ຄົນເກີດວັນອາທິດ:ການງານອາດໄດ້ຮັບໜ້າທີ່ວຽກງານທີ່ໃໝ່ຍ້ອນຄວາມສາມາດຂອງທ່ານ ການເງິນມື້ນີ້ໂຊຄະດີຈະໄດ້ເງິນຈໍານວນຫຼາຍເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກໄດ້ພົບຮັກກັບຄົນໃຈບຸນ ເປັນຄົນທີ່ມີຄວາມໃຈເຢັນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ9
ຄົນເກີດວັນຈັນ:ການງານເຮັດທຸລະກິດຂາຍອາຫານ ຂະໜົມ ຫລືເຄື່ອງດື່ມຈະໄດ້ກຳໄລດີ ການເງິນເສຍເງິນໃນການລົງທຶນເຮັດທຸລະກິດແລ້ວໄດ້ກຳໄລເພີ່ມຂື້ນ ຄວາມຮັກໄດ້ພົບຮັກກັບຄົນເກັ່ງມີຄວາມສາມາດຮອບດ້ານ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ9
ຄົນເກີດວັນອັງຄານ:ການງານເຮັດທຸລະກິດສື່ສານຈະປະສົບຄວາມສຳເລັດໃນດ້ານວຽກງານ ການເງິນ ມີເລື່ອງທີ່ຕ້ອງໃຊ້ເງິນກ້ອນໃຫຍ່ອອກໄປໃນມື້ນີ້ ຄວາມຮັກເດີນທາງໄກແລ້ວໄດ້ພົບຮັກກັບຄົນໃກ້ໂຕ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີດໍາ ເລກນຳໂຊກ7
ຄົນເກີດວັນພຸດ:ການງານເຮັດອາຊີບນັກຂາຍເກີດຄວາມສຳເລັດໜ້າພໍໃຈ ການເງິນບໍລິວານຈະນຳໂຊກມາໃຫ້ໃນເລື່ອງຂອງເງິນຄໍາ ຄວາມຮັກ ໄດ້ພົບຮັກກັບຄົນສະເໜ່ ເກັ່ງມີຄວາມສາມາດ ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ ສີມຸງຄຸນສີນໍ້າຕານ ເລກນຳໂຊກ2
ຄົນເກີດວັນພະຫັດ:ການງານເຮັດທຸລະກິດຈະປະສົບຄວາມສຳເລັດໃນເລື່ອງຂອງການງານ ການເງິນລະວັງເລື່ອງລາຍຈ່າຍ ອາດເຮັດໃຫ້ທ່ານມີຄວາມຂັດສົນ
ຄວາມຮັກ ຕົກຢູ່ໃນສະຖານນະການຮັກຊ້ອນ ບໍ່ຄວນຮັກໃຜພ້ອມກັນສອງຄົນ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນ ສີສົ້ມ ເລກນຳໂຊກ4
ຄົນເກີດວັນສຸກ:ການງານການເຈລະຈາທາງການຄ້າປະສົບຄວາມສຳເລັດໃນການງານ ການເງິນມື້ນີ້ດວງດີຈະໄດ້ເງິນ ແຕ່ຕ້ອງຈົດລາຍຮັບລາຍຈ່າຍໃຫ້ຮອບຄອບ ຄວາມຮັກຄົນຮັກເກົ່າຈະເຂົ້າມາ ຫຼື ບັງເອີນໄດ້ເຈີກັນບາງສະຖານທີ່ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີຂາວ ເລກນຳໂຊກ 3
ຄົນເກີດວັນເສົາ:ການງານມີເລື່ອງໃຫ້ທ່ານໄດ້ໃຊ້ຄວາມຄິດຫຼາຍ ໜ້າວຽກອາດມີສິ່ງທີ່ໄດ້ຮັບຜິດຊອບຫຼາຍຂື້ນ ການເງິນມີຜູ້ໃຫຍ່ຊ່ວຍອຸປະຖໍາໃນເລື່ອງຂອງເງິນຄໍາ ຄວາມຮັກ ບໍ່ມີເວລາທຸ້ມເທໃນເລື່ອງຮັກ ເພາະຢູ່ໃນເກນທີ່ບໍ່ຢາກຮູ້ຈັກໃຜ ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ ສີມຸງຄຸນ ສີຂຽວ ເລກນຳໂຊກ1