ເຈົ້າໜ້າທີ່ພາສີແຂວງຊຽງຂວາງຍຶດສານເຄມີນໍາເຂົ້າຜ່ານດ່ານສາກົນນໍ້າກັ່ນ 11.550 ກິໂລກຣາມ
ເຈົ້າໜ້າທີ່ພາສີປະຈໍາແຂວງຊຽງຂວາງກໍ່ຄືເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນນໍ້າກັ່ນທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ຖືກມອບໝາຍຢ່າງເຂັ້ມງວດ
ແລະສາມາດຢຶດໄດ້ສານເຄມີຂັ້ນຕົ້ນປະເພດຝຸ່ນສີຂາວຈໍານວນ231ເປົ້າລວມນໍ້າໜັກທັງໝົດ11.550ກິໂລກຣາມແລະຜ້າເຜີດເດັກນ້ອຍຈຳນວນ10ແກັດ,ພ້ອມທັງໄດ້ດຳເນີນການມອບ–ຮັບຂອງກາງດັ່ງກ່າວໃຫ້ເຈົ້າໜ້າທີ່ຕໍາຫຼວດປກສແຂວງຊຽງຂວາງ ດໍາເນີນຄະດີຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.
ຊຶ່ງຕາມການລາຍງານຂອງພາສີປະຈຳແຂວງຊຽງຂວາງໃຫ້ຮູ້ວ່າ:ໂດຍອີງຕາມການລາຍງານຂອງດ່ານພາສີສາກົນນໍ້າກັ່ນສະບັບເລກທີ0325/ດນກ,ລົງວັນທີ07ກັນຍາ2022ເຫັນມີການແຈ້ງເສຍພາສີນຳເຂົ້າສິນຄ້າເຄື່ອງຂອງ,ຜ່ານການຮັບແຈ້ງແລະກວດກາສິນຄ້າຕົວຈິງພົບເຫັນສິນຄ້າປະເພດເກືອດຫ້າມ,ເຈົ້າໜ້າທີ່ພາສີປະຈໍາດ່ານກໍ່ໄດ້ປະຕິບັດຂັ້ນຕອນການແຈ້ງແລະຂັ້ນຕອນຂອງການກວດກາ.
ຊຶ່ງໃນວັນທີ20ສິງຫາ2022ດ່ານພາສີສາກົນນ້ຳກັ່ນແຂວງຊຽງຂວາງ,ໄດ້ຮັບແຈ້ງພາສີເປັນລາຍລະອຽດຕາມໃບແຈ້ງເລກທີ667,ລົງວັນທີ20ສິງຫາ2022,ແຈ້ງສິນຄ້າເປັນປະເພດສີຮອງພື້ນແລະໄດ້ດຳເນີນການຊຳລະຄ່າພາສີ–ອາກອນແລະພັນທະອື່ນໆຕາມລະບຽບການ,ຈາກນັ້ນໄດ້ລໍຖ້າເຈົ້າຂອງສິນຄ້າແລະຜູ້ບໍລິການແຈ້ງພາສີມາຮອດ
ວັນທີ24ສິງຫາ2022,ເວລາ15:30ໂມງ,ເຈົ້າໜ້າທີ່ປະຈຳດ່ານປະກອບມີເຈົ້າໜ້າທີ່ພາສີ,ເຈົ້າໜ້າທີ່ຕມ,ເຈົ້າໜ້າທີ່ຢ່າເສບຕິດ,ເຈົ້າໜ້າທີ່ສາທາ,ຈຶ່ງໄດ້ພ້ອມກັນກວດກາລົດຕູ້ຄອນເທນເນີຫົວລາກໝາຍເລກທະບຽນ37C10610,ຫາງລາກ37R 01948ພົບເຫັນເປົາບັນຈຸຝຸ່ນສີຂາວຈຳນວນ231ເປົາ(1ເປົາ=50ກິໂລ)ລວມນໍ້າໜັກທັງໝົດ11.550ກິໂລກຣາມ,ຜ້າເພີດເດັກນ້ອຍຈໍານວນ10ແກັດ.
ຜ່ານການກວດກາສິນຄ້າຕົວຈິງເຫັນວ່າການແຈ້ງຊະນິດແລະຈຳນວນນໍ້າໜັກບໍ່ຖືກຕ້ອງ,ຫີບຫໍ່ສິນຄ້າບໍ່ມີເຄື່ອງໝາຍການຄ້າ,ບໍ່ລະບຸວັນ–ເດືອນ–ປີຜະລິດ,ເອກະສານປະກອບການແຈ້ງບໍ່ຄົບຖ້ວນຖືກຕ້ອງຕາມກົດໝາຍວ່າດ້ວຍພາສີກຳນົດໄວ້,ຈຶ່ງໄດ້ກວດກາຕົວຈິງຢ່າງລະອຽດພົບເຫັນເຫັນເປົາບັນຈຸແປ້ງຝຸ່ນສີຂາວຜິດປົກກະຕິ,ຈຶ່ງໄດ້ນຳເອົາຕົວຢ່າງຈຳນວນ2ກິໂລກະຣາມມອບໃຫ້ເຈົ້າໜ້າທີ່ຢາເສບຕິດແລະເຈົ້າໜ້າທີ່ປກສຂອງແຂວງຊຽງຂວາງເພື່ອນຳໄປວິໄຈ.
ມາຮອດວັນທີ6ກັນຍາ2022ເຈົ້າໜ້າທີ່ຕຳຫຼວດປກສແຂວງຊຽງຂວາງ,ໄດ້ນຳເອົາໃບຢັ້ງຢືນຜົນການວິໄຈຂອງກົມຕຳຫຼວດຕິວິທະຍາກະຊວງປ້ອງກັນຄວາມສະຫງົບ,ມາແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານສາກົນນໍ້າກັ່ນເປັນສານເຄມີຂັ້ນຕົ້ນປະເພດຝຸ່ນສີຂາວຜິດຕໍ່ລະບຽບກົດໝາຍຂອງສປປລາວແລະຕຳຫຼວດປກສແຂວງໄດ້ສະເໜີວ່າຈະນໍາຕົວຜູ້ຖືກຫາທັງ2ຄົນ,ພ້ອມຂອງກາງແລະພາຫະນະທີ່ພົວພັນກັບຄະດີດັ່ງກ່າວໄປໄວ້ຢູ່ກອງບັນຊາການປກສແຂວງຊຽງຂວາງ.
ສະນັ້ນ,ທາງເຈົ້າໜ້າທີ່ພາສີປະຈໍາດ່ານເຫັນວ່າຜູ້ຖືກຫາແມ່ນເຫັນດີໃຫ້ເອົາໄປຕາມການສະເໜີຂອງເຈົ້າໜ້າທີ່ປກສແຂວງ,ສ່ວນສິນຄ້າທີ່ເປັນຂອງກາງແລະພາຫະນະເຈົ້າໜ້າທີ່ພາສີປະຈຳດ່ານດຳເນີນຂັ້ນຕອນເບື້ອງຕົ້ນຂອງການພົບເຫັນການລະເມີດກົດໝາຍວ່າດ້ວຍພາສີ,ພາຍຫຼັງສຳເລັດລາຍງານຕາມຂັ້ນຕອນແລະປະຕິບັດຕາມລະບຽບການກົດໝາຍກຳນົດ,ຈະດຳເນີນການມອບໃຫ້ເຈົ້າໜ້າທີ່ຕໍາຫຼລວດປກສແຂວງຊຽງຂວາງເພື່ອໄປດຳເນີນຄະຕິຕາມລະບຽບກົດໝາຍ.
ດັ່ງນັ້ນ,ໃນວັນທີ07ກັນຍາ2022ຜ່ານມານີ້,ທີ່ດ່ານພາສີສາກົນນ້ຳກັ່ນແຂວງຊຽງຂວາງ,ໄດ້ມອບ–ຮັບຂອງກາງດັ່ງກ່າວປະເພດຝຸ່ນສີຂາວ(ສານເຄມີຂັ້ນຕົ້ນ)ຈໍານວນ231ເປົາ(1ເປົາ=50ກິໂລ)ລວມນໍ້າໜັກທັງໝົດ11.550ກິໂລກຣາມແລະຜ້າເພີດເດັກນ້ອຍຈໍານວນ10ແກ້ດ,ພາຫະນະ1ຄັນ,ຫົວລາກໝາຍເລກ37C10610ແລະທາງ
ລາກໝາຍເລກ37R 01948ແກ່ຕູ້ຄອນເທນເນີໃຫ້ເຈົ້າໜ້າທີ່ຕໍາຫຼລວດປກສແຂວງຊຽງຂວາງນຳໄປດຳເນີນຄະຕິຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.
ໂດຍການຕາງໜ້າມອບຂອງທ່ານກ້ອນແກ້ວເທບພະວົງຫົວໜ້າດ່ານພາສີສາກົນນໍ້າກັ່ນແລະຕາງໜ້າຮັບຂອງເຈົ້າໜ້າຕໍາຫຼວດປກສແຂວງຊຽງຂວາງແມ່ນທ່ານຄໍາໄຊຢ່າ ເຍ່ຍ
ເຈີ ຮອງຫົວໜ້າຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງຊຽງຂວາງ,ຊຶ່ງມີຄະນະຄຸ້ມຄອງດ່ານສາກົນນໍ້າກັ່ນ,ຄະນະດ່ານພາສີສາກົນນໍ້າກັ່ນ,ເຈົ້າໜ້າທີ່ພາສີປະຈຳແຂວງ,ປະຈຳດ່ານ,ເຈົ້າໜ້າທີ່ຕມ,ເຈົ້າໜ້າທີ່ຢ່າເສບຕິດ,ເຈົ້າໜ້າທີ່ສາທາແລະຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.