ໜຸ່ມນ້ອຍຫົວໃສສັນຊາດຫວຽດນາມໄວ 19 ປີ ຖືກ ເຈົ້າໜ້າທີ່ສຶກສາອົບຮົມ ຍ້ອນຄ້າຂາຍໃບກະທ່ອມ

    0
    124

    ໜຸ່ມນ້ອຍຫົວໃສສັນຊາດຫວຽດນາມໄວ 19 ປີ ຖືກ ປກສ ນະຄອນປາກເຊ ນຳມາສຶກສາອົບຮົມ ຍ້ອນຄ້າຂາຍໃບກະທ່ອມ

    ຕາມການລາຍງານຂອງ ປກສ ນະຄອນປາກເຊໃຫ້ຮູ້ວ່າ: ວັນທີ 24 ສິງຫາ 2022 ຜ່ານມາ ເຈົ້າໜ້າທີ່ປກສ ໄດ້ກັກຕົວຜູ້ຄ້າຂາຍໃບ ແລະ ນໍ້າກະທ່ອມທີ່ປຸງແຕ່ງແລ້ວໄດ້ 1 ຄົນ ຊື່ທ້າວ ຫງວຽດວັນຮຽບ ອາຍຸ 19 ປີ ສັນຊາດຫວຽດນາມ ອາຊີບຄ້າຂາຍ ພ້ອມຂອງກາງ ໃບກະທ່ອມ 24 ກິໂລ, ເຄື່ອງດື່ມປຸງແຕ່ງໃຫ້ສານເສບຕິດ 31 ແກ້ວ, ນໍ້າກະທ່ອມ 45 ລິດ, ນໍ້າຕານແກ້ວ 18 ແກ້ວ ແລະ ອຸປະກອນອີກຈຳນວນໜຶ່ງ.

    ຜ່ານການສືບສວນສອບສວນ ຜູ້ກ່ຽວໄດ້ສາລະພາບວ່າ ໄດ້ເລີ່ມຄ້າຂາຍມາແຕ່ຕົ້ນເດືອນກໍລະກົດ ປີ 2022, ໂດຍການຊື້ຂາຍມາຈາກຜູ້ຍິງຄົນໜຶ່ງຢູ່ແຂວງສະຫວັນນະເຂດ ໂດຍການຂົນສົ່ງນຳລົດເມໂດຍສານສະຫວັນນະເຂດ-ປາກເຊ ແລ້ວນຳມາຕົ້ມຢູ່ເຮືອນຂອງຕົນເອງເພື່ອຈັດຈຳໜ່າຍ.

    ຄັ້ງຫລ້າສຸດທີ່ສັ່ງຊື້ໃນວັນທີ 22 ສິງຫາ 2022 ຈາກແມ່ຄ້າຄົນເກົ່າ ຈຶ່ງກາຍເປັນເປົ້າໝາຍໃຫ້ເຈົ້າໜ້າທີ່ໄດ້ນຳກັກຕົວຜູ້ກ່ຽວໄດ້ໃນເວລາຕໍ່ມາ.

    ພາຍຫລັງຈັບຕົວຜູ້ກ່ຽວມາແລ້ວ ເຈົ້າໜ້າທີ່ໄດ້ສຶກສາອົບຮົມຜູ້ກ່ຽວບໍ່ໃຫ້ສືບຕໍ່ຄ້າຂາຍພືດກະທ່ອມອີກເນື່ອງຈາກກະທ່ອມເປັນສານເສບຕິດ ອອກລິດຕໍ່ລະບົບປະສາດ ແລະ ເຈົ້າໜ້າທີ່ໄດ້ທຳລາຍຂອງກາງຖິ້ມ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.