ງານຄອນເສີດສະຫຼອງວັນຊາດກົວເຕມາລາຄົນຢ ຽ ບກັນຕ າ ຍ 9 ຄົນ ແລະ ມີຄົນບາດເຈັບອີກ 20 ຄົນ

    0
    89

    ປະຊາຊົນບຽດກັນເຂົ້າງານຄອນເສີດກາງແຈ້ງ ທີ່ຈັດຂຶ້ນເພື່ອສະຫຼອງວັນຊາດປະເທດກົວເຕມາລາ ຈົນມີຄົນຢຽບກັນເສຍຊີວິດຢ່າງໜ້ອຍ 9 ຄົນ ແລະ ມີຄົນບາດເຈັບອີກ 20 ຄົນ.

    ວັນທີ 15 ກັນຍາ 2022 ສຳນັກຂ່າວ ອັລຈາຊີລາ ໄດ້ລາຍງານວ່າ: ເກີດເຫດປະຊາຊົນບຽດກັນເຂົ້າງານຄອນເສີດກາງແຈ້ງ ທີ່ຈັດຂຶ້ນເພື່ອສະຫຼອງວັນຊາດປະເທດກົວເຕມາລາ ຄົບຮອບ 201 ປີ ທີ່ປະເທດໄດ້ຮັບເອກະລາດຈາກແອັດສະປາຍ ແຕ່ເວລາຈະເຂົ້າງານນັ້ນມີຄົນຢຽບກັນຕາຍຢ່າງໜ້ອຍ 9 ຄົນ ແລະ ມີຄົນບາດເຈັບອີກ 20 ຄົນ.

    ໂດຍເຫດການນີ້ ເກີດຂຶ້ນທີ່ເມືອງເກັດຊາລນິງໂກ ເມືອງໃຫຍ່ອັນດັບ 2 ຂອງ ປະເທດກົວເຕມາລາ ໂດຍຜູ້ເຫັນເຫດການເລົ່າວ່າ ຫຼັງຈາກປະຕູທາງເຂົ້າຄອນເສີດເປີດໃຫ້ຜູ້ຊົມໄດ້ເຂົ້າໄປ ກໍ່ປາກົດວ່າ ຜູ້ຄົນໄດ້ບຽດຍາດກັນເຂົ້າປະຕູ ຈົນມີຄົນລົ້ມລົງແລ້ວຄົນອື່ນໆທີ່ຕາມຫຼັງມາກໍ່ລົ້ມທັບກັນ.

    ງານຄອນເສີດດັ່ງກ່າວນັ້ນເປັນກິດຈະກຳທີ່ໄດ້ຮັບອະນຸຍາດຈາກທາງການແລ້ວ ແຕ່ຜູ້ຈັດງານບໍ່ມີມາດຕະການທາງດ້ານຄວາມປອດໄພດີພໍ ແລະ ບໍ່ມີລະບົບຈັດການຝູງຊົນຈຳນວນຫຼາຍທີ່ເຂົ້າຮ່ວມງານ ຫຼ້າສຸດທາງການກຳລັງເລັ່ງສືບສວນສອບສວນທາງຄະນະຜູ້ຈັດງານຄອນເສີດໃນຄັ້ງນີ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.