ຊົມເຊີຍ ເຈົ້າໜ້າທີ່ພາສີ ທີ່ສາມາດຢຶດລົດກະບະ VIGO 3 ຄັນທີ່ນໍາເຂົ້າບໍ່ຖືກຕ້ອງໄດ້

    0
    90

    ໃນວັນທີ 15 ກັນຍາ 2022 ຜ່າມານີ້,ເຈົ້າໜ້າທີ່ພາສີປະຈໍາຈຸດປະສານງານນາຊາຍ ຕັ້ງຢູ່ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຂຶ້ນກັບພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ກົມ ພາສີ ກະຊວງການເງິນ, ໄດ້ສົມທົບກັບຂະແໜງກວດກາ ແລະ ກວດສອບຄືນການແຈ້ງພາສີ ຂຶ້ນກັບພາສີ ປະຈໍາ

    ແຂວງສະຫວັນນະເຂດ, ໄດ້ລົງເຄື່ອນໄຫວວຽກງານວິຊາສະເພາະ,ພາຍຫຼັງໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າຈະມີການຊື້-ຂາຍລົດນໍາເຂົ້າບໍ່ຖືກຕ້ອງ ເຂດບ້ານໂພນສະຫວັນເໜືອ ນະຄອນໄກສອນ ແຂວງສະຫວັນນະເຂດ.

    ດັ່ງນັ້ນ,ມາຮອດເວລາ 12:30 ໂມງ, ຈຶ່ງໄດ້ພົບເຫັນລົດເປົ້າໝາຍຈໍານວນ 3 ຄັນ, ເປັນລົດກະບະTOYOTAVIGOແຄັບລຸ້ນຕໍ່າສີປອນເງິນຈໍານວນ 2 ຄັນ ແລະ ລົດ

    ກະບະTOYOTAVIGOແຄັບລຸ້ນສູງສີຂາວຈໍານວນ 1 ຄັນ, ທາງເຈົ້າໜ້າທີ່ພາສີໄດ້ທຳການກວດກາລົດຈໍານວນດັ່ງກ່າວເຫັນວ່າບໍ່ ມີເອກະສານ,ຈຶ່ງໄດ້ຈັບກຸມ ແລະຢຶດລົດດັ່ງກ່າວໄວ້ເປັນຂອງກາງຢູ່ຫ້ອງການພາສີປະຈຳແຂວງ,ເພື່ອດຳເນີນຄະດີຕາມລະບຽບກົດໝາຍ, ປັດຈຸບັນດຳເນີນການສືບສວນ-ສອບສວນທີ່ໄປທີ່ມາຂອງລັດຈໍານວນ 3 ຄັນນີ້.

    ສ່ວນລາຍລະອຽດກ່ຽວກັບການຈັບກຸມ ແລະຢຶດລົດດັ່ງກ່າວ,ທາງທີມຂ່າວສານການເງິນຈະໄດ້ລາຍງານ ນໍາສະເໜີລະອຽດເພີ່ມເຕີມຕາມພາຍຫຼັງ.

    ທີ່ມາ ກະຊວງການເງິນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.