ຜູ້ກໍ່ເຫດຕຳຈົວນ້ອຍ 2 ອົງ ຖືກກັກຕົວຢູ່ເມືອງໂພນໂຮງ ຜູ້ກ່ຽວຍັງຢູ່ໃນຂັ້ນຕອນດຳເນີນຄະດີ

    0
    179

    ຜູ້ກໍ່ເຫດຕຳຈົວນ້ອຍ 2 ອົງຢູ່ໂພນໂຮງ ແຂວງວຽງຈັນ ຖືກກັກຕົວຢູ່ເມືອງໂພນໂຮງ ຜູ້ກ່ຽວຍັງຢູ່ໃນຂັ້ນຕອນດຳເນີນຄະດີຕາມລະບຽບກົດໝາຍ

    ວັນທີ 8 ກັນຍາ 2022 ນີ້ ທ່ານ ຮ້ອຍເອກ ແສງເພັດ ໄຊຍະວົງ ຮອງພະແນກຕຳຫລວດ ຜູ້ຊີ້ນຳວຽກງານຈະລາຈອນ ກອງບັນຊາການ ເມືອງໂພນໂຮງ ແຂວງວຽງຈັນ ໃຫ້ສຳພາດຕໍ່ໜັງສືພິມລາວພັດທະນາວ່າ: ເວລາ 06:25 ໂມງ ຂອງວັນທີ 1 ກັນຍາ 2022 ໄດ້ມີລົດກະບະ ທະບຽນ ກຣ 8853 ກໍາແພງນະຄອນ, ຂັບຂີ່ໂດຍ ທ້າວ ບ໋ອດ

    ອາຍຸ 19 ປີ ອາຊີບຄ້າຂາຍ, ຢູ່ບ້ານບໍ່ໂອ, ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໄດ້ຂີ່ລົດໄປຕໍາຈົວນ້ອຍ 2 ອົງທີ່ຍ່າງບິນທະບາດຢູ່ແຄມທາງ ແລ້ວຂັບລົດເພື່ອຫລົບໜີຄວາມຜິດ ແຕ່ຜູ້ກ່ຽວໄດ້ເກີດອຸບັດເຫດຕໍາເອົາ ສົ້ນຂົວທີ່ພວມກໍ່ສ້າງຢູ່ ເຂດບ້ານນາບອນ, ເມືອງໂພນໂຮງ ແຂວງວຽງຈັນ.

    ເຫດການດັ່ງກ່າວ ເຮັດໃຫ້ຈົວນ້ອຍສອງອົງໄດ້ຮັບບາດເຈັບໜັກ ເຊິ່ງປັດຈຸບັນ ຈົວນ້ອຍທັງສອງຍັງປິ່ນປົວຢູ່ໂຮງໝໍມິດຕະພາບ 150 ຕຽງ.

    ສ່ວນຜູ້ຂັບຂີ່ ພາຍຫລັງເກີດອຸບັດເຫດ ໄດ້ຮັບບາດເຈັບເລັກນ້ອຍ ດັ່ງນັ້ນ ເຈົ້າໜ້າທີ່ໄດ້ຈຶ່ງໄດ້ກັກຕົວ ແລະ ຢຶດລົດໄວ້ຢູ່ບ່ອນກັກຂັງເມືອງໂພນໂຮງ ແຂວງວຽງຈັນ ດ້ານຄະດີດັ່ງກ່າວແມ່ນຢູ່ໃນຂັ້ນຕອນດໍາເນີນການເກັບກໍາ ແລະ ສືບສວນ-ສອບສວນຂໍ້ມູນ ຢ່າງລະອຽດຖີ່ຖ້ວນ ຫາກມີຄວາມຄືບໜ້າທີມງານຂ່າວໜັງສືພິມລາວພັດທະນາຈະນຳສະເໜີໃຫ້ທ່ານໄດ້ຮັບຊາບຕື່ມພາຍຫລັງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.