ເຈົ້າໜ້າທີ່ ກັກຕົວຊາຍຊູ້ ແລະ ເມຍທີ່ວາງແຜນຫວັງຂ້າຜົວຕົນເອງ ຢູ່ເມືອງສິງ

    0
    95

    ພະແນກຕຳຫຼວດ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ກັກຕົວທ້າວ ແຊຈ່າ ອາຍຸ 28 ປີ ແລະ ນາງ ສໍຈົມ ອາຍຸ 33 ປີ (ທ້າວແຊຈ່າ ເປັນຊາຍຊູ້ຂອງນາງສໍຈົມ) ເມື່ອມໍ່ໆມານີ້ ໃນຂໍ້ຫາຮ່ວມກັນຫວັງຂ້າຜົວຂອງນາງ ສໍຈົມ ຊື່ ທ້າວ ຕໍພຽວ ຢູ່ ບ້ານນ້ຳມະອຸ່ນ ເມືອງສິງ ແຂວງຫຼວງນ້ຳທາ ຊຶ່ງທ້າວແຊຈ່າ ໄດ້ໃຊ້ປືນແກັບຍິງເຂົ້າບໍລິເວນກົກຂາ

    ເບື້ອງຊ້າຍ 2 ລູກ, ນີ້ວມືເບື້ອງຂວາ 1 ລູກ, ບໍລິເວນຂ້າງເບື້ອງຊ້າຍ 3 ລູກ, ຫົວນົມເບື້ອງຂວາ 2 ລູກ ແລະ ຂະໝັບຫູເບື້ອງຂວາ 3 ລູກ ເຮັດໃຫ້ທ້າວຕໍພຽວໄດ້ຮັບບາດເຈັບ ແຕ່ບໍ່ເສຍຊີວິດ.

    ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ນາງ ສໍຈົມ ໄດ້ຮັບສາລະພາບວ່າ: ຕົນເອງ ແລະ ທ້າວຕໍພຽວ ໄດ້ສ້າງຄອບຄົວ ແລະ ຢູ່ຮ່ວມກັນຖືກຕ້ອງຕາມຮີດຄອງປະເພນີ ແຕ່ປີ 2006 ແຕ່ບໍ່ສາມາດມີລູກນຳກັນ ຍ້ອນສຸຂະພາບບໍ່ແຂງແຮງ ຮອດປີ 2016 ທ້າວ ຕໍພຽວ ຜູ້ເປັນຜົວເລີ່ມມີການພົວພັນກັບຢາເສບຕິດ ສູບຢາຝິ່ນ, ເສບ

    ຢາບ້າຫຼາຍຂຶ້ນທຸກມື້ ບໍ່ພາເຮັດພາສ້າງ ເວລາບໍ່ມີຢາເສບກໍ່ຮ້າຍດ່າຕົນເອງ ພ້ອມທັງບັງຄັບໃຫ້ໄປຊອກຢືມເງິນນຳພີ່ນ້ອງມາໃຫ້ ຖ້າປະຕິເສດກໍຈະຖືກທຸບຕີທໍລະມານ, ມີບາງຄັ້ງໄດ້ຮັບບາດເຈັບຈົນໄດ້ເຂົ້າໂຮງໝໍ, ຢາກປະຮ້າງ ແຕ່ຜູ້ເປັນຜົວພັດບໍ່ຍິນຍອມ. ຈາກນັ້ນ, ຕົນເອງຈຶ່ງເກີດມີແນວຄິດເບື່ອໜ່າຍກັບຜົວ ແລະ ລັກຫຼີ້ນຊູ້ຮ່ວມກັນຫຼັບນອນ

    ກັບ ທ້າວ ແຊຈ່າ ຄົນບ້ານດຽວກັນ ມາໄດ້ຫຼາຍຄັ້ງ ຮອດປີ 2021 ຈຶ່ງໄດ້ວາງແຜນຮ່ວມກັບຊາຍຊູ້ ເອົານ້ຳກົດປະສົມກັບອາຫານ ໃຫ້ ທ້າວ ຕໍພຽວ ຜູ້ເປັນຜົວກີນ ແຕ່ບໍ່ເປັນຫຍັງ. ວັນທີ 24 ມິຖຸນາ 2022 ຈຶ່ງໄດ້ວາງແຜນໃໝ່ ໂດຍໃຫ້ ທ້າວ ແຊຈ່າ ເອົາປືນແກັບໄປຍິງໃນຂະນະທີ່ ທ້າວ ຕໍພຽວ ຜູ້ເປັນຜົວ ກຳລັງໄຖ່ນາຢູ່ເຂດ ຫ້ວຍນ້ຳມະອຸ່ນ ແຕ່ຜູ້ກ່ຽວກໍ່ບໍ່ຕາຍ, ຕໍ່ມາຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ.

    ປັດຈຸບັນນີ້, ນາງ ສໍຈົມ ແລະ ທ້າວ ແຊຈ່າ ຖືກເຈົ້າໜ້າທີ່ ປກສ ເມືອງສິງ ສົ່ງໃຫ້ພະແນກກ່ຽວຂ້ອງ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

    ຂໍ້ມູນ: ວິທະຍຸກະຈາຍສຽງ ເມືອງສິງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.