ສະພາບການສັນຈອນໃນຂອບເຂດທົ່ວປະເທດ ຍັງບໍ່ມີຄວາມເປັນລະບຽບຮຽບຮ້ອຍດີປານໃດ, ຢູ່ຕົວເມືອງໃຫຍ່ ການສັນຈອນຍັງສັບສົນ ບວກກັບເສັ້ນທາງບາງຈຸດຍັງເປັນບວກເປັນຂຸມ, ເຮັດໃຫ້ຫຍຸ້ງຍາກໃນການສັນຈອນ ແລະອື່ນໆ; ເຊິ່ງອົງປະກອບດັ່ງກ່າວ ກໍເປັນສ່ວນໜຶ່ງພາໃຫ້ເກີດອຸບັດຕິເຫດບົນທ້ອງຖະໜົນຕາມມາ, ສະແດງອອກໃນເດືອນສິງຫາ ຜ່ານມາ ທົ່ວປະເທດມີຜູ້ເສຍຊີວິດຈາກອຸບັດຕິເຫດທັງໝົດ 58 ຄົນ.
ເຈົ້າໜ້າທີ່ ກົມຕໍາຫຼວດຈາລະຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ລາຍງານໃຫ້ຮູ້ວ່າ:
ສະເພາະໃນເດືອນສິງຫາ 2022, ທົ່ວປະເທດຜູ້ໃຊ້ລົດ-ໃຊ້ຖະໜົນຈໍານວນໜຶ່ງ ຍັງລະເມີດກົດລະບຽບການສັນຈອນທີ່ວາງອອກ ເປັນຕົ້ນແມ່ນ ຄວາມໄວເກີນ, ດື່ມສິ່ງມຶນເມົາ ແລະ ປ່ຽນທິດທາງລົດ ຕາມລໍາດັບເກີດຂຶ້ນທັງໝົດ; ອີງຕາມຂໍ້ມູນອຸບັດເຫດຂອງ ພະແນກສືບສວນ-ສອບສວນ ຄະດີອຸບັດເຫດ ປະຈຳເດືອນສິງຫາ ມີອຸບັດເຫດເກີດຂຶ້ນ 438 ຄັ້ງ, ຫຼຸດລົງ 16 ຄັ້ງ, ພາຫະນະເປ່ເພ 798 ຄັນ, ເພີ່ມຂຶ້ນ 4 ຄັນ, ຄົນໄດ້ຮັບບາດເຈັບ 732 ຄົນ, ເພີ່ມຂຶ້ນ 86 ຄົນ ແລະ ຄົນເສຍຊີວິດ 58 ຄົນ, ຫຼຸດລົງ 8 ຄົນ.
ສະເພາະຢູ່ນະຄອນຫຼວງວຽງຈັນ ມີອຸບັດເຫດເກີດຂຶ້ນ 85 ລາຍ, ຫຼຸດລົງ 15 ລາຍ, ມີຄົນເສຍຊີວິດ 10 ຄົນ, ຫຼຸດລົງ 1 ຄົນ; ສາເຫດສ່ວນໃຫຍ່ ແມ່ນໃຊ້ຄວາມໄວເກີນ, ດື່ມສິ່ງມຶນເມົາ, ປ່ຽນທິດທາງເດີນ, ລ່ວງປ້າຍຫ້າມ, ຊີງຂຶ້ນໜ້າບໍ່ຮັບປະກັນ ແລະອື່ນໆ.
ເຊິ່ງແຂວງທີ່ເກີດອຸບັດເຫດຫຼາຍກວ່າໝູ່ແມ່ນ ສະຫວັນນະເຂດ, ຮອງລົງມາແມ່ນ ນະຄອນຫຼວງວຽງຈັນ, ບໍ່ແກ້ວ ແລະ ແຂວງວຽງຈັນ ຕາມລໍາດັບ. ອາຍຸຜູ້ທີ່ເກີດອຸບັດເຫດ ສ່ວນໃຫຍ່ອາຍຸລະຫວ່າງ 16-30 ປີ, ອາຊີບທີ່ມັກເກີດອຸບັດຕິເຫດຫຼາຍກວ່າໝູ່ແມ່ນ ພະນັກງານ, ທະຫານ, ຕໍາຫຼວດ ຕາມລໍາດັບ. ຄົນຕ່າງປະເທດທີ່ອາໄສຢູ່ ສປປ ລາວ ທີ່ເກີດອຸບັດຕິເຫດຫຼາຍກ່ອນໝູ່ແມ່ນ ຄົນຈີນ; ວັນເສົາ ແມ່ນວັນທີ່ເກີດອຸບັດຕິເຫດຫຼາຍທີ່ສຸດ ແລະ ເວລາທີ່ເກີດຫຼາຍໝູ່ແມ່ນ 17:00-24:00 ໂມງ.
ເຈົ້າໜ້າທີ່ ກົມຕໍາຫຼວດຈະລາຈອນ ໃຫ້ຮູ້ຕື່ມວ່າ:
ໃນເດືອນກັນຍາ, ສະພາບການສັນຈອນໃນຂອບເຂດທົ່ວປະເທດ ຍັງສືບຕໍ່ພາຫານະຕິດຂັດ, ແອອັດຢູ່ຕົວເມືອງໃຫຍ່ ແລະ ຈະມີຜູ້ຂັບຂີ່ລະເມີດກົດລະບຽບການສັນຈອນວາງອອກ. ຄຽງຄູ່ກັນນີ້, ສະພາບເສັ້ນທາງບາງບ່ອນ ຍັງບໍ່ອໍານວຍຄວາມສະດວກເທົ່າທີ່ຄວນ ເປັນຕົ້ນແມ່ນ ເຂດພາກເໜືອ ມີດິນເຈື່ອນທັບທາງ, ເປັນບວກເປັນຂຸມ ແລະອື່ນໆ; ບັນຫາດັ່ງກ່າວ ເຮັດໃຫ້ເກີດຄວາມຫຍຸ້ງຍາກທາງດ້ານຈະລາຈອນ ທັງມີຄວາມສ່ຽງສູງຕໍ່ການເກີດອຸບັດຕິເຫດ.
ເພື່ອແກ້ໄຂບັນຫາທີ່ຈະເກີດຂຶ້ນ, ກົມຕໍາຫຼວດຈະລາຈອນ ໄດ້ຊີ້ນໍາພະແນກຕໍາຫຼວດຈະລາຈອນ ໃນບັນດາແຂວງ ເອົາໃຈໃສ່ໂຄສະນາເຜີຍແຜ່ກົດລະບຽບຈະລາຈອນໃຫ້ທົ່ວສັງຄົມຮັບຮູ້ ພ້ອມທັງອໍານວຍຄວາມຄວາມສະດວກໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ, ແນະນໍາການສັນຈອນ, ຄອບຄູ່ປະຈໍາຈຸດປະຈໍາປ້ອມ ແລະ ບັງຄັບໃຊ້ກົດໝາຍອື່ນໆ; ແນວໃດກໍຕາມ, ເພື່ອຢາກເຮັດວຽກງານໄດ້ດີ ເຈົ້່າໜ້າທີ່ຮຽກຮ້ອງມາຍັງຜູ້ຂັບຂີ່ ຈົ່ງເປັນເຈົ້່າການນັບຖືກົດລະບຽບການສັນຈອນທີ່ວາງອອກ. ທັງນີ້, ເພື່ອແນໃສ່ເຮັດໃຫ້ບັນຫາຈະລາຈອນ ແລະ ອຸບັດຕິເຫດຫຼຸດລົງ.