ກຽມປັບປຸງສະໜາມບິນສາກົນ ຂອງລາວ ເພື່ອໃຫ້ໄດ້ມາດຕະຖານສາກົນ

    0
    105

    ພິທີສຶກສາຄວາມເປັນໄປໄດ້ ໂຄງການປັບປຸງພັດທະນາ ການຄຸ້ມຄອງສະໜາມບິນສາກົນ ໂດຍການລົງນາມເຊັນສັນຍາ ລະຫວ່າງ ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ແລະ ບໍລິສັດ ອາຣຸບ ສິງກະໂປ ຈໍາກັດ (ARUP Singapore Pte Ltd) ຮ່ວມລົງນາມໃນຄັ້ງນີ້ ລະຫວ່າງ ທ່ານ ໄພບູນ ພົງສະຫວັນ ຮອງປະທານຄະນະກຳມະການຂາຮຸ້ນ ກຸ່ມ

    ບໍລິສັດພົງສະຫວັນ ຈຳກັດ ແລະ ບໍລິສັດ ອາຣຸບ ສິງກະໂປ ຈໍາກັດ (ARUP Singapore Pte Ltd) ຕາງໜ້າໂດຍ ທ່ານ ເຈສັນ ຊິມສັນ (Mr. Jason Simpson) ຜູ້ອໍານວຍການໃຫຍ່ ປະຈໍາຫ້ອງການປະເທດມຽນມາ, ປະເທດລາວ ແລະ ປະເທດໄທ ຂອງ ບໍລິສັດ ອາຣຸບ ສິງກະໂປ ຈຳກັດ.

    ໂຄງການນີ້ມີໄວ້ເພື່ອປັບປຸງພັດທະນາ ການຄຸ້ມຄອງສະໜາມບິນສາກົນ ຂອງ ສປປ ລາວ ຍົກລະດັບຄຸນນະພາບການຄຸ້ມຄອງສະໜາມບິນສາກົນ ຂອງ ສປປ ລາວ ເຮັດໃຫ້ສະໜາມບິນຂອງປະເທດ ເປັນສະໜາມບິນທີ່ໄດ້ມາດຕະ ຖານສາກົນ ໂດຍພັດທະນາກິດຈະການຂົນສົ່ງທາງອາກາດຂອງປະເທດໃຫ້ຂະຫຍາຍຕົວ ເພື່ອໃຫ້ ສປປ ລາວ ເປັນສູນກາງການບິນຂອງພາກພື້ນເອເຊຍປາຊີຟິກ ແລະ ເຊື່ອມໂຍງກັບສາຍການບິນສາກົນ.

    ນອກນັ້ນ ຍັງເກີດມີການຈ້າງງານສ້າງອາຊີບວຽກເຮັດງານທໍາ ສ້າງລາຍຮັບໃຫ້ແກ່ປະຊາຊົນ ແລະ ປະເທດໃຫ້ມີເສດຖະກິດຂະຫຍາຍຕົວຢ່າງກ້າວກະໂດດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.