊ່າ ແຕ່ພໍສິບລໍ້ແລ່ນຜ່ານໄປ ເດັກນ້ອຍດັ່ງກ່າວໄດ້ແລ່ນຂ້າມທາງໄປອີກເບື້ອງໜຶ່ງ ໂດຍບໍ່ທັນສັງເກດວ່າມີລົດແລ່ນມາ ຈົນເຮັດໃຫ້ລົດກະບະຕຳເອົາບາດເຈັບສາຫັດ ຫລັງເກີດເຫດກູ້ໄພນຳສົ່ງເດັກນ້ອຍໄປໂຮງໝໍ ແລະ ເສຍຊີວິດໃນເວລາຕໍ່ມາ.
ປັດຈຸບັນ ເດັກນ້ອຍຢູ່ໃນ ສປປ ລາວ ກຳລັງຮຽນແບບຈາກຄຣິບດັ່ງກ່າວ, ສະນັ້ນຂໍຝາກເຕືອນພໍ່ແມ່ຜູ້ປົກຄອງໃຫ້ດູແລ ເບິ່ງແຍງຂອງທ່ານໃຫ້ດີ ແລະ ໃຊ້ວິຈາລະນະຍານໃນການຫລິ້ນໂທລະສັບ ບໍ່ຄວນຮຽນແບບເພາະສ່ຽງອາດເກີດອັນຕະລາຍເແກ່ຊີວິດໄດ້