ກະຊວງ ປກສ ມອບ-ຮັບລົດໂຮງໝໍ ໃຫ້ສຳນັກງານປົກຄອງແຂວງສະຫວັນນະເຂດ

    0
    76

    ໃນວັນທີ 16 ກັນຍາ 2022, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີມອບ-ຮັບລົດໂຮງໝໍ ໃຫ້ສຳນັກງານປົກຄອງແຂວງສະຫວັນນະເຂດ ເພື່ອໃຊ້ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ ກ່າວມອບໂດຍ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ແລະ ກ່າວຮັບໂດຍ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ເຊິ່ງລົດໂຮງໝໍດັ່ງກ່າວນີ້ແມ່ນໄດ້ຮັບການຊ່ວຍເຫຼືອຈາກອົງການໄອຍະການສູງສຸດ ແຫ່ງສາທາລະ ນະລັດ ເກົາ ຫຼີ ລວມມູນຄ່າທັງໝົດ 535 ລ້ານ ກີບ.

    ໃນພິທີ, ພົທ ກົງທອງ ພົງວິຈິດ ຍັງໄດ້ກ່າວເຖິງຄວາມເປັນມາ ແລະ ຈຸດປະສົງຂອງການມອບລົດໂຮງໝໍໃຫ້ສຳນັກງານອົງການປົກຄອງແຂວງສະ ຫວັນນະເຂດ ໃນຄັ້ງນີ້, ກໍເພື່ອນຳໃຊ້ເຂົ້າໃນວຽກງານປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາ ເສບຕິດຢູ່ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບ ຕິດແຂວງ ສະຫວັນນະເຂດ ໃຫ້ມີປະສິດທິ ຜົນສູງຂຶ້ນກວ່າເກົ່າ ໂດຍສະເພາະຮັບໃຊ້ໃຫ້ແກ່ວຽກງານປິ່ນປົວພາຍໃນສູນດັ່ງກ່າວໃນກໍລະນີນຳສົ່ງ ຄົນເຈັບກໍລະນີສຸກເສີນ. ນອກນັ້ນ, ຍັງເປັນການຊຸກຍູ້ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ 2021-2023 ໃຫ້ປະກົດຜົນເປັນຈິງ.

    ໃນໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ກໍໄດ້ກ່າວຮັບ ແລະ ສະແດງຂອບໃຈມາຍັງກະຊວງ ປ້ອງ ກັນຄວາມສະຫງົບ ທີ່ໄດ້ໃຫ້ຄວາມສຳຄັນເປັນຫ່ວງເປັນໄຍໃຫ້ການຊ່ວຍເຫຼືອແກ່ແຂວງສະຫວັນນະເຂດ ໂດຍສະເພາະແມ່ນໃນຂົງເຂດວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ກໍຄືວຽກງານປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຢູ່ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດແຂວງສະຫວັນນະເຂດ ໃຫ້ມີປະສິດທິຜົນສູງຂຶ້ນເປັນ ກ້າວໆ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.