ຄົນເກີດວັນອາທິດ:ການງານການລົງທຶນເຮັດທຸລະກິດໃນຊ່ວງນີ້ຈະເຮັດໃຫ້ຂາດທຶນ ການເງິນຈະພົບຜູ້ອຸປະຖຳທາງດ້ານການເງິນ ຈະເປັນຜູ້ທີ່ໃຫ້ຄໍາຄິດເຫັນທ່ານໄດ້ດີ ຄວາມຮັກຈະພົບຄວາມບໍ່ຊັດເຈນດ້ານຄວາມສຳພັນກັບຄົນຮັກຕ້ອງຫາເວລາຢູ່ນໍາກັນໃຫ້ຫຼາຍ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ9
ຄົນເກີດວັນຈັນ:ການງານເຮັດທຸລະກິດດ້ວຍຄວາມຕັ້ງໃຈຈະປະສົບຜົນດີີ ການເງິນຊ່ວງນີ້ເຂົ້າສູ່ຊ່ວງປະຢັດ ແລະ ອົດອອມຈະເຮັດໃຫ້ທ່ານເປັນຄົນທີ່ມີເງິນເກັບຈໍານວນຫຼາຍ
ຄວາມຮັກບໍ່ມີເວລາສົນໃຈໃນເລື່ອງຄວາມຮັກ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີບົວ ເລກນຳໂຊກ5
ຄົນເກີດວັນອັງຄານ:ການງານຈະພົບການຕິດຕໍ່ຄອນເນັກຊັ່ນທຸລະກິດຫລາຍເປັນພິເສດ ການເງິນຊ່ວງນີ້ມັກຈະພົບເລື່ອງເສຍເງິນສະເໝີ ຕ້ອງລະວັງເລື່ອງຂອງລາຍຈ່າຍ
ຄວາມຮັກເກີດຄວາມຫ່າງເຫີນດ້ານຄວາມສຳພັນ ເພາະທ່ານແລະຄົນຮັກບໍ່ມີເວລໃຫ້ກັນເລີຍ ເຄື່ອງມຸງຄຸນ ສີມຸງຄຸນສີມ່ວງ ເລກນຳໂຊກ 1
ຄົນເກີດວັນພຸດ:ການງານອາດພົບເພື່ອນຮ່ວມງານບາງຄົົນທີ່ບໍ່ຈິງໃຈ ເພາະລາວເຂົ້າມາເພື່ອຫວັງຜົນປະໂຫຍດກັບທ່ານເກີນໄປ ການເງິນໂຊກດີມີໂຊກມີໂອກາດໄດ້ເງິນເຂົ້າມາຊ່ວຍໃນສິ່ງຈໍາເປັນຂອງທ່ານ ຄວາມຮັກຄວາມສຳພັນຢູ່ໃນເກນທີ່ດີ ອາດເປັນຍ້ອນທີ່ທ່ານທັງສອງປັບໂຕເຂົ້າຫາກັນ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີດໍາ ເລກນຳໂຊກ8
ຄົນເກີດວັນພະຫັດ:ການງານຈະໄດ້ຮັບຄຳປຶກສາທີ່ດີແລ້ວນຳຂໍ້ມູນທີ່ໄດ້ມາປະຍຸກໃຊ້ກັບທຸລະກິດ ການເງິນຜູ້ໃຫຍ່ຈະອຸປະຖຳດ້ານການເງິນກັບທ່ານຄ່ອນຂ້າງຫຼາຍ ຄວາມຮັກມີໂອກາດພົບຄົນຜິວສອງສີໃນການເດີນທາງໄກ ແລ້ວໄດ້ມາພົບກັນ ເຄື່ອງມຸງຄຸນເງິນ ສີມຸງຄຸນສີສົ້ມ ເລກນຳໂຊກ6
ຄົນເກີດວັນສຸກ:ການງານມີໂອກາດປຶກສາຜູ້ໃຫຍ່ເພື່ອຈະຕັດສິນໃຈປ່ຽນແປງຍົກຍ້າຍໄປເຮັດວຽກທີ່ໃໝ່ ການເງິນຊ່ວງນີ້ມີໂຊກຈະໄດ້ເງິນເຂົ້າມາເພີ່ມຫລາຍຂຶ້ນ ຄວາມຮັກ ມີໂອກາດເກີດການຂັດແຍ້ງໃນເລື່ອງຂອງການແບ່ງຜົນປະໂຫຍດໃນການເຮັດທຸລະກິດຮ່ວມກັບຄົນຮັກ ເຄື່ອງມຸງຄຸນເພັດສີແດງ ມຸງຄຸນສີດໍາ ເລກນຳໂຊກ 1
ຄົນເກີດວັນເສົາ:ການງານມີຄວາມຮອບຄອບໃນເລື່ອງຂອງການສ້າງສັນຜົນງານແລະມີບໍລິວານທີ່ດີຄອຍຖ້າອຸປະຖຳຊ່ວຍເຫລືອ ການເງິນຈະພົບຜູ້ອຸປະຖຳທີ່ດີດ້ານການເງິນ ແລະ ຈະພົບຄົນທີ່ເຂົ້າມາຢິບຢືມເງິນ ຄວາມຮັກມີໂອກາດພົບຮັກກັບຄົົນທີ່ມີຄວາມເປັນຜູ້ໃຫຍ່ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີມ້ວງ ເລກນຳໂຊກ 5