ໃນວັນທີ 16.09.2022, ເວລາ16:38ນາທີ ໜວ່ຍກູ້ໄພອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຂໍຄວາມຊ່ວຍເຫຼືອຜ່ານເບີ 023 1625 ວ່າມີຄົນຖືກຂ້າຖ່ວງນ້ຳ(ຄາດວ່າໜ້າຈະເສຍຊີວິດໄດ້ປະມານ4-5ມື້) ຢູ່ທີ່ບ້ານຍວດ ເມືອງໂພນໂຮງ ແຂວງວຽງຈັນ.
ເມື່ອໜ່ວຍກູ້ໄພໄປຮອດສະຖານທີ່ພົບເຫັນຄົນເສຍຊີວິດ 01 ຄົນ,ເປັນເພດຊາຍ, ອາຍຸຍັງຄາດການບໍ່ໄດ້ວ່າຈັກປີເພາະສະພາບສົບແມ່ນເນົ່າເປື່ອຍ.
ພົບເຫັນເບື້ອງຕົ້ນແມ່ນ:ຖືກມັດມື ແລະ ມັດຕີນແລ້ວຍັດຄົນເຂົ້າໃນເປົາພ້ອມທັງໃສ່ກ້ອນຫີນຂະໜາດໃຫຍ່ເຂົ້າໄປໃນເປົາພ້ອມ.
ດັ່ງນັ້ນ,ໜ່ວຍກູ້ໄພອົງການກາແດງແຂວງວຽງຈັນຈື່ງໄດ້ສົມທົບກັບເຈົ້າໜ້າທີ່ ປກສ ແຂວງວຽງຈັນເພື່ອຫໍ່-ມ້ຽນສົບຄົນເສຍຊີວິດແລ້ວນຳໄປຝາກໄວ້ໂຮງເຢັນມູນລະນິທິຈີນ ນະຄອນຫລວງວຽງຈັນ.
#ອຸບັດຕິເຫດ&ເຈັບ-ປວ່ຍສຸກເສີນໂທແຈ້ງ:☎️023 1625 ; 0304555114☎️ຕະຫລອດ24ຊົ່ວໂມງ.
🚑🚑ທ່ານໃດຢາກຊ່ວຍເຫລືອໜ່ວຍງານ ສາມາດບໍລິຈາກປະເພດເຂົ້າສານ ແລະ ອຸປະກອນການແພດຕ່າງໆ.
_____________________
ຊື່ບັນຊີ: RED CROSS VIENTIANT PROVINCE EMERGENCY RECOVERY UNIT
ເລກບັນຊີ: 0191100002370 ສາມາດຕິດຕໍ່ເຂົ້າເບີ 023 1625🚑🚑.