ຕໍາສະທີ່ສີ່ແຍກທາດຫຼວງ ບໍ່ແມ່ນເບກແຕກ ແຕ່ແມ່ນເມົາແລ້ວຂັບ

    0
    67

    ຍ້ອນຄຳວ່າເມົາ! ສາເຫດຂອງອຸບັດຕິເຫດທີ່ເກີດຂຶ້ນ ຢູ່ໄຟອຳນາດທາດຫຼວງ ໃນວັນສຸກທີ່ຜ່ານມາ.

    ທ່ານ ພັທ ອໍາພອນ ຄໍາອຸ່ນທອນ ຮອງພະແນກຊີ້ນໍາຈາລະຈອນເມືອງໄຊເສດຖາ ໄດ້ໃຫ້ສໍາພາດຕໍ່ວິທະຍຸ ກະຈາຍສຽງແຫ່ງຊາດ ໃນວັນທີ 19 ກັນຍາ 2022 ຜ່ານມານີ້ວ່າ:

    ເວລາ 15:00 ໂມງ ຂອງວັນທີ 16 ກັນຍາ ທີ່ຜ່ານມາ, ເກີດອຸບັດຕິເຫດລົດຕໍາ 7 ຄັນຊ້ອນ ຢູ່ 4 ແຍກໄຟອໍານາດທາດຫຼວງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ຄື: ໃນນັ້ນມີລົດຈັກ 5 ຄັນ ແລະ ລົດໃຫຍ່ 2 ຄັນ.

    ຕົ້ນເຫດຂອງອຸບັດເຫດແມ່ນລົດຈິບຟໍຈູນເນີ ທີ່ຂັບຂີ່ມາແຕ່ເສັ້ນທາງທາດຫຼວງ ເພື່ອຈະລ້ຽວໄປເສັ້ນທາງບຶງທາດຫຼວງ ແຕ່ມາຮອດຈຸດເກີດເຫດຜູ້ກ່ຽວທີ່ຂັບລົດຈິບຟໍຈູນເນີ ບໍ່ໄດ້ເບິ່ງໄຟອໍານາດ ແລະ ບໍ່ເຫັນລົດທີ່ລໍຖ້າ ຜູ້ກ່ຽວຈິ່ງໄດ້ລ້ຽວເລີຍ ເຮັດໃຫ້ຕໍາເອົາລົດຈັກ 5 ຄັນ ທີ່ຈອດຖ້າໄຟອຳນາດ ຫຼັງຈາກນັ້ນໄປຕຳເອົາລົດໃຫຍ່ອີກ 2 ຄັນ ທີ່ກຳລັງແລ່ນຜ່ານໄຟຂຽວ ທີ່ມາຈາກເສັ້ນທາງໄອເຕັກ.

    ຜົນເສຍຫາຍແມ່ນເຮັດໃຫ້ພາຫະນະເປ່ເພ ຄົນເຈັບເລັກໜ້ອຍ ເນື່ອງຈາກລົດມາຊ້າ ຫຼັງຈາກຕຳຜູ້ຂັບຂີ່ລົດຈັກກໍໂດດອອກຈາກລົດ ເບື້ອງຕົ້ນພົບວ່າ: ສາເຫດຂອງການເກີດອຸບັດເຫດຄັ້ງນີ້ແມ່ນຜູ້ຂັບຂີ່ລົດຟໍຈູນເນີມີອາການມຶນເມົາ ສຳລັບຜົນເສຍຫາຍທີ່ເກີດຂຶ້ນຜູ້ກ່ຽວຍອມຮັບຜິດຊອບສ້ອມແປງ ແລະ ປິ່ນປົວຄູ່ກໍລະນີ້ທັງໝົດ.

    ແຫຼ່ງຂ່າວ: ຄວາມສະຫງົບ

    ຄລິບຕອນເກີດເຫດ

    ຂ່າວກ່ອນໜ້ານີ້

    ດ່ວນ ເກີດອຸບັດຕິເຫດລົດໃຫຍ່ ຟໍຈູນເນີ້ ເບກແຕກ ຂີ່ຕຳລົດຈັກທີ່ກຳລັງຈອດໄຟແດງ ຈຳນວນ 5 ຄັນ ແລ້ວຂີ່ມາຕຳໃສ່ລົດໃຫຍ່ອີກ 02 ຄັນ, ລວມທັງໝົດ 7 ຄັນ. ຖ້ານັບກັບລົດທີ່ເບກແຕກເປັນ 8 ຄັນ

    ເຫດການນີ້ເກີດຂື້ນເວລາ ປະມານ 15 ໂມງຂອງວັນທີ 16 ກັນຍາ ທີ່ໄຟແດງ ທາດຫລວງ ຕໍ່ກັບເຫດການນີ້ມີຜູ້ບາດເຈັບ ເປັນຄົນຂີ່ລົດຈັກສ່ວນລົດທີ່ກໍ່ເຫດແມ່ນຂີ່ມາຈອດຢູ່ຫນ້າ ປ້ຳນຳ້ມັນ ປຕທ ທາດຫລວງ

    ປະຈຸບັນຫນ່ວຍກູ້ໄພ 1623 ກຳລັງປະຖົມພະຍາບານຂັ້ນຕົ້ນ ແລ້ວນຳສົ່ງຜູ້ບາດເຈັບໄປທີ່ໂຮງຫມໍ ສ່ວນສາເຫດ ເຈົ້າຫນ້າທີ່ກຳລັງເກັບກຳຂໍ້ມູນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.